ເຂດພູມນິເວດໜ້າດິນ
ເຂດພູມນິເວດໜ້າດິນ
ເຂດພູມນິເວດໜ້າດິນຂອງໂລກ (TEOW) ແມ່ນການກຳນົດຂອບເຂດທາງຊີວະພູມີສາດ ຂອງຊີວະນາໆພັນເທິງໜ້າດິນຂອງໂລກ. ຫົວໜ່ວຍວັດແທກທາງຊີວະພູມີສາດ ແມ່ນເຂດພູມນິເວດ, ເຊິ່ງກຳນົດຈາກ ຫົວໜ່ວຍເທິງໜ້າດິນ ຫຼື ທາງນ້ຳຂະໜາດໃຫຍ່ ເຊິ່ງເປັນທີ່ຢູ່ອາໄສຂອງກຸ່ມກ້ອນຊຸມຊົນທຳມະຊາດສະເພາະ ເຊິ່ງກວມເອົາສ່ວນໃຫຍ່ຂອງບັນດາສາຍພັນ, ການປ່ຽນແປງ ແລະ ສະພາບແວດລ້ອມ. ເຂດພູມນິເວດໜ້າດິນມີທັງໝົດ 867 ເຂດ, ເຊິ່ງແບ່ງເປັນ 14 ລະບົບຊີວະນິເວດທີ່ແຕກຕ່າງກັນ ເຊັ່ນ ປ່າ, ທົ່ງຫຍ້າ, ຫຼື ທະເລຊາຍ. ເຂດພູມນິເວດ ສະແດງການແຈກຢາຍເດີມຂອງກຸ່ມກ້ອນຂອງສາຍພັນ ແລະ ຊຸມຊົນສະເພາະ. ຊຸດຂໍ້ມູນ TEOW ນີ້ມີຈຸດປະສົງນຳໃຊ້ຫຼາຍຢ່າງ ເພື່ອການອະນຸລັກຊີວະນາໆພັນໃນທົ່ວໂລກ.