ອຸດສາຫະກຳ

ສະຖານທີ່ທ່ອງທ່ຽວທາງປະຫວັດສາດ ທາດຝຸ່ນແຂວງຊຽງຂວາງດຶງດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ

ສະຖານທີ່ທ່ອງທ່ຽວທາດຝຸ່ນ ເມືອງຄູນ ແຂວງຊຽງຂວາງ ສາມາດດຶງດູດນັດທ່ອງທ່ຽວໄດ້ຫຼາຍກວ່າ 300 ຄົນໃນແຕ່ລະເດືອນ ຫຼັງຈາກໄດ້ມີການບູລະນະປັບປຸງໃຫ້ດີກວ່າເດີມ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ແຂວງອຸດົມໄຊຈະເພີ່ມນ້ຳຕົກຕາດເຂົ້າໃນລາຍການສະຖານທີ່ທ່ອງທ່ຽວ

ນ້ຳຕົກຕາດເມືອງຮຸນແຂວງອຸດົມໄຊ ແມ່ນຖືກໝາຍຕາໂດຍອຳນາດການປົກຄອງການທ່ອງທ່ຽວແຂວງ ເຊິ່ງຄາດວ່າຈະເປັນອີກຈຸດໜຶ່ງສຳລັບດຶງດູດນັກທ່ອງທ່ຽວ.ອ່ານຕໍ່ ...

ວຽງຈັນທາມສ໌

ການດຶງດູດການທ່ອງທ່ຽວຈາກການປະກວດສື່ໂຄສະນາສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ

ຈະມີການປະກວດຊິງລາງວັນສຳລັບສື່ໂຄສະນາດີເດັ່ນໃນການສະແດງ ແລະ ສົ່ງເສີມສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຂອງລາວ ເຊິ່ງສະມາຄົມນັກຂ່າວລາວເປັນຜູ້ດຳນີນການເພື່ອສົ່ງເສີມຂະແໜງການສື່ມວນຊົນຂ່າວ ແລະ ການເຜີຍແຜ່ຂໍ້ມູນຂອງລາວໃນປີທ່ອງທ່ຽວລາວ 2018 ແລະ ໃນຕໍ່ໜ້າ. ສະມາຄົມຈະປະກາດລາຍຊື່ຜູ້ຊະນະເລີດໃນການແຂ່ງຂັນການໂຄສະນາການທ່່ອງທ່ຽວໃນກອງປະຊຸມວັນສື່ ແລະ ສິ່ງພິມຄົບຮອບ 68 ປີ.ອ່ານຕໍ່ ...

ວຽງຈັນທາມສ໌

ຮອງນາຍົກຮັບຟັງບັນຫາການຂາດແຄນຖະໜົນເພື່ອເຂົ້າເຖິງແຫຼ່ງທ່ອງທ່ຽວທາງທຳມະຊາດ

ຖະໜົນເປັນສິ່ງຈຳເປັນໃນການເຊື່ອມຕໍ່ນັກທ່ອງທ່ຽວກັບແຫຼ່ງທ່ອງທ່ຽວ ຕາມການສະເໜີຂອງເຈົ້າໜ້າທີ່ລະດັບສູງຂອງລັດຖະບານໃນການແກ້ໄຂບັນຫາຕໍ່ຮອງນາຍົກລັດຖະມົນຕີ.  ບັນຫາການທ່ອງທ່ຽວໄດ້ມີການຫາລືໃນທີ່ກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານປີທ່ອງທ່ຽວລາວ 2018 ໃນໄລຍະຫົກເດືອນຕົ້ນປີແລະ ການວາງແຜນການລ່ວງໜ້າສຳລັບໄລຍະດວລາທີ່ຍັງເຫຼືອ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ເຈົ້າໜ້າທີ່ແຈ້ງກິດຈະກຳໃໝ່ສຳລັບແຜນປີທ່ອງທ່ຽວລາວ 2018

ເຈົ້າໜ້າທີ່ແຈ້ງກິດຈະກຳໃໝ່ທີ່ຈະຈັດຕັ້ງໃນປີທ່ອງທ່ຽວລາວ 2018 ສຳລັບໄລຍະຫົກເດືອນທ້າຍປີ ໃນກອງປະຊຸມປຶກສາຫາລື ແລະ ວາງແຜນສຳລັບຂະແໜງການທ່ອງທ່ຽວ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງໃນວັນສຸກຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ພະນັກງານການນຳກ່າວ ການດຳເນີນການເພື່ອລົບລ້າງອຸປະສັກຂອງການທ່ອງທ່ຽວເປັນສິ່ງຈຳເປັນ

ພະນັກງານການນຳກ່າວວ່າມັນເປັນສິ່ງຈຳເປັນທີ່ຕ້ອງດຳເນີນການຢ່າງເລັ່ງດ່ວນ ເພື່ອລົບລ້າງກົດລະບຽບທີ່ບໍ່ເໝາະສົມຂອງບາງຂະແໜງການ ເຊິ່ງຕ້ອງໃຫ້ບໍລິສັດທ່ອງທ່ຽວຂໍອະນຸມັດຢ່າງເປັນທາງການກ່ອນນຳນັກທ່ອງທ່ຽວເຂົ້າມາໃນລາວເພື່ອການທ່ອງທ່ຽວພັກຜ່ອນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຮອງນາຍົກກ່າວ: ການບໍລິການ, ຄ່າໃຊ້ຈ່າຍ ແລະ ຄວາມປອດໄພ ເປັນສິ່ງສຳຄັນໃນການດຶງດູດນັກທ່ອງທ່ຽວ

ຮອງນາຍົກລັດຖະມົນຕີຂອງລາວໄດ້ກ່າວໃນກອງປະຊຸມເພື່ອທົບທວນ, ປຶກສາຫາລື ແລະ ວາງແຜນການທ່ອງທ່ຽວ ໃນວັນສຸກແລ້ວນີ້ທີ່ນະຄອນຫຼວງວຽງຈັນວ່າ ຂະແໜງການທ່ອງທ່ຽວ ກໍຄືພະນັກງານທີ່ກ່ຽວຂ້ອງທຸກໆພາກສ່ວນ ຕ້ອງສືບຕໍ່ແກ້ໄຂບັນຫາເພື່ອຊ່ວຍໃຫ້ລາວເຮົາສາມາດດຶງດູດນັກທ່ອງງທ່ຽວທັງພາຍໃນ ແລະ ຕ່າງປະເທດ  ແລະ ບັນລຸຕາມເປົ້າໝາຍທີ່ວາງອອກ.ອ່ານຕໍ່ ...

ວຽງຈັນທາມສ໌

ນັກທ່ອງທ່ຽວຈີນຈະເຂົ້າມາທ່ຽວລາວຫຼາຍຂຶ້ນ

ຈຳນວນໂຄງການຂະໜາດໃຫຍ່ທີ່ກຳລັງດຳເນີນກໍ່ສ້າງໃນລາວຈະເປັນສິ່ງອຳນວຍຄວາມສະດວກ ໃນການຮອງຮັບການເພີ່ມຂຶ້ນຂອງນັກທ່ອງທ່ຽວຈາກຈີນ. ໂຄງການທີ່ພົ້ນເດັ່ນລວມມີ ການກໍ່ສ້າງທາງດ່ວນ ແລະ ການສ້າງທາງລົດໄຟມູນຄ່າປະມານ 6 ຕື້ໂດລາສະຫະລັດ ເພື່ອເຊື່ອມໂຍງນະຄອນວຽງຈັນກັບຊາຍແດນປະເທດຈີນ. ນອກຈາກນັ້ນ ຍັງມີບໍລິສັດຈີນທີ່ພວມລົງທຶນໃນໂຄງການສ້າງພື້ນຖານໂຄງລ່າງກ່ຽວກັບການທ່ອງທ່ຽວໃນແຂວງຕ່າງໆຂອງລາວ ເຊິ່ງອາດດຶງດູດນັກທ່ອງທ່ຽວຈາກຈີນອີກຕື່ມ.ອ່ານຕໍ່ ...

ສົມສັກ ພົງຂາວ

ແຂວງຫົວພັນເລີ່ມພັດທະນາສະຖານທີ່ທ່ອງທ່ຽວໃນສາມເມືອງ

ແຂວງຫົວພັນໄດ້ອະນຸມັດບໍລິສັດທ້ອງຖິ່ນ ໃນການພັດທະນາສິ່ງອຳນວຍຄວາມສະດວກ ຢູ່ນ້ຳຕົກຕາດສາມແຫ່ງໃນເມືອງຕ່າງໆ ແລະ ຢູ່ຜາທິ ເມືອງຊຳເໜືອ ເພື່ອດຶງດູດນັກທ່ອງທ່ຽວ. ນ້ຳຕົກຕາດລວມມີ ຕາດນ້ຳນົວ ເມືອງວຽງໄຊ, ຕາດກ້ອນ ເມືອງຊອນ ແລະ ຕາດຊະເລີຍ ເມືອງຊຳເໜືອ.ອ່ານຕໍ່ ...

ວຽງຈັນທາມສ໌

ການທ່ອງທ່ຽວໃນລາວບໍ່ຂະຫຍາຍຕົວເທົ່າທີ່ຄວນ

ລັດຖະບານລາວຈະດັດແກ້ຄາດໝາຍການເຂົ້າມາທ່ອງທ່ຽວລາວຂອງປີນີ້ ຫຼັງຈາກພົບວ່າລາວຈະບໍ່ສາມາດບັນລຸເປົ້າໝາຍການດຶງດູດນັກທ່ອງທ່ຽວ ໃຫ້ໄດ້ຫ້າລ້ານຄົນໃນປີທ່ອງທ່ຽວລາວ 2018 ກໍຄືສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ 900 ລ້ານໂດລາ.ອ່ານຕໍ່ ...

ອາໂນ ເມບຣັກເກີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

WnWhZ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!