ພື້ນຖານໂຄງລ່າງດ້ານການຄົມມະນາຄົມ
Television
ສະຖານນີໂທລະພາບລາວເພີ່ມຄວາມຊັດແຈ້ງໃນການອອກອາກາດ ພາຍໃຕ້ການຊ່ວຍເຫຼືອເພື່ອຍົກລະດັບສູ່ລະບົບ HD ຈາກຈີນ
ຜູ້ຊົມໂທລະພາບທ້ອງຖິ່ນ ກຳລັງຈະໄດ້ຮັບຊົມພາບທີ່ແຈ້ງກວ່າເດີມ ພາຍຫຼັງການມອບຮັບໂຄງການຍົກລະດັບລະບົບໂທລະພາບຄວາມລະອຽດສູງ (HD) ສຳລັບສະຖານນີໂທລະພາບລາວ (LNTV) ຊ່ອງ 3 ທີ່ນະຄອນວຽງຈັນ ພາຍໃຕ້ໂຄງການຊ່ວຍເຫຼືອຈາກຈີນ.ໂຄງການຍົກລະດັບມູນຄ່າ 63 ຕື້ກີບ (52 ລ້ານຢວນ) ແມ່ນການຍົກລະດັບອຸປະກອນເຕັກນິກມາດຕະຖານຂອງຊ່ອງ 3 ໃຫ້ເປັນລະບົບ HD, ເພື່ອເສີມຂະຫຍາຍຄຸນນະພາບການຜະລິດຂອງສື່ໂທລະພາບທ້ອງຖິ່ນ.ອາ່ນຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ສະຖານນີກະຈາຍສັນຍານພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການ
(ຂປລ/VNA) ສະຖານນີສົ່ງສັນຍານວິທະຍຸ ແລະ ໂທລະທັດພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການໃນແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຕັ້ງແຕ່ວັນທີ 25 ທັນວາ ພາຍຫຼັງການກໍ່ສ້າງສາມປີ.ສະຖານນີກະຈາຍສັນຍານໃນເນື້ອທີ 10,000 ຕາແມັດ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍທຶນການກໍ່ສ້າງລວມເກືອບ 115 ຕື້ດົງຫວຽດນາມ (4.9 ລ້ານໂດລາ) ພາຍໃຕ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ.ອ່ານຕໍ່ ...
ບັນນາທິການ ຂປລ