[ຂໍເຊີນທ່ານປະກອບສ່ວນ] ໃນຜົນສຳຫຼວດຂອງອົງການ WWF ເພື່ອສົ່ງເສີມລະບົບນິເວດຂອງຂໍ້ມູນດ້ານສິ່ງແວດລ້ອມຢູ່ໃນພາກພື້ນແມ່ນ້ຳຂອງ

ທ່ານໄດ້ນຳໃຊ້ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີກ໋ຽວກັບສິ່ງແວດລ້ອມແນວໃດແນ່ຢູ່ໃນອົງການຂອງທ່ານ? ນີ້ເປັນສ່ວນຫນຶ່ງຂອງໂຄງການ WWF ເພື່ອອະນາຄົດຂອງພາກພື້ນແມ່ນ້ຳຂອງ, ພວກເຮົາ  the Open Development Initiative ກຳລັງເຮັດການສໍາຫຼວດເພື່ອສຶກສາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບນິເວດຂໍ້ມູນກ່ຽວກັບສິ່ງແວດລ້ອມຢູ່ໃນພາກພື້ນແມ່ນໍ້າຂອງ, ບົດສຳຫຼວດດັ່ງກ່າວ ຈະໃຊ້ເວລາປະມານ 30 ນາທີ; ກະລຸນາສົ່ງແບບຟອມກ່ອນ ວັນທີ 1 ທັນວາ 2021. ຜົນສຳຫຼວດດັ່ງກ່າວແມ່ນການປະກອບສ່ວນຕາມຄວາມສະໝັກໃຈ ແລະ ຈະບໍ່ມີການເປີດເຜີຍ. ກະລຸນາແບ່ງປັນກັບເພື່ອນຮ່ວມງານຂອງທ່ານທຸກພາກສ່ວນ. 

ທ່ານສາມາດປະກອບຄຳເຫັນໃນບົດສຳຫຼວດດັ່ງແບບຟອມຕາມລິ້ງ ດັ່ງກ່່າວນີ້

ພ້ອມນັ້ນ, ໃນເດືອນໜ້າທີ່ຈະມາຮອດນີ້, ທ່ານສາມາດຮ່ວມໃນການສຳພາດ ເພື່ອປຶກສາຫາລືກ່ຽວກັບລາຍລະອຽດຫົວຂໍ້ດັ່ງກ່າວຢ່າງເລິກເຊິ່ງຂື້ນຕື່ມ. ຖ້າທ່ານມີຄວາມສົນໃຈ, ທ່ານສາມາດສົ່ງຂໍ້ຄວາມມາຫາພວກເຮົາໂດຍກົງທາງເຟສບຸກ ຫຼື ອີເມລໄດ້. ຂໍຂອບໃຈທຸກທ່ານທີ່ໃຫ້ຄວາມຮ່ວມມືໃນການສ້າງຄວາມເຂັ້ມແຂງທາງດ້ານຂໍ້ມູນຂ່າວສານກ່ຽວກັບລະບົບນິແວດຂອງຂໍ້ມູນຢູ່ໃນພາກພື້ນແມ່ນ້ຳຂອງ!