ບັນດາອົງການສະຫະປະຊາຊາດສືບຕໍ່ຊ່ວຍເຫຼືອຮັບມືຕໍ່ໄພພິບັດທີ່ອັດຕະປື

ບັນດາອົງການສະຫະປະຊາຊາດເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ຄູ່ຮ່ວມງານເພື່ອມະນຸດສະທຳ ເພື່ອຊ່ວຍເຫຼືອດ້ານນ້ຳສະອາດ, ອາຫານ, ທີ່ພັກ ແລະ ສຸຂະພາບໃຫ້ແກ່ປະຊາຊົນ 13,000 ຄົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ໂຮງໝໍໃນອັດຕະປືປິ່ນປົວ 221 ຜູ້ປະສົບເຄາະນ້ຳຖ້ວມທີ່ໄດ້ຮັບບາດເຈັບ

ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນ 149 ຄົນທີ່ໄດ້ຮັບບາດເຈັບຈາກເຫດນ້ຳພັດເຂົ້າຖ້ວມພື້ນທີ່ ໄດ້ຮັບການປິ່ນປົວທີ່ໂຮງໝໍເມືອງ, ສ່ວນອີກ 72 ຄົນທີ່ໄດ້ຮັບບາດເຈັບຮ້າຍແຮງໄດ້ຮັບການປິ່ນປົວທີ່ໂຮງໝໍແຂວງອັດຕະປື.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ອັດຕະປືຢືນຢັນພົບຜູ້ເສຍຊີວິດແລ້ວ 36 ຄົນ ແລະ 98 ຄົນຍັງສູນຫາຍ

ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານ ແລະ ທີມກູ້ໄພຈາກສິງກະໂປ ຍັງຄົງສືບຕໍ່ການຄົ້ນຫາຜູ້ສູນຫາຍ 98 ຄົນ ຈາກເຫດໄພພິບັດເຂື່ອນແຕກ, ເຊິ່ງມີຈຳນວນຍອດຜູ້ເສຍຊີວິດຢູ່ທີ່ 36 ຄົນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປືວອນຂໍເຂົ້າ ແລະ ອຸປະກອນແຕ່ງກິນເພີ່ມເຕີມ

ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນຫຼາຍທີ່ພັກຢູ່ຕາມແຄ້ມ ຍັງຕ້ອງການເຂົ້າ, ຊີ້ນ, ປາ, ເຕົາໄຟ, ແລະ ອຸປະກອນແຕ່ງກິນ ເພື່ອແຕ່ງກິນເອງຫຼັງຈາກໄພພິບັດນ໊ຳຖ້ວມ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຮອງນາຍົກ: ສັ່ງເລັ່ງມືການແຈກຈ່າຍເຄື່ອງຊ່ວຍເຫຼືອທີ່ຈຳເປັນ

ເຈົ້າໜ້າທີ່ຮັບຜິດຊອບພະຍາຍາມຂຸ້ນຂ້ຽວຈັດການກັບເຄື່ອງນຸ່ງຫົ່ມຈຳນວນຫຼາຍ ແລະ ເຄື່ອງໃຊ້ສອຍອື່ນໆ ທີ່ໄດ້ຮັບການບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປື ເນື່ອງຈາກມີເຄື່ອງຂອງບໍລິຈາກຈຳນວນຫຼາຍຫຼັ່ງໄຫຼເຂົ້າມາໃນສາງສູນກາງທີ່ວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການນຳເນັ້ນການເລັ່ງມືພາລະກິດບັນເທົາທຸກ ແລະ ຟື້ນຟູໄພນ້ຳຖ້ວມ

ການນຳຮຽກຮ້ອງໃຫ້ມີການເລັ່ງມືພາລະກິດບັນເທົາທຸກໄພນ້ຳຖ້ວມໃນທຸກໆແຂວງທີ່ໄດ້ຮັບຜົນກະທົບຈາກສະພາບກາດທີ່ຮ້າຍແຮງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ເຈົ້າໜ້າທີ່ທະຫານຊ່ວຍລຳລຽງເຄື່ອງຊ່ວຍເຫຼືອສຳລັບຜູ້ປະສົບໄພທີ່ອັດຕະປື

ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານຍັງຄົງສືບຕໍ່ລຳລຽງອາຫານ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ຢາປິ່ນປົວພະຍາດ ແລະ ເຄື່ອງຊ່ວຍເຫຼືອອື່ນໆ ໂດຍທາງຍົນເຮລິຄອບເຕີ ໄປຍັງສູນພັກເຊົາຊົ່ວຄາວ ເນື່ອງຈາກລົດຂົນສົ່ງບໍ່ສາມາດເຂົ້າເຖິງພື້ນທີ່ດັ່ງກ່າວໄດ້.ອ່ານຕໍ່ ...

ພົມພົງ ເຫຼົ່າອິນ

ແປດປີມານີ້ ເຫດໄພພິບັດໄດ້ສ້າງຄວານສູນເສຍມາແລ້ວ 108 ຊີວິດ ທັງສ້າງຄວາມເສຍຫາຍ 466 ພັນຕື້ກີບ

ບົດລາຍງານສະບັັບໃໝ່ໄດ້ເຜີຍໃຫ້ຮູ້ວ່າ ນັບແຕ່ປີ 2010 ມາຮອດປະຈຸບັນ ໃນທົ່ວປະເທດ ເຫດການໄພພິບັດຕ່າງໆໄດ້ເຮັດໃຫ້ມີຜູ້ເສຍຊີວິດ 108 ຄົນ ແລະ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ແລະ ທຳລາຍຊັນສິນກວ່າ  466 ພັນຕື້ກີບ. ໄພພິບັດທີ່ເກີດໃນລາວຕາມການບັນທຶກລວມມີ ລົມພະຍຸ, ນ້ຳຖ້ວມຍ້ອນລົມພະຍຸ, ໄພແຫ້ງແລ້ງ, ອັກຄີໄພ, ໂລກລະບາດ ແລະ ການແຜ່ລະບາດຂອງແມງໄມ້ທຳລາຍເຄື່ອງປູກຂອງຝັງອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຈຳນວນຜູ້ເສຍຊີວິດທີ່ເມືອງສະໜາມໄຊເພີມເປັນ 34 ຄົນ ຫຼັງສາມຜູ້ໄດ້ຮັບບານເຈັບຮຸນແຮງໄດ້ເສຍຊີວິດລົງ

ສາມຄົນທີ່ໄດ້ຮັບບາດເຈັບຮຸນແຮງໃນເຫດນ້ຳຖ້ວມກະທັນຫັນທີ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ເສຍຊີວິດທີ່ໂຮງໝໍ, ເຮັດໃຫ້ຍອດຜູ້ເສຍຊີວິດມາຮອດວັນທີ 5 ສິງຫາ ເພີ່ມເປັນ 34 ຄົນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ອັດຕາຄວາມທຸກຍາກອາດເພີ່ມຂຶ້ນຍ້ອນໄພນ້ຳຖ້ວມ

ຈຳນວນຄອບຄົວທີ່ທຸກຍາກອາດເພີ່ມຂຶ້ນໃນປີນີ້ ຍ້ອນໄພພິບັດນ້ຳຖ້ວມໃນຫຼາຍພາກຂອງປະເທດລາວ, ເຮັດໃຫ້ມີການສູນເສຍຊີວິດ ແລະ ຊັບສິນຢ່າງມະຫາສານ. ປະຊາຊົນຫຼາຍພັນຄົນທີ່ເຄີຍຍົກລະດັບຂຶ້ນກາຍຂີດຈຳແນກຄວາທຸກຍາກ ອາດມີການຫຼຸດລະດັບລົງຢູ່ພາຍໃຕ້ທຸກຍາກຄືນ ຫຼັງຈາກໄພນ້ຳຖ້ວມເຮັດໃຫ້ເຂົາເຈົ້າສູນເສຍເຮືອນຊານ, ເຄື່ອງປູກຂອງຝັງ, ສັດລ້ຽງ, ເຄື່ອງນຸ່ງຫົ່ມ, ແລະ ຊັບສິນອື່ນໆ.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PWT2V
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!