ເວັບໄຊໃໝ່ສ້າງໂອກາດສຳລັບຜູ້ຊອກວຽກ ແລະ ນາຍຈ້າງໃນລາວ

ຜູ້ທີ່ກຳລັງຊອກວຽກ ຫຼື ຜູ້ວ່າຈ້າງທີ່ຕ້ອງຫາຊອກຫາພະນັງງານ ສາມາດລົງທະບຽນກັບເວັບໄຊ www.lmi.molws.gov.la ເຊິ່ງເປັນເວັບໄຊຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ເວັບໄຊດັ່ງກ່າວຈະຊ່ວຍເຫຼືອຜູ້ທີ່ຕ້ອງການເຮັດວຽກກັບບໍລິສັດເອກະຊົນໃນລາວ ແລະ ຕ່າງປະເທດ.
ທ່ານ ສຸທານຸ ບຸດພົມວິຫານ ຫົວໜ້າໜ່ວຍງານສະຖິຕິ ກົມແຜນການ ແລະ ການຮ່ວມມື ໄດ້ບອກກັບໜັງສືພີມວຽງຈັນທາມສ໌ວານນີ້ວ່າ ທາງກະຊວງໄດ້ຈັດຕັ້ງເວັບໄຊນີ້ຂຶ້ນ ເພື່ອເປັນຊ່ອງທາງໃນການເຊື່ອມຕໍ່ລະຫວ່າງຜູ້ທີ່ກຳລັງຊອກວຽກ ແລະ ຜູ້ຈ້າງງານ ເພື່ອຊ່ວຍຫຼຸດຜ່ອນອັດຕາການຫວ່າງງານ.
ເພັດໂພໄຊ ແສງປະເສີດ