Vientiane Times/ANN
เบฅเบฑเบเบเบฐเบเบฒเบเบเบฑเบเบเบนเบฅเบดเบกเบฐเบชเบดเบเปเบเบเบเบฒเบเบเบทเปเบเบเบนเบเบฒเบเปเบเบเบดเบเบฑเบ
ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງຈະມີຂໍ້ຈຳກັດດ້ານງົບປະມານ, ການຟື້ນຟູຈາກໄພພິບັດກໍຍັງຄົງເປັນບູລິມະສິດສູງສຸດຂອງລັດຖະບານ ເພື່ອຮັກສາລະດັບການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ການຫຼຸດຜ່ອນຄວາມທຸກຍາກໃນຊຸມຊົນທ້ອງຖິ່ນ.ທ່ານ ປອ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງາຍຜ່ານສຳນັກຂ່າວວຽງຈັນທາມສ໌ໃນອາທິດນີ້ວ່າ ລັດຖະບານຈະຈັດສັນງົບປະມານບາງສ່ວນ ເພື່ອແກ້ໄຂບັນຫາຜົນກະທົບຈາກໄພທຳມະຊາດ, ໂດຍສະເພາະແມ່ນໄພນ້ຳຖ້ວມ ແລະ ໄພແລ້ງ.ອ່ານຕໍ່ ...
เบชเบปเบกเบชเบฑเบ เบเบปเบเบเบฒเบง
http://annx.asianews.network/content/laos-prioritises-disaster-recovery-programme-101594
เบเบฑเบเบฎเบฝเบเบเบฑเบเบชเบถเบเบชเบฒเบฎเบฝเบเบฎเบนเปเบเบปเบเบฎเบฝเบเบเปเบฝเบงเบเบฑเบเบเบฒเบเบชเบฐเบเบฑเบเบเบฑเปเบเบเบฒเบเบเปเบฒเบกเบฐเบเบธเบเบเบฒเบ เบขเบนเปเบญเบฑเบ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກຮຽນນັກສຶກສາຈາກໂຮງຮຽນມັດທະຍົມ ແລະ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມກອງປະຊຸມຢູ່ວຽງຈັນຫວ່າງໝໍ່ໆມານີ້ ເພື່ອຮຽນຮູ້ກ່ຽວກັບການຄ້າມະນຸດ, ໂດຍສະເພາະແມ່ນວິທີການໃນການຕ້ານການຄ້າມະນຸດພາຍໃຕ້ລະບຽບການສາກົນ.ຫົວຂໍ້ໃນການປະຊຸມແມ່ນຫາລືກ່ຽວກັັບເຫດການຕົວແບບຂອງອົງການສະຫະປະຊາຊາດ ເຊິ່ງຈັດຂຶ້ນຢູ່ເຮືອນຮັບແຂກຂອງອົງການສະຫະປະຊາຊາດປະຈຳນະຄອນວຽງຈັນ.ອ່ານຕໍ່ ...
เบเบปเบกเบเบปเบ เปเบซเบผเบปเบฒเบญเบดเบ
http://annx.asianews.network/content/students-get-lessons-un-human-trafficking-prevention-101595
เบเบฐเบเบงเบเบญเบฐเบเบธเบเบฒเบเปเบซเปเบกเบตเบเบฒเบเบชเบปเปเบเบญเบญเบเบเบฐเบฅเบดเบเบเบฐเบเบฑเบเปเบกเปเปเบเบตเปเบกเบเบถเปเบ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າໄດ້ດັດແກ້ລາຍການຜະລິດຕະພັນໄມ້ເພື່ອການສົ່ງອອກ ເພື່ອໃຫ້ຜູ້ຜະລິດເຟີນີເຈີສາມາດຈຳໜ່າຍຜະລິດຕະພັນຂອງຕົນໃນຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ສະດວກຍິ່ງຂຶ້ນ.ກະຊວງໄດ້ກຳນົດປະເພດຜະລິດຕະພັນໄມ້ໃນສາມປະເພດຫຼັກຄື: ຜະລິດຕະພັນໄມ້ປູກ, ຜະລິດຕະພັນໄມ້ທຳມະຊາດ, ແລະ ຜະລິດຕະພັນຫວາຍ ແລະ ໄມ້ໄຜ່.ອ່ານຕໍ່ ...
เปเบเบฐเบเปเบฒเบง
http://annx.asianews.network/content/lao-ministry-allows-more-wood-products-export-101523
เบฅเบฐเบเบปเบเบเบปเบเบฅเบฐเบเบฐเบเบฒเบเบเบฐเบชเบฐเปเบญเบเบเปเบณเบชเบณเบฅเบฑเบเบเบทเปเบเบเบตเปเบเบนเบเบเบฑเบย 1,500 เปเบฎเบฑเบเบเบฒ
ວຽງຈັນ (ວຽງຈັນທາມສ໌/ANN) – ແຜນຊົນລະປະທານທີ່ຫາກໍ່ສຳເລັດ ຄາດວ່າຈະສ້າງຜົນປະໂຫຍດໃຫ້ແກ່ຊາວກະສິກອນກວ່າ 60,000 ຄົນ ດ້ວຍການສະໜອງນ້ຳສູ່ພື້ນທີ່ກະສິກຳ 1,542 ເຮັກຕາ.ໂຄງການດັ່ງກ່າວໄດ້ມີການມອບຮັບຢ່າງເປັນທາງການໃນມື້ວານນີ້ ຈາກຜູ້ຮັບເໝົາໃຫ້ແກ່ອຳນາດການປົກຄອງວຽງຈັນ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ.ແຜນຊົນລະປະທານດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການຄຸ້ມຄອງຄວາມສ່ຽງ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ພາຍໃຕ້ການສະໜັບສະໜູນຂອງທະນາຄານພັດທະນາອາຊີ (ADB) ແລະ ລັດຖະບານລາວ.ອ່ານຕໍ່ ...
เปเบเปเบงเบงเบฝเบเบเบญเบ เบเบธเบเบงเบดเปเบชเบ
http://annx.asianews.network/content/irrigation-system-provide-water-1500-hectares-crops-101522
เปเบเบตเบเปเบซเบเบเบดเบเปเบเบทเปเบญเบเบขเบนเปเปเบเบงเบเบซเบปเบงเบเบฑเบ เบกเบตเบเบนเปเบชเบนเบเบซเบฒเบเปเบเบฑเบเบเบปเบ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນຕອນເຊົ້າຂອງວັນເສົາຜ່ານມາ ໄດ້ເກີດເຫດດິນເຈື່ອນຢູ່ເມືອງວຽງໄຊ ແຂວງຫົວພັນ ເຮັດໃຫ້ມີຜູ້ສູນຫາຍເຈັດຄົນ ແລະ ເດັກນ້ອຍບາດເຈັບສອງຄົນ, ພາຍຫຼັງມີຝົນຕົກຕິດຕໍ່ກັນກວ່າສອງວັັນ.ທ່ານ ພົນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນມື້ວານນີ້ວ່າ ໃນເວລາ 3 ໂມງເຊົ້າຂອງວັນເສົາ ຢູ່ບ້ານຫິນດຳໄດ້ມີເຫດດິນເຈື່ອນ ທັບເຮືອນສອງຫຼັງ ແລະ ດັນລົງສູ່ແມ່ນ້ຳຢູ່ເບື້ອງລຸ່ມ.ອ່ານຕໍ່ ...
เบเบปเบกเบเบปเบ เปเบซเบผเบปเบฒเบญเบดเบ
http://annx.asianews.network/content/seven-missing-after-huaphan-landslide-101521
เบเปเบณเบเบปเบเบเบฒเบ เบเบฒเบเปเบ: เบกเบตเบเบธเบเปเบเบฑเปเบเปเบเบเบฒเบเปเบเบตเบเบเปเปเบฒ
ວຽງຈັນ (ວຽງຈັນທາມສ໌/ANN) – ນ້ຳຕົກຕາດ ຕາດໄຊ ແຂວງບໍລິຄຳໄຊ ບໍ່ພຽງແຕ່ເປັນສະຖານທີ່ທ່ອງທ່ຽວທີ່ມີທິວທັດທຳມະຊາດທີ່ສວຍງາມ, ເໝາະແກ່ການກິນເຂົ້າປ່າ ຫຼິ້ນນ້ຳຕາດ, ແຕ່ຍັງເໝາະແກ່ການເດີນປ່ານຳອີກ.ເພື່ອກະກຽມສຳລັບການເດີນປ່າຢູ່ວັງວຽງໃນທ້າຍປີນີ້, ຂ້າພະເຈົ້າພ້ອມດ້ວຍໝູ່ເພື່ອນ ໄດ້ຊ້ອມຍ່າງຕາມແຄມນ້ຳຂອງ ແຕ່ວ່າໃນທ້າຍອາທິດຜ່ານມາພວກເຮົາໄດ້ຕັດສິນໃຈໄປລອງປ່ຽນບັນຍາກາດອ່ານຕໍ່ ...
เปเบเปเบงเบเบปเบกเบเบน เบชเบฑเบเบเบฒเบงเบปเบ
http://annx.asianews.network/content/feature-tad-xai-waterfall-trek-what-makes-it-special-101524
เบเบฐเปเปเบเบเบฐเบชเบดเบเบณเบเบฐเปเบเบตเบเบเบฑเบเบซเบฒเบญเบฑเบเบเบฒเบเบฒเบเบเบฐเบซเบเบฒเบเบเบปเบงเบเบฑเบเบเปเบฒ
ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງກະສິກຳບໍ່ມີການຂະຫຍາຍຕົວເທົ່າທີ່ຄວນ ຍ້ອນຜົນຈາກສະພາບອາກາດທີ່ຮ້າຍແຮງ, ຕາມບົດລາຍງານຫຼ້າສຸດຂອງລັດຖະບານ.ລັດຖະບານຄາດວ່າຂະແໜງດັ່ງກ່າວຈະຂະຫຍາຍຕົວໃນອັດຕາ 2.8 ເປີເຊັນໃນປີນີ້ ຖ້າບໍ່ມີໄພນ້ຳຖ້ວມ, ແຫ້ງແລ້ງ ຫຼື ສະພາບອາກາດທີ່ຮ້າຍແຮງໃນແບບຕ່າງໆ.ນັກເສດຖະສາດກັງວົນວ່າ ການຜະລິດກະສິກຳຂອງລາວໃນປີນີ້ຈະຫຼຸດຜ່ອນລົງ ເນື່ອງຈາກລະດູແລ້ງທີ່ແກ່ຍາວ, ການລະບາດຂອງພະຍາດ ແລະ ໄພນ້ຳຖ້ວມ. ອ່ານຕໍ່ ...
เบชเบปเบกเบชเบฑเบ เบเบปเบเบเบฒเบง
http://annx.asianews.network/content/agriculture-experiences-slow-growth-rate-101452
เบเปเบฝเบงเบเบดเบเปเบเบปเปเบฒเปเปเบปเบฒเบฅเบณเบเบฒเบเบงเปเบฒเบเบฐเบชเบปเปเบเปเบชเบตเบกเบเบฒเบเบเปเบญเบเบเปเบฝเบงเบฅเบฐเบซเบงเปเบฒเบเบซเบฒเบเปเบ, เบงเบฝเบเบเบฑเบย
ວຽງຈັນ (ວຽງຈັນທາມສ໌/ANN) – ການເປີດຖ້ຽວບິນເຊົ່າເໝົາລຳລະຫວ່າງເມືອງຫາງໂຈ ແຂວງສີຈຽງ ແລະ ນະຄອນຫຼວງວຽງຈັນ ຄາດວ່າຈະຊ່ວຍສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນລະຫວ່າງລາວ ແລະ ຈີນ.ພິທີເປີດຖ້ຽວບິນປະຖົມມະເລີກດັ່ງກ່າວໄດ້ມີຂຶ້ນໃນອາທິດແລ້ວນີ້ ທີ່ເມືອງຫາງໂຈ.ອ່ານຕໍ່ ...
เปเบเบฐเบเปเบฒเบง
http://annx.asianews.network/content/charter-flights-set-bolster-tourism-between-hangzhou-vientiane-101453
เปเบเบทเปเบญเบเปเบเบเบฐเบเบนเบฅเบตเบเปเปเปเบเปเบเบตเบเบเบงเบฒเบเบเบฒเบเปเบซเบผเบเบญเบเบเบฐเปเบชเบเปเบณ, เปเบเบปเปเบฒเปเปเบฒเบเบตเปเบเปเบฒเบง
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານໄດ້ກ່າວປະຕິເສດບົດລາຍງານທີ່ເຜີຍແຜ່ທາງສື່ສັງຄົມອອນໄລວ່າ ເຂື່ອນໄຊຍະບູລີເປັນສາເຫດໃຫ້ການໄຫຼຂອງນ້ຳໃນແມ່ນ້ຳຂອງຕອນລຸ່ມຊ້າລົງ.ເຂື່ອນດັ່ງກ່າວແມ່ນສ້າງຕາມແບບຈຳລອງນ້ຳໄຫຼ, ເຊິ່ງບໍ່ຈຳເປັນຕ້ອງມີການກັກເກັບນ້ຳ, ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ ລາຍງາຍຜ່ານສື່ມວນຊົນທ້ອງຖິ່ນໃນອາທິດແລ້ວນີ້.ເຈົ້າໜ້າທີ່ຢືນຢັນວ່າ ຫຼັກການສ້າງເຂື່ອນຕາມແບບຈຳລອງນ້ຳໄຫຼກໍຄື ປະລິມານນ້ຳໄຫຼເຂົ້າແມ່ນເທົ່າກັບປະລິມານນ້ຳໄຫຼອອກ.ອ່ານຕໍ່ ...
เปเบเบฐเบเปเบฒเบงเบงเบฝเบเบเบฑเบเบเบฒเบกเบชเป
http://annx.asianews.network/content/xayaboury-dam-has-not-hindered-water-flow-officials-say-101451
เบเบเบฅ เบฎเปเบงเบกเบกเบทเบเบฑเบเบเปเบฅเบดเบชเบฑเบ KIWI เบเปเบฝเบงเบเบฑเบเบเบฒเบเปเบเบทเปเบญเบเปเบซเบงเบเบฒเบเบเบฒเบเปเบเบดเบเบเปเบฒเบย Alipay
ວຽງຈັນ (ວຽງຈັນທາມສ໌/ANN) – ໃນອີກບໍ່ດົນ ບັນດານັກລົງທຶນ ແລະ ບໍລິສັດຈີນກໍຈະສາມາດເຄື່ອນໄຫວທາງການເງິນຜ່ານລະບົບການຈ່າຍເງິນ Alipay ໃນລາວໄດ້ແລ້ວ.ທະນາຄານພດທະນາລາວ (ທພລ) ໄດ້ເຮັດຂໍ້ຕົກລົງກັບບໍລິສັດ KIWI ຈຳກັດໃນວັນທີ 30 ກໍລະກົດທີ່ຜ່ານມາກ່ຽວກັບການໃຫ້ບໍລິການດັ່ງກ່າວ.ບໍລິສັດ KIWI ແມ່ນຜູ້ໃຫ້ບໍລິການກ່ຽວກັບເທັກໂນໂນຢີທາງການເງິນຊັ້ນນຳໃນອາຊີຕາເວັນອອກສຽງໃຕ້ ແລະ ໃຫ້ບໍລິການລະບົບການຈ່າຍເງິນແບບບໍ່ໃຊ້ເງິນສົດສຳລັບລູກຄ້າ.ອ່ານຕໍ່ ...
เบกเบฐเบเบตเบเบฑเบ เบเบฑเบเบชเบตเบงเบปเบเปเบ
http://annx.asianews.network/content/ldb-partners-kiwi-transactions-through-alipay-101455