Gender

ສາທາລະນະສຸກ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ US$17.3 ລ້ານໂດລາ ສຳລັບປັບປຸງສອງໂຮງໝໍໃນລາວ 

(ຂປລ) ໃນວັນທີ 23 ມັງກອນນີ້ ໄດ້ມີພິທີວາງສີລາເລີກ ທີ່ໂຮງໝໍເສດຖາທິລາດ ນະຄອນຫຼວງວຽງຈັນ ສຳລັບໂຄງການປັບປຸງໂຮງໝໍເສດຖາທິລາດ ແລະ ໂຮງໝໍແຂວງຈຳປາສັກ ພາຍໃຕ້ທຶນຊ່ວຍເຫຼືອຈາກຍີ່ປຸ່ນ ເຊິ່ງມີມູນຄ່າລວມກວ່າ US$ 17.3 ລ້ານໂດລາ.ໂຄງການດັ່ງກ່າວລວມມີການກໍ່ສ້າງອາຄານທີ່ຈຳເປັນ ແລະ ການສະໜອງອຸປະກອນການແພດສຳລັບສອງໂຮງໝໍ.ອ່ານຕໍ່ ...

ຂປລ

ຊ່ຽວຊານຫາລືວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ HIV/AIDS ແຫ່ງຊາດຂອງລາວ

ວຽງຈັນ  (Vientiane Times/ANN) – ຊ່ຽວຊານສາທາຈັດກອງປະຊຸມທີ່ວຽງຈັນໃນວັນພະຫັດຜ່ານມາ ເພື່ອປຶກສາຫາລືກ່ຽວກັບການພັດທະນາໃນການປ້ອງກັນ ແລະ ຄວບຄຸມ HIV/AIDS ແລະ ພະຍາດຕິດຕໍ່ທາງເພດສຳພັນ (STI) ໃນທົ່ວປະເທດ.ທ່ານ ຮສ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຕໍ່ ກອງປະຊຸມຄະນະກຳມະການແຫ່ງຊາດວ່າດ້ວຍການຕ້ານເອດປະຈຳປີ 2019 ວ່າ ນີ້ເປັນໂອກາດອັນດີ ໃນການລາຍງານຄວາມຄືບໜ້າຂອງກິດຈະກຳ, ຫາລືແຜນການຮ່ວມ, ລວມເຖິງການປະເມີນຜົນພາລະກິດຂອງໂຄງການສ້າງຄວາມສາມາດເພື່ອປ້ອງກັນພະຍາດ HIV/AIDS/STI ພາຍໃຕ້ທຶນຂອງກອງທຶນຕ້ານເອດ, ວັນນະໂລກ ແລະ ໄຂ້ປ່າໂລກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ພິທີມອບອາຄານໂຮງໝໍພາຍໃຕ້ທຶນການຊ່ວຍເຫຼືອຂອງຈີນໃຫ້ລາວ

ວຽງຈັນ,​ 20 ມັງກອນ (ຊິນຫົວ) — ພິທີມອບ ແລະ ພິທີເປີດອາຄານການແພດຄົບວົງຈອນຂອງໂຮງໝໍ 103 ກອງທັບ ພາຍໃຕ້ການຊ່ວຍເຫຼືອຂອງຈີນ ໄດ້ມີຂຶ້ນທີ່ນະຄອນຫຼວງວຽງຈັນ. ອາຄານການແພດດັ່ງກ່າວ ພາຍໃຕ້ເນື້ອທີ່ລວມ 24,000 ຕາແມັດ ປະກອບໄປດ້ວຍຕຽງນອນຄົນເຈັບປະມານ 300 ຕຽງ ແລະ ຫ້ອງຜ່າຕັດ 6 ຫ້ອງ ສາມາດໃຫ້ບໍລິການປິ່ນປົວສຸຂະພາບສຳລັນຄົນເຈັບໂດຍສະເລ່ຍປະມານ 3,000 ຄົນຕໍ່ວັນ.ອ່ານຕໍ່ ...

Shi Yinglun

ສ ເກົາຫຼີ ບໍລິຈາກລົດໂຮງໝໍສຳລັບແຂວງອັດຕະປື

(ຂປລ) ໃນວັນພຸດນີ້ ທ່ານ ຊິນ ຊຸງ ຊຸນ ເອກອັກຄະລັດຖະທູດສາທາລະນະລັດເກົາຫຼີ ໄດ້ມອບລົດໂຮງໝໍຈຳນວນ 3 ຄັນ ມູນຄ່າ US$ 156,000 ໂດລາ ໃຫ້ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເພື່ອສົ່ງມອບໃຫ້ແກ່ພະແນກສາທາລະນະສຸກແຂວງອັດຕະປື ແລະໂຮງໝໍແຂວງອັດຕະປື.ອ່ານຕໍ່ ...

ຂປລ

ຄວາມຄືບໜ້າການກໍ່ສ້າງໂຮງໝໍແຂວງຫົວພັນ ເພື່ອຮັດແໜ້ນການຮ່ວມມືລາວ-ຫວຽດ

ການກໍ່ສ້າງອາຄານໃໝ່ຂອງໂຮງໝໍແຂວງຫົວພັນ ເພື່ອຮັດແໜ້ນສາຍພົວພັນອ້າຍນ້ອງລະຫວ່າງລາວ ແລະ ຫວຽດນາມ ປະຈຸບັນດຳເນີນສຳເລັດແລ້ວ 25%. “ໂຄງການກໍ່ສ້າງໂຮງໝໍດັ່ງກ່າວຄືບໜ້າໄປດ້ວຍດີ ແລະ ການກໍ່ສ້າງແມ່ນສຳເລັດແລ້ວ 25% ຫຼັງຈາກທີ່ໄດ້ເລີ່ມລົງມືມາຕັ້ງແຕ່ ເດືອນມິຖຸນາ ປີ 2018. ເຊິ່ງຄາດວ່າຈະໃຫ້ສຳເລັດພາຍໃນທ້າຍປີນີ້” ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ປີ 2018 ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ປ່າ 19 ຄົນໃນລາວ

(ຂປລ) ພະຍາດໄຂ້ປ່າ ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ໃນຈຳນວນຜູ້ຕິດເຊື້ອກວ່າ 6,000 ກໍລະນີໃນປີ 2018, ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ກອງປະຊຸມປະຈຳປີຂອງກົມຄັ້ງວັນທີ 2 ມັງກອນລາຍງານວ່າ ໃນປີ 2017 ມີຜູ້ຕິດເຊື້ອໄຂ້ປ່າ 10,067 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດ 14 ຄົນ.ອ່ານຕໍ່ ...

ບັນນາທິການ ຂປລ

ໂຮງໝໍເດັກຍົກລະດັບມາດຕະຖານການປິ່ນປົວ

ໂຮງໝໍເດັກນະຄອນຫຼວງວຽງຈັນຈະສືບຕໍ່ຍົກລະດັບຄວາມສາມາດຂອງແພດໝໍເດັກ ແລະ ພະຍາບານ ເພື່ອໃຫ້ເຂົາເຈົ້າສາມາດສືບຕໍ່ປິ່ນປົວເດັກອາຍຸຫ້າປີລົງມາ ໃຫ້ໄດ້ດີກວ່າປີຜ່ານມາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງສັ່ງປິດຄລີນິກເອກະຊົນ 248 ແຫ່ງ

ຄລີນິກເອກະຊົນລວມ 248 ແຫ່ງທີ່ດຳເນີນໂດຍນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນທົ່ວປະເທດໄດ້ຮັບຄຳສັ່ງໃຫ້ປິດກິດຈະການເປັນການຊົ່ວຄາວ ຫຼັງຈາກທີ່ກະຊວງສາທາລະນະສຸກກວດພົບວ່າທຸລະກິດເຫຼົ່ານີ້ລະເມີດຕໍ່ລະບຽບການສາທາລະນະສຸກ.ໃນນີ້ ມີຄລີນິກເອກະຊົນໃນວຽງຈັນກວ່າ 120 ແຫ່ງ, ຢູ່ແຂວງສະຫວັນນະເຂດກວ່າ 40 ແຫ່ງ ແລະ ອຸດົມໄຊ 16 ແຫ່ງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເບຍລາວສົ່ງເສີມການປະຕິຮູບວຽກງານສາທາລະນະສຸກແຫ່ງຊາດ

ບໍລິສັດເບຍລາວມອບທຶນຈຳນວນ 500 ລ້ານກີບໃຫ້ແກ່ກະຊວງສາທາລະນະສຸກ ເພື່ອສົ່ງເສີມການຍົກລະດັບການບໍລະການດ້ານສາທາລະນະສຸກໃຫ້ສາມາດຮອງຮັບກັບຄວາມຕ້ອງການຂອງປະຊາຊົນ. ກະຊວງຈະນຳໃຊ້ທຶນຮອນດັ່ງກ່າວເຂົ້າໃນການຈັດຊື້ອຸປະກອນການແພດທີ່ທັນສະໄໝທີ່ຍັງຂາດແຄນ ແລະ ໂຮງໝໍເມືອງ ແລະ ໂຮງໝໍແຂວງ ເພື່ອຕອບສະໜອງຕໍ່ຄວາມຕ້ອງການອັນເລັ່ງດ່ວນໃນທົ່ວປະເທດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ,​ຈີນລົງນາມຂໍ້ຕົກລົງໃນການປັບປຸງການປິ່ນປົວສຸຂະພາບໃນແຂວງບໍ່ແກ້ວ

ໂຮງໝໍແຂວງບໍ່ແກ້ວຂອງລາວ ແລະ ສູນບໍລິການດ້ານການແພດໃຫຍ່ໃນແຂວງ ຊິສວນບັນນາ ຂອງຈີນ ໄດ້ຕົກລົງເສີມຂະຫຍາຍການຮ່ວມມືໃນການປະຕິບັດການດ້ານການແພດແບບຍືນຍົງໃນພື້ນທີ່ຊາຍແດນລະຫວ່າງລາວ-ຈີນ. ຂໍ້ຕົກລົງດັ່ງກ່າວແມ່ນແນໃສ່ການພັດທະນາໜ່ວຍຄຸ້ມຄອງການບໍລິການ, ການປັນປຸງມາດຕະຖານບໍລິການການແພດ ແລະ ການປັບປ່ຽນວິທີການໃຫ້ບໍລິການດ້ານສາທາລະນະສຸກໃນພື້ນທີ່ເປົ້າໝາຍ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

9LT37
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!