ການພັດທະນາດ້ານສັງຄົມ
Gender
ວຽກງານທີ່ດິນ

ການນຳໃຊ້ທີ່ດິນໃນປະເທດລາວປັດຈຸບັນແມ່ນມີທ່າກ້າວປ່ຽນແປງທີ່ສຳຄັນຫຼາຍຢ່າງ. ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ດຳລົງຊີວິດຕາມແບບແຜນປະເພນີ, ເກັບກ່ຽວເຄື່ອງປ່າຂອງດົງ, ຮັກສາດູແລທີ່ດິນໂດຍຜ່ານການເຮັດໄຮ່ນາກະສິກຳ ແຕ່ນະໂຍບາຍບາງຂໍ້ຂອງລັດຖະບານ ໄດ້ຫຼຸດການນຳໃຊ້ທີ່ດິນກະສິກຳໂດຍພຶດຕິໃນ.1 ພ້ອມນັ້ນ, ສົງຄາມອິນໂດຈີນ ກໍເປັນເງື່ອນໄຂໃຫ້ປະຊາຊົນໂຕນໜີຈາກບ້ານເກີດເມືອງນອນ ແລະ ຊອກຫາຖິ່ນຖານທີ່ຢູ່ອາໃສໃໝ່.2 ການຍ້າຍຖິ່ນຖານໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍສິບພັນຄົນ ທີ່ອາໃສຢູ່ໃນເຂດພູດອຍນັ້ນ ໄປອາໃສຢູ່ສະຖານທີ່ໃໝ່ທີ່ໃກ້ກັບຖະໜົນຫົນທາງ ແລະ ການບໍລິການສາທາລະນະ.3ທິວທັດແສງແດດ ແລະ ທ້ອງຟ້າທີ່ມີລົມພັດຜ່ານພູຜາ ແລະ ທົ່ງນາທີ່ເມືອງວັງວຽງ, ປະເທດລາວ. ຮູບພາຍໂດຍ Basile Morin, Wikimedia commons, ຖ່າຍວັນທີ 19 ມິຖຸນາ 2020, ພາຍໃຕ້ລິຂະສິດ CC-BY-SA 4.0.ຄວາມຫຼາກຫຼາຍທາງດ້ານຊີວະນາພັນຂອງ ສປປ ລາວ ໄດ້ຫຼຸດລົງ ດ້ວຍສາເຫດມາຈາກການເຕີບໂຕຂອງປະຊາກອນ, ການປ່ຽນແປງການນໍາໃຊ້ທີ່ດິນ, ການຂຸດຄົ້ນຊັບພະຍາກອນ ແລະ ການຫັນປ່ຽນໄປສູ່ເສດຖະກິດຕະຫຼາດ.4 ອີງໃສ່ຍຸດທະສາດແຫ່ງຊາດກ່ຽວກັບ “ການຫັນທີ່ດິນເປັນທຶນ”5 ...