News
ໃນທົ່ວປະເທດພົບຜູ້ເສຍຊີວິດແລ້ວ 14 ຄົນຍ້ອນພະຍາດໄຂ້ເລືອດອອກ
(ຂປລ) ໃນຊ່ວງຫົກເດືອນມານີ້ ໃນລາວພົບຜູ້ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກແລ້ວ 14 ຄົນ ເຊິ່ງໃນນັ້ນນະຄອນຫຼວງວຽງຈັນມີ 5 ກໍລະນີ, ແຂວງສະຫວັນນະເຂດ ແລະ ຈຳປາສັກແຂວງລະ 3 ກໍລະນີ, ແຂວງສາລະວັນ 2 ກໍລະນີ ແລະ ຂວງບໍລິຄຳໄຊ 1 ກໍລະນີ.ສູນວິເຄາະ ແລະ ລະບາດວິທະຍາ ພາຍໃຕ້ກະຊວງສາທາລະນະສຸກ ລາຍງານວ່າໄດ້ກວດພົບການລະບາດຂອງພະຍາດທີ່ມາຈາກຍຸງຫຼາຍພັນກໍລະນີໃນທົ່ວປະເທດ, ເຊັ່ນ ແຂວງຈຳປາສັກມີຢ່າງໜ້ອຍ 1,500 ກໍລະນີ, ສະຫວັນນະເຂດ 719 ກໍລະນີ, ນະຄອນຫຼວງວຽງຈັນ 718 ກໍລະນີ, ອັດຕະປື 466 ກໍລະນີ, ຫຼວງນ້ຳທາ 266 ກໍລະນີ, ຄຳມ່ວນ 234 ກໍລະນີ, ສາລະວັນ 244 ກໍລະນີ, ບໍລິຄຳໄຊ 135 ກໍລະນີ, ເຊກອງ 69 ກໍລະນີ, ແຂວງວຽງຈັນ ...