ເຂດພູມນິເວດນ້ຳຈືດ
ເຂດພູມນິເວດນ້ຳຈືດ
ໂດຍສະເລ່ຍໃນທົ່ວໂລກ ສາຍພັນສິ່ງທີ່ມີຊີວິດໃນນ້ຳຈືດ ແລະ ແຫຼ່ງທີ່ຢູ່ອາໄສ ມີຄວາມສ່ຽງຕໍ່ການສູນພັນສູງກວ່າບັນດາສາຍພັນເທິງໜ້າດິນ. ແຕ່ວ່າ ຄວາມພະຍາຍາມໃນການວາງແຜນການອະນຸລັກຂະໜາດໃຫຍ່ ບໍ່ຄ່ອຍເອົາໃຈໃສ່ໃນການອະນຸລັກຊີວະນາໆພັນນ້ຳຈືດ. ຄວາມຖືເບົາດັ່ງກ່າວສ່ວນໜຶ່ງແມ່ນເນື່ອງມາຈາກຄວາມຈິງທີ່ວ່າ ຖ້າທຽບກັບສາຍພັນເທິງໜ້າດິນທີ່ມີການຄົ້ນຄວ້າຫຼາຍກວ່າແລ້ວ, ການຮວບຮວມ ແລະ ຄວາມສົມບູນຂອງຂໍ້ມູນ ກ່ຽວກັບການແຈກຢາຍຂອງສາຍພັນນ້ຳຈືດ ຍັງມີຄວາມຂາດແຄນຫຼາຍ. ຂໍ້ມູນລະດັບສາຍພັນທີ່ມີໃນທົ່ວໂລກ ຄອບຄຸມພຽງແຕ່ລ້ອງແມ່ນ້ຳຂະໜາດໃຫຍ່ ຫຼື ເຂດຈຸດສຸມສະເພາະ, ແທນທີ່ຈະເປັນແຫຼ່ງນ້ຳຈືດທັງໝົດ. ນອກຈາກນີ້, ຂໍ້ມູນທີ່ຮວບຮວມເຫຼົ່ານີ້ກໍຍັງບໍ່ມີການອະທິບາຍຮູບແບບທາງດ້ານຊີວະ-ພູມິສາດ.
ອຸດທະຍານແຫ່ງຊາດ Lower Oder Valley, Brandenburg, ເຢຍລະມັນ. (c) WWF-Canon / Chris Martin
Freshwater Ecoregions of the World (FEOW) ແມ່ນໂຄງການການຮ່ວມມື ເພື່ອການກຳນົດເຂດຊີວະພູມິສາດຊີວະນາໆພັນນ້ຳຈືດຂອງໂລກຄັ້ງທຳອິດ ແລະ ທຳການຮວບຮວມຂໍ້ມູນກ່ຽວກັບຊີວະນາໆພັນ ແລະ ໄພຄຸກຄາມສຳລັບເຂດພູມນິເວດນ້ຳຈືດດັ່ງກ່າວ. ພວກເຮົາກຳນົດເຂດພູມນິເວດນ້ຳຈືດຈາກພື້ນທີ່ໃຫຍ່ເຊິ່ງກວມເອົາໜຶ່ງ ຫຼື ຫຼາຍລະບົບນິເວດນ້ຳຈືດ ເຊິ່ງເປັນທີ່ຢູ່ອາໄສຂອງກຸ່ມກ້ອນຊຸມຊົນ ແລະ ສາຍພັນນ້ຳຈືດທຳມະຊາດສະເພາະ. ສາຍພັນນ້ຳຈືດ, ການປ່ຽນແປງ ແລະ ສະພາບແວດລ້ອມ ພາຍໃນເຂດພູມນິເວດດຽວກັນແມ່ນມີລັກສະນະທີ່ຄ້າຍຄືກັນຫຼາຍກວ່າ ທຽບກັບເຂດພູມນິເວດທີ່ຢູ່ອ້ອມຂ້າງ ແລະ ລວມເຂົ້າກັນເປັນໜຶ່ງຫົວໜ່ວຍການອະນຸລັກ.
ແຜນທີ່ເຂດພູນິເວດມີໜ້າທີ່ເປັນຕົວປະກອບໜຶ່ງໃນຊຸດແຜນທີ່ເຂດພູມນິເວດເທິງໜ້າດິນ ແລະ ທາງທະເລ ເຊິ່ງແຕກຕ່າງຊຸດແຜນທີ່ດັ່ງກ່າວຢູ່ບ່ອນວ່າ ສາຍພັນນ້ຳຈືດ (ສ່ວນໃຫຍ່ແມ່ນສາຍພັນປາ) ແລະ ຂະບວນວິວັດທາງນ້ຳຈືດ ເປັນຕົວຂັບເຂື່ອນການກຳນົດຂອບເຂດແຜນທີ່ນີ້. ລາຍລະອຽດວິທີການໃນການກຳນົດຂອບເຂດແຜນທີ່ນີ້ສາມາດເບິ່ງໄດ້ທີ່ Abell et al. (2008).