ພົບການນຳໃຊ້ດິນແທນຊີມັງໃນຖານຂອງເຂື່ອນທີ່ແຕກຢູ່ລາວ

ວຽງຈັນ (AsiaNews/Agencies) – ການແຕກຂອງສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນວັນທີ 23 ກໍລະກົດ 2018 ແມ່ນຍ້ອນວິທີການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ໂດຍການນຳໃຊ້ດິນແທນຊີມັງ.

ລັດຖະບານລາວໄດ້ຈັດຖະແຫຼງການວານນີ້ ເພື່ອໃຫ້ຂໍ້ສະຫຼຸບກ່ຽວກັບການສືບສວນສອບສວນກໍລະນີດັ່ງກ່າວຂອງທີມຜູ້ຊ່ຽວຊານອິດສະຫຼະ (IEP).

ພາຍຫຼັງການແຕກຂອງໂຄງສ້າງເຂື່ອນ, ມວນນ້ຳປະລິມານຫ້າຕື້ແມັດກ້ອນໄດ້ໄຫຼເຂົ້າຖ້ວມ 12 ບ້ານຢູ່ແຂວງຈຳປາສັກ ແບະ ອັດຕະປືທາງພາກໃຕ້ຂອງລາວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ພ້ອມຜູ້ສູນຫາຍອີກຈຳນວນໜຶ່ງ.

ອ່ານຕໍ່…

AsiaNews.it
http://asianews.it/news-en/Soil-instead-of-concrete-in-the-foundations-of-collapsed-dam-47144.html