ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ມູນຄ່າຄວາມເສຍຫາຍຈາກໄພນ້ຳຖ້ວມພື້ນທີ່ກະສິກຳມີສູງເກີນ 125 ຕື້ກີບ

ຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາໄດ້ສ້າງຄວາມເສຍຫາຍຕໍ່ຂະແໜງການກະສິກຳ ເປັນມູນຄ່າປະມານ 127 ຕື້ກີບ ຕາມການລາຍງານເບື້ອງຕົ້ນຂອງກະຊວງກະສິກຳ ແລະ ປ່າໄມ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ພະຍຸລະດູຮ້ອນເບບິນກາຈະພັດຜ່ານພາກເໜືອຂອງລາວ

ພື້ນທີ່ພາກເໜືອຂອງລາວໄດ້ຮັບຄຳເຕືອນໃຫ້ກຽມພ້ອມຕໍ່ຝົນຕົກໜັກ ແລະ ລົມແຮງ ເຊິ່ງກົມອຸຕຸນິຍົມຄາດວ່າພະຍຸລະດູຮ້ອນດັ່ງກ່າວຈະພັດຜ່ານຫວຽດນາມ ແລະ ພາກເໜືອຂອງລາວໃນວັນທີ 16-18 ສິງຫານີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ທີມກູ້ໄພຈາກສິງກະໂປເດີນທາງມາຮອດລາວເພື່ອຊ່ວຍເຫຼືອພາລະກິດກູ້ໄພທີ່ອັດຕະປື

ທີມກູ້ໄພພົນລະເຮືອນສະເພາະກິດ ເຊິ່ງປະກອບດ້ວຍເຈົ້າໜ້າທີ່ຈາກກອງຕຳຫຼວດສິງກະໂປ 14 ຄົນ, ໝາກູ້ໄພຈາກໜ່ວຍ SPF K9 3 ຕົວ ແລະ ເຈົ້າໜ້າທີ່ກອງປ້ອງກັນພົນລະເຮືອນສິງກະໂປຈຳນວນ 18 ຄົນໄດ້ເດີນທາງມາເຖິງປະເທດລາວຕັ້ງແຕ່ວັນຈັນຜ່ານມາ ດ້ວຍຍົນຂົນສົ່ງ C-130 ຂອງກອງທັບອາກາດສາທາລະນະລັດສິງກະໂປ (RSAF) ເພື່ອຊ່ວຍເຫຼືອພາລະກິດກູ້ໄພທີ່ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບັນດາອົງການສະຫະປະຊາຊາດສືບຕໍ່ຊ່ວຍເຫຼືອຮັບມືຕໍ່ໄພພິບັດທີ່ອັດຕະປື

ບັນດາອົງການສະຫະປະຊາຊາດເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ຄູ່ຮ່ວມງານເພື່ອມະນຸດສະທຳ ເພື່ອຊ່ວຍເຫຼືອດ້ານນ້ຳສະອາດ, ອາຫານ, ທີ່ພັກ ແລະ ສຸຂະພາບໃຫ້ແກ່ປະຊາຊົນ 13,000 ຄົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ໂຮງໝໍໃນອັດຕະປືປິ່ນປົວ 221 ຜູ້ປະສົບເຄາະນ້ຳຖ້ວມທີ່ໄດ້ຮັບບາດເຈັບ

ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນ 149 ຄົນທີ່ໄດ້ຮັບບາດເຈັບຈາກເຫດນ້ຳພັດເຂົ້າຖ້ວມພື້ນທີ່ ໄດ້ຮັບການປິ່ນປົວທີ່ໂຮງໝໍເມືອງ, ສ່ວນອີກ 72 ຄົນທີ່ໄດ້ຮັບບາດເຈັບຮ້າຍແຮງໄດ້ຮັບການປິ່ນປົວທີ່ໂຮງໝໍແຂວງອັດຕະປື.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ອັດຕະປືຢືນຢັນພົບຜູ້ເສຍຊີວິດແລ້ວ 36 ຄົນ ແລະ 98 ຄົນຍັງສູນຫາຍ

ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານ ແລະ ທີມກູ້ໄພຈາກສິງກະໂປ ຍັງຄົງສືບຕໍ່ການຄົ້ນຫາຜູ້ສູນຫາຍ 98 ຄົນ ຈາກເຫດໄພພິບັດເຂື່ອນແຕກ, ເຊິ່ງມີຈຳນວນຍອດຜູ້ເສຍຊີວິດຢູ່ທີ່ 36 ຄົນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປືວອນຂໍເຂົ້າ ແລະ ອຸປະກອນແຕ່ງກິນເພີ່ມເຕີມ

ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນຫຼາຍທີ່ພັກຢູ່ຕາມແຄ້ມ ຍັງຕ້ອງການເຂົ້າ, ຊີ້ນ, ປາ, ເຕົາໄຟ, ແລະ ອຸປະກອນແຕ່ງກິນ ເພື່ອແຕ່ງກິນເອງຫຼັງຈາກໄພພິບັດນ໊ຳຖ້ວມ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຮອງນາຍົກ: ສັ່ງເລັ່ງມືການແຈກຈ່າຍເຄື່ອງຊ່ວຍເຫຼືອທີ່ຈຳເປັນ

ເຈົ້າໜ້າທີ່ຮັບຜິດຊອບພະຍາຍາມຂຸ້ນຂ້ຽວຈັດການກັບເຄື່ອງນຸ່ງຫົ່ມຈຳນວນຫຼາຍ ແລະ ເຄື່ອງໃຊ້ສອຍອື່ນໆ ທີ່ໄດ້ຮັບການບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປື ເນື່ອງຈາກມີເຄື່ອງຂອງບໍລິຈາກຈຳນວນຫຼາຍຫຼັ່ງໄຫຼເຂົ້າມາໃນສາງສູນກາງທີ່ວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການນຳເນັ້ນການເລັ່ງມືພາລະກິດບັນເທົາທຸກ ແລະ ຟື້ນຟູໄພນ້ຳຖ້ວມ

ການນຳຮຽກຮ້ອງໃຫ້ມີການເລັ່ງມືພາລະກິດບັນເທົາທຸກໄພນ້ຳຖ້ວມໃນທຸກໆແຂວງທີ່ໄດ້ຮັບຜົນກະທົບຈາກສະພາບກາດທີ່ຮ້າຍແຮງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ອົງການຢູນິເຊັບ ແລະ ລັດຖະບານເດີນໜ້າຮັບມືເຫດສຸດເສີນເພື່ອຕອບສະໜອງຄວາມຕ້ອງການຂອງເດັກ

ຫຼັງຈາກເຫດໄພພິບັດນ້ຳຖ້ວມກະທັນຫັນຄັ້ງໃຫຍ່ທີ່ເມືອງສະໜາມໄຊ ແຂວງອັດຕະປື, ອົງການຢູນິເຊັບຮ່ວມກັບລັດຖະບານລາວ ໂດຍສະເພາະແມ່ນກະຊວງສຶກສາທິການ ໃນການຈັດຫາການບັນເທົາທຸກສຸກເສີນສຳລັບເດັກນ້ອຍ 5,300 ຄົນ ແລະ ຄອບຄົວຂອງເຂົາເຈົ້າ. ອົງການຢູນິເຊັບໄດ້ສຳເລັດການຕິດຕັ້ງເຄື່ອງປັ່ນໄຟຫ້າຊຸດ, ຫ້ອງນ້ຳເຄື່ອນທີ່ 26 ຫຼັງ, ເຈາະນ້ຳບາດານ 12 ແຫ່ງ ແລະ ແຈກຢາຍອຸປະກອນສຸຂະອະນາໄມໃນແຄ້ມຫ້າແຫ່ງ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Lux7V
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!