ປື້ມແຜນທີ່ກະສິກຳຂອງລາວຈະຊ່ວຍໃນການຕັດສິນໃຈ ເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ

ປື້ມແຜນທີ່ກະສິກຳໃໝ່ເຫຼັ້ມທຳອິດຂອງລາວ ທີ່ໃຫ້ຂໍ້ມູນລາຍລະອຽດກ່ຽວກັບການປ່ຽນແປງໃນການຜະລິດກະສິກຳທົ່ວປະເທດ ໄດ້ມີການເປີດຕົວຢູ່ວຽງຈັນ ໃນວັນພະຫັດທີ່ຜ່ານມາ. ປື້ມແຜນທີ່ກະສິກຳຂອງ ສປປ ລາວ -ຮູບແບບ ແລະ ການປ່ຽນແປງລະຫວ່າງປີ 1999 ແລະ 2011 ແມ່ນແນໃສ່ຮັບໃຊ້ການວາງແຜນ, ການຕັດສິນໃຈ, ການວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດການພັດທະນາຊົນນະບົດ ແລະ ການກະສິກຳແບບຍືນຍົງ.
ວຽງຈັນທາມສ໌