ແຮງງານ
ວາລະສົນທະນາທາງອອນລາຍ: ຫົວຂໍ້ການຄ້າມະນຸດ ແລະ ການປົກປ້ອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ.

ເພື່ອລະລຶກເຖິງວັນສາກົນເພື່ອຕ້ານການຄ້າມະນຸດປີ 2021, ເຊີນທ່ານເຂົ້າຮ່ວມເວທີສົນທະນາອອນລາຍ ພາຍໃຕ້ຫົວຂໍ້: ການຄ້າມະນຸດ ແລະ ການປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ໃນ ສປປ ລາວ.ວັນເວລາ: ວັນສຸກ, ທີ 30 ກໍລະກົດ 2021 (14:00 – 15:30).ນີ້ແມ່ນໂອກາດສຳລັບທ່ານທີ່ຈະພົບກັບວິທະຍາກອນຮັບເຊີນຈາກອົງການ IOM, ສູນກາງສະຫະພັນແມ່ຍິງລາວ, ອົງການບ້ານຈຸດສຸມສາກົນ, ແລະ ສະຖານທູດ ອາເມຣິກາ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ທ່ານຈະໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບວິທີປະກອບສ່ວນເຂົ້າໃນການສະກັດກັ້ນ ການຕ້ານການຄ້າມະນຸດ, ກົນໄກທີ່ມີຢູ່ໃນການຊ່ວຍເຫຼືອ ແລະ ປົກປ້ອງ ຜູ້ຖືກເຄາະຮ້າຍ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ, ຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ກັບແຮງງານເຄື່ອນຍ້າຍ ແລະ ການເຄື່ອນຍ້າຍ, ...
ເວັບໄຊໃໝ່ສ້າງໂອກາດສຳລັບຜູ້ຊອກວຽກ ແລະ ນາຍຈ້າງໃນລາວ

ຜູ້ທີ່ກຳລັງຊອກວຽກ ຫຼື ຜູ້ວ່າຈ້າງທີ່ຕ້ອງຫາຊອກຫາພະນັງງານ ສາມາດລົງທະບຽນກັບເວັບໄຊ www.lmi.molws.gov.la ເຊິ່ງເປັນເວັບໄຊຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເວັບໄຊດັ່ງກ່າວຈະຊ່ວຍເຫຼືອຜູ້ທີ່ຕ້ອງການເຮັດວຽກກັບບໍລິສັດເອກະຊົນໃນລາວ ແລະ ຕ່າງປະເທດ.ທ່ານ ສຸທານຸ ບຸດພົມວິຫານ ຫົວໜ້າໜ່ວຍງານສະຖິຕິ ກົມແຜນການ ແລະ ການຮ່ວມມື ໄດ້ບອກກັບໜັງສືພີມວຽງຈັນທາມສ໌ວານນີ້ວ່າ ທາງກະຊວງໄດ້ຈັດຕັ້ງເວັບໄຊນີ້ຂຶ້ນ ເພື່ອເປັນຊ່ອງທາງໃນການເຊື່ອມຕໍ່ລະຫວ່າງຜູ້ທີ່ກຳລັງຊອກວຽກ ແລະ ຜູ້ຈ້າງງານ ເພື່ອຊ່ວຍຫຼຸດຜ່ອນອັດຕາການຫວ່າງງານ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ