ເປີດຕົວ ປຶ້ມແຜນທີ່ເສດຖະກິດ-ສັງຄົມຂອງ ສປປ ລາວ ສະພາບລວມ ແລະ ທ່າອ່ຽງຈາກປີ 2005-2015

ປຶ້ມແຜນທີ່ເສດຖະກິດ-ສັງຄົມຂອງ ສປປ ລາວ ສະພາບລວມ ແລະ ທ່າອ່ຽງຈາກປີ 2005-2015 ສະບັບໃໝ່ໄດ້ຮັບການເປີດຕົວຢ່າງເປັນທາງການ.

ປື້ມແຜນທີ່ເຫຼັ້ມໃໝ່ນີ້ ຖືກສ້າງຂຶ້ນໂດຍ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ຂອງມະຫາວິທະຍາໄລເບີນ, ຮ່ວມກັບ ສູນສະຖິຕິແຫ່ງຊາດ (ສຖຕ) ເຊິ່ງໄດ້ຮວບຮວມເອົາຂໍ້ມູນສະຖິຕິ ຂອງການສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຈາກສອງຄັ້ງຫຼ້າສຸດທີ່ຜ່ານມາ ຄື ປີ 2005 ແລະ 2015.

ເຊິ່ງມັນປະກອບດ້ວຍຂໍ້ມູນແຜນທີ່ ທີ່ ມີລາຍລະອຽດຄົບຖ້ວນ ແລະ ສົມບູນທີ່ສຸດ. ປື້ມແຜນທີ່ນໍາສະເໜີຂໍ້ມູນກ່ຽວກັບ ສະພາບເສດຖະກິດ-ສັງຄົມ ທັງສະພາບການໃນປີ 2015 ແລະ ສະພາບການທີ່ໄດ້ມີການປ່ຽນແປງໃນລະໄລຍະໜຶ່ງທົດສະວັດທີ່ຜ່ານມາຂອງການສໍາຫຼວດດັ່ງກ່າວຢູ່ຂັ້ນບ້ານ ແລະ ຢູ່ທົ່ວ ສປປ ລາວ.

ເບິ່ງປຶ້ມເປັນ PDF, ສະບັບພາສາລາວ, ພາສາອັງກິດ.