ເປົ້າໝາຍການພັດທະນາແບບຍືນຍົງ
SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ
ວຽກງານທີ່ດິນ

ການນຳໃຊ້ທີ່ດິນໃນປະເທດລາວປັດຈຸບັນແມ່ນມີທ່າກ້າວປ່ຽນແປງທີ່ສຳຄັນຫຼາຍຢ່າງ. ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ດຳລົງຊີວິດຕາມແບບແຜນປະເພນີ, ເກັບກ່ຽວເຄື່ອງປ່າຂອງດົງ, ຮັກສາດູແລທີ່ດິນໂດຍຜ່ານການເຮັດໄຮ່ນາກະສິກຳ ແຕ່ນະໂຍບາຍບາງຂໍ້ຂອງລັດຖະບານ ໄດ້ຫຼຸດການນຳໃຊ້ທີ່ດິນກະສິກຳໂດຍພຶດຕິໃນ.1 ພ້ອມນັ້ນ, ສົງຄາມອິນໂດຈີນ ກໍເປັນເງື່ອນໄຂໃຫ້ປະຊາຊົນໂຕນໜີຈາກບ້ານເກີດເມືອງນອນ ແລະ ຊອກຫາຖິ່ນຖານທີ່ຢູ່ອາໃສໃໝ່.2 ການຍ້າຍຖິ່ນຖານໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍສິບພັນຄົນ ທີ່ອາໃສຢູ່ໃນເຂດພູດອຍນັ້ນ ໄປອາໃສຢູ່ສະຖານທີ່ໃໝ່ທີ່ໃກ້ກັບຖະໜົນຫົນທາງ ແລະ ການບໍລິການສາທາລະນະ.3ທິວທັດແສງແດດ ແລະ ທ້ອງຟ້າທີ່ມີລົມພັດຜ່ານພູຜາ ແລະ ທົ່ງນາທີ່ເມືອງວັງວຽງ, ປະເທດລາວ. ຮູບພາຍໂດຍ Basile Morin, Wikimedia commons, ຖ່າຍວັນທີ 19 ມິຖຸນາ 2020, ພາຍໃຕ້ລິຂະສິດ CC-BY-SA 4.0.ຄວາມຫຼາກຫຼາຍທາງດ້ານຊີວະນາພັນຂອງ ສປປ ລາວ ໄດ້ຫຼຸດລົງ ດ້ວຍສາເຫດມາຈາກການເຕີບໂຕຂອງປະຊາກອນ, ການປ່ຽນແປງການນໍາໃຊ້ທີ່ດິນ, ການຂຸດຄົ້ນຊັບພະຍາກອນ ແລະ ການຫັນປ່ຽນໄປສູ່ເສດຖະກິດຕະຫຼາດ.4 ອີງໃສ່ຍຸດທະສາດແຫ່ງຊາດກ່ຽວກັບ “ການຫັນທີ່ດິນເປັນທຶນ”5 ...
SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ

ເປົ້າໝາຍການພັດທະນາແບບຍືນຍົງ 15 – “ສິ່ງທີ່ມີຊີວິດເທິງໜ້າດິນ” – ແມ່ນແນໃສ່ການປົກປັກຮັກສາ ແລະ ຟຶ້ນຟູລະບົບນິເວດໜ້າດິນ. ເປົ້າໝາຍດັ່ງກ່າວໂດຍສະເພາະ ແມ່ນແນໃສ່ການຄຸ້ມຄອງປ່າໄມ້, ການປ່ຽນສະພາບເປັນທະເລຊາຍ, ການເສື່ອມສະພາບຂອງດິນ ແລະ ຊີວະນາໆພັນ. ເພື່ອບັນລຸຈຸດໝາຍດັ່ງກ່າວນີ້, SDG15 ລວມມີ 12 ເປົ້າໝາຍ ເຊິ່ງແຕ່ລະເປົ້າໝາຍປະກອບດ້ວຍຕົວຊີ້ວັດເພື່ອວັດແທກຄວາມຄືບໜ້າ. ເກົ້າເປົ້າໝາຍທຳອິດ, ເປົ້າໝາຍທີ 15.1–15.9, ແມ່ນສະເໜີກ່ຽວກັບຂົງເຂດການປົກປັກຮັກສາສິ່ງແວດລ້ອມ ສ່ວນອີກສາມເປົ້າໝາຍທີ່ຍັງເຫຼືອ, ເປົ້າໝາຍ 15.A–15.C, ແມ່ນກ່ຽວກັບການລົງທຶນ ແລະ ການສະໜັບສະໜູນໂຄງການ.1ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍ SDG15ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແມ່ນສ້າງຂຶ້ນເພື່ອປ່ຽນແທນ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ລວມມີແປດຊຸດເປົ້າໝາຍ ທີ່ສ້າງຂຶ້ນເພື່ອເປັນແນວທາງສຳລັບນະໂຍບາຍ ແລະ ເປັນຫຼາວັດແທກຂອງການພັດທະນາ, ເຊິ່ງແນໃສ່ຂົງເຂດວຽກງານຕ່າງໆເຊັ່ນ: ຄວາມທຸກຍາກ, ພະຍາດ ...