News
ລັດຖະບານຈະສ້າງແຜນພັດທະນາຊັບພະຍາກອນມະນຸດ
ລັດຖະບານຈະສ້າງແຜນໄລຍະກາງເພື່ອການພັດທະນາຊັບພະຍາກອນມະນຸດ ຫຼັງຈາກມີຫາງສຽງຈາກສະມາຊິກສະພາແຫ່ງຊາດທີ່ວ່າ ລາວກຳລັງຜະເຊີນກັບການຂາດແຄນແຮງງານໃນຂົງເຂດການພັດທະນາບູລິມະສິດ.ໃນກອງປະຊຸມສະພາແຫ່ງຊາດອາທິດແລ້ວນີ້, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ ຄະນະກຳມະການພັດທະນາຊັບພະຍາກອນມະນຸດຈະເປັນຜູ້ຮັບຜິດຊອບໃນການສ້າງແຜນການດັ່ງກ່າວ.ຄະນະກຳມະການດັ່ງກ່າວປະກອບດ້ວຍຕາງໜ້າຈາກກະຊວງ ແລະ ອົງການຈັດຕັ້ງຕ່າງໆ ເຊິ່ງຈະຮ່ວມກັນສ້າງແຜນການ ແລະ ຈັດຕັ້ງປະຕິບັດໃນລະຫວ່າງປີ 2020 ຫາປີ 2025.ອ່ານຕໍ່ ...
ເອກະພອນ ພູທອນສີ
