ລັດຖະບານລາວມອບຫຼຽນການໃຫ້ແກ່ເອອັກຄະລັດຖະທູດສິງກະໂປທີ່ກຳລັງຈະໝົດວາລະ

ລັດຖະບານໄດ້ມອບຫຼຽນການມິດຕະພາບໃຫ້ແກ່ທ່ານ ໂດມິນິກ ໂກະ ເອກອັກຄະລັດຖະທູດສິງກະໂປປະຈຳລາວ ເນື່ອງໃນໂອກາດສຳເລັດພາລະກິດທາງການທູດ ເຊິ່ງທ່ານໄດ້ປະກອບສ່ວນອັນສຳຄັນໃນການສົ່ງເສີມສາຍພົວພັນລະຫວ່າງສອງຊາດ ລາວ-ສິງກະໂປ.

ທ່ານເອກອັກຄະລັດຖະທູດ ໂກະ ຈະເດີນທາງກັບປະເທດ ພາຍຫຼັງປະຈຳການໃນລາວເປັນໄລຍະກວ່າສີ່ປີ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າລັດຖະບານ ແລະ ປະຊາຊົນລາວ, ມອບຫຼຽນກາມິດຕະພາບດັ່ງກ່າວໃຫ້ແກ່ທ່ານທູດໃນວັນທີ 8 ກໍລະກົດຜ່ານມານີ້ ທີ່ກະຊວງການຕ່າງປະເທດລາວ.

ອ່ານຕໍ່… 

 

ໂຕະຂ່າວວຽງຈັນທາມສ໌