ລາວຈະແກ້ໄຂຂໍ້ກັງວົນຂອງ MRC ກ່ຽວກັບເຂື່ອນໄຟຟ້າປາກລາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ໃຫ້ຄຳໝັ້ນໃນການພິຈາລະນາຂໍ້ສະເໜີຕົ້ນຕໍຂອງປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງ (MRC) ແລະ ຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງ ໃນການອອກແບບ ແລະ ກໍ່ສ້າງໂຄງການເຂື່ອນໄຟຟ້າທີ່ປາກລາຍ, ຕາມຂໍ້ມູນຈາກເຈົ້າໜ້າທີ່ລະດັບສູງ.

ໃນກອງປະຊຸມທີ່ວຽງຈັນໃນບັ້ນສິ້ນສຸດຂະບວນການປຶກສາຫາລືລ່ວງໜ້າກ່ຽວກັບໂຄງການເຂື່ອນທີ່ປາກລາຍອາທິດແລ້ວນີ້, ທ່ານ ຈັນທະເນດ ບົວລະພາ ຕາງໜ້າລັດຖະບານລາວກ່າວວ່າ ລັດຖະບານ ແລະ ເຈົ້າຂອງໂຄງການຈະທົບທວນລາຍລະອຽດກ່ຽວກັບຜົນການຄົ້ນຄວ້າ ແລະ ຂໍ້ສະເໜີຕົ້ນຕໍຕ່າງໆຂອງບັນດາປະເທດສະມາຊິກ MRC.

ອ່ານຕໍ່…

ເອກະພອນ ພູທອນສີ