ແຈ້ງການໃຫ້ ເຈົ້າຂອງເພຈ Support Prime Minister Thongloun Sisoulith ຢຸດຕິການເຄື່ອນໄຫວ (ວັນທີ 26/ 6 /2019)

ໃນວັນທີ 26 ມິຖຸນາ 2019 ທາງ ເຟສບຸດເພຈ ສໍານັກຂ່າວສານປະເທດລາວ ໄດ້ໂພສກ່ຽວກັບການ ການແຈ້ງການ ຂອງເຈົ້າໜ້າທີ່ກົມປະຊາສຳພັນ, ຫ້ອງການ ສຳນັກງານນາຍົກລັດຖະມົນຕີ ກ່ຽວກັບFacebook ທີ່ໃສ່ຊື່ວ່າ: ‘Support Prime Minister Thongloun Sisoulith’  ວ່າ: ເພຈດັ່ງກ່າວແມ່ນ ບໍ່ມີສ່ວນກ່ຽວຂ້ອງກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ແຕ່ປະການໃດ. 

ເຈົ້າໜ້າທີ່ກົມປະຊາສຳພັນກ່າວຕື່ມວ່າ: ຂ່າວ ແລະ ຮູບພາບ ທີ່ໄດ້ ປ່ອຍ ອອກຜ່ານໜ້າຂ່າວອອນລາຍດັ່ງກ່າວ ໃນໄລຍະຜ່ານມາ ແມ່ນບໍ່ ຖືກຕ້ອງ, ຈຶ່ງໃຫ້ ເຈົ້າຂອງໜ້າຂ່າວນີ້ ຢຸດຕິການເຄື່ອນໄຫວດັ່ງກ່າວ ແລະ ປະຕິບັດ ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນ ອາຊະຍາກຳ ທາງລະ ບົບຄອມພິມເຕີ, ດຳລັດ ນາຍົກ ລັດຖະມົນ ຕີວ່າດ້ວຍການ ຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນດ ເລກທີ 327/ນຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ຫຼັງຈາກແຈ້ງການດັ່ງກ່າວ (ເຊິ່ງຍັງບໍ່ເຫັນເອກະສານແຈ້ງການທາງການເທື່ອ-ມີແຕ່ອີງໃສ່ຕາມໂພສການແຈ້ງການນີ້ ໃນເພຈຂອງ ສໍານັກຂ່າວສານປະເທດລາວ) ປະຊາຊົນຫຼາຍຄົນຕ່າງກໍ່ອອກມາສະແດງຄໍາຄິດເຫັນ ເຊິ່ງສ່ວນຫຼາຍໄດ້ຕັ້ງຄໍາຖາມວ່າ ເປັນຫຍັງຈຶ່ງຫາກໍມາອອກແຈ້ງການໃຫ້ຢຸດຕິການເຄື່ອນໄຫວເພຈດັ່ງກ່າວ ເພາະເພຈນີ້ແມ່ນໄດ້ສ້າງຕັ້ງຂື້ນມາແຕ່ປີ 2016 ພຸ້ນ.

ນອກຈາກນັ້ນ ຫຼາຍຄົນກໍ່ພາກັນສະແດງຄໍາຄິດເຫັນວ່າ ຕັ້ງແຕ່ມີການສ້າງຕັ້ງເພຈ ‘Support Prime Minister Thongloun Sisoulith ຂື້ນມາ ມັນໄດ້ເປັນຊ່ອງທາງອັນນຶ່ງແກ່ປະຊາຊົນໃນການສະແດງຄວາມຄິດເຫັນ ໂດຍສະເພາະການແຈ້ງບັນຫາທີ່ສໍາຄັນຕ່າງໆເຊັ່ນ ການສໍ້ລາດບັງຫຼວງ, ບັນຫາການລັກຂົນສົ່ງໄມ້ອອກປະເທດ ແລະ ປະເດັນທີ່ດິນ ເພື່ອໃຫ້ມີຄວາມຕະໜັກຂອງບັນຫາ ແລະ ໃຫ້ພາກສ່ວນທີ່ກ່ຽວຂ້ອງເຂົ້າມາແກ້ໄຂບັນຫາ ເຊິ່ງຫຼາຍຄົນກໍ່ບອກວ່າ ເພຈນີ້ເປັນຊ່ອງທາງໜຶ່ງທີ່ຊ່ວຍໃຫ້ປະຊາຊົນສາມາດຍົກບັນຫາຂື້ນມາໃຫ້ສັງຄົມຮູ້ໃນວົງກວ້າງ ໂດຍໄດ້ຊ່ວຍໃຫ້ເກີດມີການເລີ່ມແກ້ໄຂບັນຫາຕ່າງໆເກີດຂື້ນໃນສັງຄົມລາວ.

ເຖິງຢ່າງໃດກໍ່ຫຼັງຈາກ ການແຈງການໃຫ້ມີການຢຸດຕິການເຄື່ອນໄຫວ ປະກົດວ່າເພຈດັ່ງກ່າວຍັງບໍ່ມີການເຄື່ອນໄຫວຫຍັງເທື່ອນັບຕັ້ງແຕ່ວັນທີ 27 ມິຖຸນາ 2019 ເປັນຕົ້ນມາ.

ເປັນສິ່ງທີ່ນ່າຈັບຕາເບິ່ງວ່າແມ່ນຫຍັງຈະເກີດຂື້ນຕໍ່ໄປ ເພາະເລື່ອງນີ້ມັນກ່ຽວຂ້ອງໂດຍກົງຕໍກັບສິດທິໃນການປາກເວົ້າຢ່າງອິດສະຫຼະ (ພາຍໃຕການເຄົາລົບກົດໝາຍ) ແລະ ການເຂົ້າເຖິງຂໍ້ມູນຂອງປວງຊົນ.

ອ່ານຂ່າວດັ່ງກ່າວເພີ່ມເຕີມທີ່:

SPMTS:  http://bit.ly/2XuqBfr

KPL: http://bit.ly/2YDpczi

http://web.archive.org/web/20190705031012/https://www.facebook.com/supportlaotian/posts/2120571114720683

http://web.archive.org/web/20190705031421/https://www.facebook.com/permalink.php?story_fbid=1060528954150884&id=421087478095038