ແຂວງຄຳມ່ວນເກັບກ່ຽວຜົນປະໂຫຍດຈາກບ້ານແບບຢ່າງດ້ານກະສິກຳ

ການຜະລິດກະສິກຳທີ່ມີປະສິດທິຜົນຢູ່ແຂວງຄຳມ່ວນ ເຮັດໃຫ້ຫຼາຍຊຸມຊົນໄດ້ຮັບການສ້າງຕັ້ງໃຫ້ເປັນ “ບ້ານແບບຢ່າງດ້ານກະສິກຳ” ເພາະວ່າເຂົາເຈົ້າສາມາດຂັບເຄື່ອນການຜະລິດສິນຄ້າກະເສດ ແລະ ເພີ່ມປະລິມານຜົນຜະລິດເພື່ອຂາຍໃຫ້ແກ່ແຂວງ ແລະ ພື້ນທີ່ໃກ້ຄຽງ.ເຈົ້າໜ້າທີ່ກະສິກຳແຂວງກ່າວວ່າ ການສ້າງຕັ້ງບ້ານແບບຢ່າງດ້ານກະສິກຳຕາມນະໂຍບາຍຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການສ້າງສະຖຽນລະພາບຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ ແລະ ເພີ່ມທະວີການສົ່ງອອກສິນຄ້າກະເສດໄປຍັງປະເທດເພື່ອນບ້ານ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ເຈົ້າໜ້າທີ່ລາວອະນຸຍາດໃຫ້ບໍລິສັດຈີນປູກຝັງໃນທີ່ດິນທີ່ຈັດສັນສຳລັບຜູ້ປະສົບໄພເຂື່ອນແຕກ

ບໍລິສັດຈີນຈະເຮັດສວນກ້ວຍໃນພື້ນທີ່ຈັດສັນຂອງລັດຖະບານເພື່ອຊົດເຊີຍໃຫ້ແກ່ຜູ້ປະສົບໄພເຂື່ອນແຕກໃນປີ 2018 ທີ່ຖືໄດ້ວ່າເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດຂອງປະເທດ ໃນຮອບຫຼາຍທົດສະວັດ, ຕາມຂ່າວຈາກໜ່ວຍຂ່າວ RFA ລາວ.ໄພພິບັດດັ່ງກ່າວ ເກີດຂື້ນໃນເດືອນກໍລະກົດປີກາຍນີ້ ເນື່ອງຈາກສັນເຂື່ອນຂອງໂຄງການພະລັງງານໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ຫຼັງຈາກມີຝົນຕົກໜັກ ເຮັດໃຫ້ນ້ຳໄຫຼຖ້ວມ 12 ບ້ານ ແລະ ຂ້າຊີວິດຊາວບ້ານຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປືທາງພາກໃຕ້ຂອງລາວ ແລະ ມີຜູ້ສູນຫາຍອີກບາງຈຳນວນ.ພື້ນທີ່ດິນຈຳນວນ 2,000 ເຮັກຕາທີ່ຕັ້ງຢູ່ໃກ້ບ້ານພິນດົງ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບການບຸກເບີກໂດຍລັດຖະບານໃນສາມເດືອນກ່ອນ ເຊິ່ງເຂົ້າໃຈວ່າຈະມອບໃຫ້ແກ່ຜູ້ປະສົບໄພໃຫ້ສາມາດທຳການຜະລິດໃນຊ່ວງລະດູຝົນນີ້,​ ແຕ່ວ່າຫຼ້າສຸດ ອຳນາດການປົກຄອງໄດ້ມີການອະນຸຍາດໃຫ້ນັກລົງທຶນຈີນເຂົ້າມາປູກກ້ວຍ.ອ່ານຕໍ່ ...

RFA’s Lao Service
https://www.rfa.org/english/news/laos/laos-bananas-on-survivor-land-05292019154355.html

ການທົດລອງເພື່ອປົກປ້ອງອຸດສາຫະກຳປູກກ້ວຍຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ຕົກລົງເຮັດວຽກຮ່ວມກັບບໍລິສັດຂອງອອສ໌ເຕຣເລຍ ເພື່ອດຳເນີນການທົດລອງຄວາມສາມາດຂອງຕົວສ້າງຄວາມຊຸ່ມຂອງດິນ “NSA Wilt Stop” ເພື່ອຄວບຄຸມພະຍາດຈາກເຊື້ອລາໃນສວນກ້ວຍຂອງລາວ.ກົມປູກຝັງພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ Soils North Pty ຈຳກັດຂອງອອສ໌ເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງຄັ້ງວັນທີ 22 ເພື່ອການຮ່ວມມືໃນໂຄງການ. ໜຶ່ງໃນວັດຖຸປະສົງຂອງໂຄງການແມ່ນການກຳນົດປະສິດທິຜົນຂອງ NSA Wilt Stop ຕໍ່ກັບພະຍາດແຫ່ວທີ່ເກີດຈາກເຊື້ອລາ Fusarium.ອ່ານຕໍ່ ...

ໂຕະຂ່າວ

ລາວ, ກຳປູເຈຍ, ຫວຽດນາມຮ່ວມມືໃນການຄົ້ນຄວ້າກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ, ກຳປູເຈຍ, ຫວຽດນາມຈະສົມທົບຄວາມພະຍາຍາມໃນການປົກປັກຮັກສາຄວາມຫຼາກຫຼາຍຂອງພືດພັນກະສິກຳ ຜ່ານໂຄງການຄົ້ນຄວ້າໃໝ່.ນີ້ແມ່ນຂໍ້ຄວາມຈາກທ່ານນາງ ແກ້ວໄພວັນ ດວງສະຫວັນ ສະມາຊິກສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດລາວ ເນື່ອງໃນກອງປະຊຸມເປີດໂຄງການຄົ້ນຄວ້າພຶກສາສາດກ່ຽວກັບພືດໃນຕະກຸນ Eriocaulaceae, Bambusoideae (Gramineae) ແລະ Zingiberaceae ໃນອິນດູຈີນ (ກຳປູເຈຍ, ລາວ, ແລະ ຫວຽດນາມ).ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວຂະຫຍາຍພື້ນທີ່ກະສິກຳສຳລັບການປູກພືດໃນລະດູແລ້ງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ບັນລຸເປົ້າໝາຍປີ 2018 ໂດຍການເພີ່ມເນື້ອທີ່ກະສິກຳທີ່ສາມາດທຳການຜະລິດໃນລະດູແລ້ງໄດ້ 153,000 ເຮັກຕາ.ຕົວເລກດັ່ງກ່າວແມ່ນເທົ່າກັບ 83% ຂອງການຂະຫຍາຍເນື້ອທີ່ທຳການຜະລິດໃນລະດູແລ້ງ.ໃນບົດລາຍງານຫຼ້າສຸດ, ກະຊວງເຜີຍວ່າໃນປີນີ້ຄາດວ່າຈະສາມາດຂະຫຍາຍພື້ນທີ່ທຳການຜະລິດຈາກ 177,000 ເຮັກຕາໃຫ້ເປັນ 185,000 ເຮັກຕາ.ອ່ານຕໍ່ ...

ໂຕະຂ່າວ

ວີນາມີວ ແລະ ລາວ-ເຈໂກຣ ຮ່ວມມືໃນການເຮັດຟາມໂຄນົມປອດສານພິດ ແລະ ຣີສອດ

ຊຽງຂວາງ, ລາວ (ວຽງຈັນທາມສ໌/ANN) – ວີນາມິວ, ບໍລິສັດນົມທີ່ໃຫຍ່ທີ່ສຸດຂອງຫວຽດນາມ ໄດ້ຈັບມືກັບບໍລິສັດລາວ ແລະ ຍີ່ປຸ່ນ ໃນການສ້າງຟາມໂຄນົມປອດສານພິດ ແລະ ຣີສອດ ຢູ່ແຂວງຊຽງຂວາງ.ການກໍ່ສ້າງໂຄງການໄດ້ເລີ່ມດຳເນີນຢ່າງເປັນທາງການໃນອາທິດແລ້ວນີ້ທີ່ພູພຽງຊຽງຂວາງ. ເຂົ້າຮ່ວມໃນພິທີວາງສີວາເລີກມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ເຈົ້າໜ້າທີ່ການນຳຈາກລາວ ແລະ ຫວຽດນາມ ແລະ ຜູ້ຕາງໜ້າຈາກບໍລິສັດ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ບໍລິສັດການຄ້າ APT ແລະ ສະຫະກອນຫວຽດນາມລົງນາມຂໍ້ຕົກລົງກ່ຽວກັບການປູກໝາກໄມ້ເພື່ອສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໄພບູນການຄ້າ ຂາເຂົ້າ-ຂາອອກ (ການຄ້າ APT) ແລະ ສະຫະກອນຫວຽດນາມ Hop Tac Xa Ngoc Lan ໄດ້ລົງນາມຂໍ້ຕົກລົງກ່ຽວກັບໂຄງການສົ່ງເສີມການຜະລິດ ແລະ ບໍລິໂພກໝາກໄມ້ ໃນວັນອາທິດຜ່ານມາ.ໂຄງການດັ່ງກ່າວຈະຊ່ວຍໃຫ້ປະຊາຊົນທີ່ອາໄສຢູ່ເມືອງຊຽງຄໍ້, ສົບບາວ, ແລະ ວຽງໄຊ ແຂວງຫົວພັນ ມີສ່ວນຮ່ວມໃນໂຄງການກໍ່ສ້າງຄອບຄົວ ແລະ ບ້ານສາມັກຄີເພື່ອຫຼຸດຜ່ອນຄວາມທຸກຍາກ.ອ່ານຕໍ່ ...

ໂຕະຂ່າວ

ແຂວງພາກເໜືອຜະເຊີນກັບການລະບາດຂອງຕັກແຕນ

ວຽງຈັນ, 23 ພຶດສະພາ (Xinhua) — ແຂວງຫົວພັນ ທາງພາກເໜືອຂອງລາວ ຜະເຊີນກັບການລະບາດຂອງຕັກແຕນໄມ້ປ່ອງຫຼັງເຫຼືອງ ເຊິ່ງອຳນາດການປົກຄອງພວມສຸມຄວາມພະຍາຍາມສະກັດກັ້ນຄວາມເສຍຫາຍຕໍ່ພືດພັນເຄື່ອງປູກຂອງຝັງ.“ພວກເຮົາພົບການລະບາດຂອງຝູງຕັກແຕນຢູ່ໃນ 143 ຈຸດ ເຊິ່ງກວມເອົາ 63 ບ້ານ ເກົ້າເມືອງ. ເຊິ່ງແຕ່ລະຈຸດທີ່ພົບການລະບາດກວມເອົາເນື້ອທີ່ຫຼາຍເຮັກຕາ,” ຕາມຂໍ້ມູນຈາກສື່ທ້ອງຖິ່ນ ວຽງຈັນທາມສ໌ ຕາມການກ່າວຂອງທ່ານ ສໍສະຫວັນ ບັນຄຳມີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.ອ່ານຕໍ່ ...

Yang Yi

ການເລັ່ງລັດທາງດ້ານທຸລະກິດເປັນສາເຫດຂອງບັນຫາສວນກ້ວຍ, ລັດຖະມົນຕີກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ກ່າວໃນມື້ວານນີ້ວ່າ ບັນຫາກ່ຽວກັບສວນກ້ວຍໃນລາວ ແມ່ນເນື່ອງມາຈາກນັກລົງທຶນດຳເນີນການເຈລະຈາໂດຍກົງກັບຊຸມຊົນທ້ອງຖິ່ນ ແທນທີ່ຈະດຳເນີນຂັ້ນຕອນຕາມລະບຽບກົດໝາຍຢ່າງເປັນທາງການ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກ່າວຕໍ່ໜັງສືພິມວຽງຈັນທາມສ໌ວ່າ ບັນຫາທີ່ເກີດຂຶ້ນຈາກສວນກ້ວຍ ເຊິ່ງສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ປະຊາຊົນໃນບາງທ້ອງຖິ່ນ ແມ່ນເກີດຂຶ້ນຍ້ອນບັນດາຫົວໜ່ວຍທຸລະກິດ ແລະ ນັກລົງທຶນ ໄດ້ທຳການຫາລືການເຊົ່າທີ່ດິນກັບແຕ່ລະຊຸມຊົນ ແລະ ຈັດຕັ້ງທຸລະກິດພາຍຫຼັງບັນລຸຂໍ້ຕົກລົງກັບອຳນາດການປົກຄອງທ້ອງຖິ່ນ.ອ່ານຕໍ່  ...

ສຸກນິລັນດອນ ສຸທິວົງນໍລາດ

ລາວພັດທະນາແອັບມືຖືສຳລັບການຄຸ້ມຄອງການລ້ຽງສັດ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຊັນສັນຍາກັບບໍລິສັດ TE-FOOD International ຂອງເຢຍລະມັນ ໃນການພັດທະນາແອັບພິເຄເຊິນສຳລັບໂທລະສັບມືຖື ເຊິ່ງຈະເຮັດໃຫ້ການຄຸ້ມຄອງຟາມລ້ຽງສັດ ມີປະສິດທິຜົນ ແລະ ປະສິດທິພາບຍິ່ງຂຶ້ນ.ເວັບໄຊຂອງບໍລິສັດ TE-FOOD International ອະທິບາຍກ່ຽວກັບອົງກອນວ່າເປັນ “ລະບົບນິເວດທີ່ສາມາດຕິດຕາມອາຫານສົດຈາກຟາມເຖິງໜ້າໂຕະຜ່ານ blockchain, ເຊິ່ງຄອບຄຸມກິດຈະກຳການຂົນສົ່ງ ແລະ ກິດຈະກຳດ້ານຄຸນນະພາບຂອງອາຫານ ແລະ ການຄຸ້ມຄອງຂໍ້ມູນຂອງຕ່ອງໂສ້ສະບຽງອາຫານ”.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

dgnNM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!