News
ອຳນາດການປົກຄອງລັດໄດ້ຊີ້ແຈງກ່ຽວກັບການປະທ້ວງຂອງແຮງງານຊາວພະມ້າຢູ່ເຂດເສດຖະກິດພິເສດ
ເຂດເສດຖະກິດພິເສດ ສາມລ່ຽມທອງຄຳ ໄດ້ຖືກປິດບໍລິເວນໃນວັນສຸກທີ່ຜ່ານມາ ເນື່ອງຈາກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຈາກຄົນງານພາຍໃນນັ້ນ. ອຳນາດການປົກຄອງທີ່ກ່ຽວຂ້ອງຢູ່ເຂດເສດຖະກິດພິເສດສາມລ່ຽມທອງຄຳແຫ່ງນັ້ນ ໄດ້ອອກຄຳຖະແຫຼງກ່ຽວກັບເຫດການໂຮມຊຸມນຸມຂອງບັນດາແຮງານຕ່າງດ້າວຈາກປະເທດມຽນມ້າ. ການປະທ້ວງດັ່ງກ່າວແມ່ນເກີດຈາກຄວາມບໍ່ພໍໃຈກັບການຫວ່າງງານ ແລະ ຕໍ່ກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ໃນລະຫວ່າງການປິດລ້ອມໃນເຂດເສດຖະກິດພິເສດ.ອ່ານຕໍ່ທີ່ນີ້ ...
ໄພບູນ ທະນະບົວສີ
ແຮງງານລາວມີໜ້າໜ້ອຍໃນເຂດເສດຖະກິດພິເສດ
ມີແຮງງານລາວພຽງໜຶ່ງສ່ວນສາມທີ່ອອກແຮງງານໃນເຂດເສດຖະກິດພິເສດ ແລະ ເຂດເສະຖະກິດສະເພາະ (SEZs) ໃນນີ້ແມ່ນຍ້ອນບັນຫານການຂາດທັກສະ ເຮັດມີໂອກາດໜ້ອຍໃນການເຂົ້າເຮັດວຽກໃນບັນດານິຄົມອຸກສາຫະກຳ, ຕາມການສຳຫຼວດຫຼ້າສຸດ.ປະຈຸບັນໃນລາວມີການເຂດເສດຖະກິດ SEZs ລວມທັງໝົດ 12 ແຫ່ງ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວ ແລະ ຕ່າງປະເທດລວມ 24,982 ອັດຕາ. ໃນນັ້ນມີແຮງງານລາວພຽງໜຶ່ງສ່ວນສາມ ຫຼື 8,951 ອັດຕາ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ