Gender
ແມ່ຍິງ
ເປີດຮັບສະໝັກກອງທຶນ

ລາຍລະອຽດ: ອົງການ The Critical Ecosystem Partnership Fund (CEPF) ແລະ the International Union for Conservation of Nature(IUCN) ເປີດຮັບສະໝັກກອງທຶນ ຈາກຫຼາຍໜ່ວຍງານເຊັ່ນ: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ກຸ່ມຊຸມຊົນ, ອົງການຈັດຕັ້ງຊົນເຜົ່າ, ກຸ່ມແມ່ຍິງ, ບໍລິສັດເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມອື່ນໆ ສຳລັບໂຄງການທີ່ແນໃສ່ການອະນຸລັກຊີວະນາໆພັນໃນເຂດອິນດູ-ມຽນມາ ທີ່ຄົບເງື່ອນໄຂທີ່ໄດ້ກຳນົດ. ໝົດເຂດຮັບສະໝັກ: 11:59 ແລງ (ໂມງອິນໂດຈີນ) ວັນທີ 26 ກັນຍາ 2022.ຂະໜາດກອງທຶນ: ຂະໜາດນ້ອຍ (US$40,000) ແລະ ຂະໜາດໃຫຍ່ (US$40,000 – US$200,000). ເງື່ຶອນໄຂປະເທດ: ກຳປູເຈຍ, ຈີນ, ລາວ, ມຽນມາ, ...
ເວທີສົນທະນາ: ແມ່ຍິງຈາກວົງການອົງການຈັດຕັ້ງທາງສັງຄົມ

ຂໍເຊີນຊວນບັນດາທ່ານ ເຂົ້າຮ່ວມຮັບຟັງການແບ່ງປັນປະສົບການ ຈາກແມ່ຍິງທີ່ເປັນແຮງບັນດານໃຈຜູ້ທີ່ເຮັດວຽກໃນຂະແໜງການສັງຄົມ ແລະ ການພັດທະນາ ໃນ ສປປ ລາວ. ພວກເຂົາຈະເລົ່າເຖິງປະສົບການໃນການເລືອກສາຍອາຊີບຂອງຕົນ ອຸປະສັກທີ່ພວກເຂົາໄດ້ປະເຊີນຜ່ານມາ ແລະ ສິ່ງສໍາຄັນອີກຢ່າງໜື່ງກໍຄື ວິທີການທີ່ລົ້ມເຫລວ “ເພາະນັ້ນໝາຍເຖິງການຮຽນຮູ້ວິທີການເພື່ອປະສົບຜົນສໍາເລັດທີ່ດີກວ່າ.”ການສົນທະນາຄັ້ງນີ້ ມີແຂກຮັບເຊີນຫຼາຍທ່ານທີ່ເປັນຜູ້ຊ່ຽວຊານດ້ານບົດບາດຍິງຊາຍ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ເພາະສະນັ້ນຂໍເຊີນທ່ານເຂົ້າຮ່ວມງານຂອງພວກເຮົາ ພ້ອມກຽມຄໍາຖາມເພື່ອຖາມແຂກຮັບເຊີນ ແລະ ຫຼັງຈາກນັ້ນຖືໂອກາດນີ້ສ້າງເຄືອຂ່າຍກັບບັນດາຜູ້ເຂົ້າຮ່ວມໃນງານ. ວັນທີ: 7 ພຶດສະພາ 2022 ເວລາ: 4:30 – 6:00 ຕອນແລງ ສະຖານທີ: ສະຖາບັນຝຣັ່ງ, ນະຄອນຫຼວງວຽງຈັນ ທ່ານສາມາດຮ່ວມຮັບຟັງການສົນທະນາໄດ້ຜ່ານ ການ Live ສົດ ຢູ່ Facebook ແລະ ຜ່ານເພຈວິທະຍຸ Lao Youth Radio ...
[ເຊີນຮ່ວມສົນທະນາອອນລາຍ] ຫົວຂໍ້: ແມ່ຍິງ ແລະ ສິດທິກ່ຽວກັບທີ່ດິນຊຸມຊົນ: ການລົງທິນເພື່ອສ້າງຊຸມຊົນຕົວແບບ

ງານສົນທະນາດັ່ງກ່າວ ຈະນຳພາທ່ານໄປຮູ້ຈັກກັບຮູບແບບຂອງໂຄງການໃນການລົງທືນໃນກຸ່ມຜູ້ທີ່ມີສິດທິ ກ່ຽວກັບທີ່ດິນ ທັງເພດຍິງ ແລະ ຊາຍ ຊຶ່ງເປັນການປ່ຽນຮູບແບບວິຖິສັງຄົມກ່ຽວກັບເພດ ແລະ ຊຸມຊົນຢ່າງ. ໂດຍຜ່ານໂຄງການ WOLTS ແມ່ນເຮັດໃຫ້ມີການປ່ຽນແປງ ກ່ຽວກັບການຄອບຄອງທີ່ດິນ, ປັບປຸງໂຄງສ້າງດ້ານພະລັງງານໃນທ້ອງຖິ່ນ ເພື່ອປົກປ້ອງສິດທິຂອງແມ່ຍິງ ແລະກຸ່ມທີ່ມີຄວາມສ່ຽງອື່ນໆ ເຮັດໃຫ້ສິດທິກ່ຽວກັບທີ່ດິນຂອງແມ່ຍິງ ແລະ ສິດທິທີ່ດິນຂອງຊຸມຊົນໄດ້ຮັບການປັບປຸງ.>>> ຄົ້ນຫາຂໍ້ມູນເພິ່ມເຕີມ ໄດ້ທີ່ນີ້ ...
ເຊີນຮ່ວມງານບຸນວັນແມ່ຍິງມົ້ງທົ່ວໂລກ

ນີ້ແມ່ນງານສະຫຼອງວັນແມ່ຍິງມົ້ງ ຜ່ານເວທີປະຊຸມອອນໄລ ເຊິ່ງທ່ານຈະໄດ້ຮຽນຮູ້ວິທີການທີ່ເອື້ອຍນ້ອງມົ້ງນຳໃຊ້ຜ່ານຜ່າອຸປະສັກ ແລະຄວາມທຸກຍາກຈາກປະສົບການຕົວຈິງອ່ານຕໍ່ ...
ແມ່ຍິງມົ້ງຜະເຊີນໂລກ