ອຸດສາຫະກຳ

ລັດຖະບານປົດລ໋ອກທ່າແຮງຂອງຂະແໜງການທ່ອງທ່ຽວໂດຍສືບຕໍ່ການສົ່ງເສີມ

ລັດຖະບານຢືນຢັນພາລະກິດສືບຕໍ່ສົ່ງເສີມຂະແໜງການທ່ອງທ່ຽວ ເຖິງແມ່ນວ່າການສົ່ງເສີມປີທ່ອງທ່ຽວລາວ 2018 ໃກ້ສິ້ນສຸດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສູນກວດກາເພື່ອສ້າງມາດຕະຖານການບໍລິການການທ່ອງທ່ຽວ

ສູນກວດກາຄຸນນະພາບຜູ້ປະກອບການການທ່ອງທ່ຽວ ແລະ ການບໍລິການ ແຫ່ງທຳອິດໃນລາວຈະໄດ້ຮັບການຈັດຕັ້ງຂຶ້ນ ເພື່ອຍົກລະດັບມາດຕະຖານການໃຫ້ບໍລິການ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

Inspiring Laos ເປີດຕົວຢ່າງເປັນທາງການ

ບາງກອກ, 24 ຕຸລາ 2018: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຮ່ວມກັບຫ້ອງການປະສານງານການທ່ອງທ່ຽວແມ່ຂອງ ເປີດຕົວ Inspiring Laos, ເວັບໄຊໃໝ່ເພື່ອສ້າງແຮງຈູງໃຈສຳລັບດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ສປປ ລາວ. ໃນບັນດາຫົກປະເທດໃນອະນຸພາກພື້ນແມ່ນ້ຳຂອງ, ລາວມີຈຳນວນນັກທ່ອງທ່ຽວຫຼຸດລົງໃນຊ່ວງສອງປີຜ່ານມາ.ອ່ານຕໍ່ ...

ດອນ ຣອສ໌

ບຸນຊ່ວງເຮືອນະຄອນຫຼວງວຽງຈັນຈະແຂ່ງຂັນໃນສອງຍ່ານຂອງແມ່ນ້ຳຂອງ

ໜ່ວຍງານຈັດຕັ້ງບຸນຊ່ວງເຮືອປະເພນີທີ່ນະຄອນຫຼວງວຽງຈັນຕົກລົງຍ້າຍການແຂ່ງຂັນເຮືອປະເພດເຮືອປະເພນີ ແລະ ເຮືອສູດຂະໜາດ 55 ສີພາຍຈາກທ່າວັດຈັນໄປແຂ່ງຢູ່ເຂດຍ່ານນ້ຳຂອງທີ່ເລິກກວ່າ.ທ່ານ ສີຫຸນ ສິດທິລືໄຊ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອະທິບາຍລາຍລະອຽດຕໍ່ສື່ມວນຊົນໃນວັນຈັນຜ່ານມາວ່າ ການແຂ່ງຂັນເຮືອປະເພດ 55 ສີພາຍ ເພດຊາຍ ແລະ ເພດຍິງ ໃນວັນພະຫັດນີ້ ຈະຈັດຂຶ້ນໃນເຂດລ້ອງແມ່ນ້ຳຂອງກົງກັນຂ້າມກັບໂຮງແຮມແລນມາກ.ອ່ານຕໍ່ ...

ໄພສີທອງ ຈັນດາລາ

ຄວາມເປັນພື້ນບ້ານ, ທຳມະຊາດ ແລະ ສ້າງສັນຂອງຫຼອດດູດໄມ້ໄຜ່ລາວຄວ້າລາງວັນດ້ານການທ່ອງທ່ຽວ

ກຸ່ມຊາວບ້ານໄຜ່ລາວຈາກຫຼວງພະບາງ ໄດ້ຮັບລາງວັນດີເດັ່ນ ພ້ອມດ້ວຍເງິນລາງວັນສົ່ງເສີມນະວັດຕະກຳ 10,000 ໂດລາ ໃນງານປະກວດນະວັດຕະກຳການທ່ອງທ່ຽວແມ່ຂອງ (MIST) 2018, ເຊິ່ງເປັນການປະກວດກ່ຽວກັບແນວຄິດລິເລີ່ມດ້ານການທ່ອງທ່ຽວພື້ນເມືອງ ທີ່ສະໜັບສະໜູນໂດຍລັດຖະບານອົດສະຄຣາລີ ແລະ ທະນາຄານໂລກ, ທັງມີນັກລົງທຶນໃນຂະແໜງການທ່ອງທ່ຽວຊັ້ນນຳເປັນຄະນະທີ່ປຶກສາ.ອ່ານຕໍ່ ...

ບັນນາທິການລາວທຽນທາມສ໌

ຂະບວນຄາລາວານເພື່ອສະເຫຼີມສະຫຼອງເມືອງວຽງໄຊ ເມືອງປະຫວັດສາດຂອງຊາດ

ລົດຈາກທົ່ວປະເທດຈະຮວມຕົວກັນເພື່ອຈັດຂະບວນຄາລາວານ ສະເຫຼີມສະຫຼອງວັນຄົບຮອບ 50 ປີໃນການສ້າງຕັ້ງເມືອງວຽງໄຊ ແຂວງຫົວພັນ ເຊິ່ງຈະຈັດຕັ້ງຂຶ້ນໃນທ້າຍເດືອນໜ້າ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສີສັນກິດຈະກຳບຸນຊ່ວງເຮືອທີ່ແຂວງອຸດົມໄຊ

ກິດຈະກຳສີສັນຕ່າງໆແມ່ນສ່ວນໜຶ່ງຂອງງານບຸນຊ່ວງເຮືອ ທີ່ບ້ານາຝາງ ເມືອງຮຸນ ແຂວງອຸດົມໄຊ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່ ...

ວຽງຈັນທາມສ໌

ປາກຊ່ອງມີແຜນສ້າງພະພຸດທະຮູບໃຫຍ່ທີ່ສຸດໃນອາຊຽນ

ມີແຜນສ້າງພະພຸດທະຮູບທີ່ໃຫຍ່ທີ່ສຸດໃນອາຊຽນ ໃນເຂດພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈຳປາສັກ ເພື່ອເປັນຈຸດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຕາມການລາຍງານຂອງເຈົ້າເມືອງ.ອ່ານຕໍ່ ...

ເອກກະພອນ ພູທອນສີ

ຊຽງຂວາງກຽມຮັບການກວດກາທົ່ງໄຫຫີນເພື່ອເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ: ທ່ານ ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນປະທານຄະນະກຳມາທິການມໍລະດົກໂລກແຫ່ງຊາດ ປະຊຸມກັບອຳນາດການປົກຄອງຂັ້ນກະຊວງ ແລະ ຂັ້ນແຂວງ ເພື່ອຫາລືດ້ານຄວາມຄືບໜ້າໃນການຂຶ້ນທະບຽນທົ່ງໄຫຫີນເປັນມໍລະດົກໂລກ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ປ່າສະຫງວນແຫ່ງຊາດນ້ຳຫາ ແຂວງຫຼວງນ້ຳທາ ເປັນໜຶ່ງໃນສິບຈຸດໝາຍການທ່ອງທ່ຽວແບບອະນຸລັກຂອງອາຊີ

ນ້ຳຫາແມ່ນປ່າສະຫງວນແຫ່ງຊາດ ທີ່ຕັ້ງຢູ່ພາກເໜືອຂອງແຂວງຫຼວງນ້ຳທາ.  ອຸດທະຍານປ່າໄມ້ດັ່ງກ່າວເປັນແຫຼ່ງທຳມາຫາກິນຂອງຫຼາຍຊົນເຜົ່າ ລວມເຖິງສັດນາໆຊະນິດ ແລະ ພັນພືດທີ່ຫຼາກຫຼາຍ ເຮັດໃຫ້ເປັນໜຶ່ງໃນຈຸດໝາຍການທ່ອງທ່ຽວແບບອະນຸລັກທີ່ໜ້າສົນໃຈ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kGdUM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!