ຟິລິປິນຫ້າມການນຳເຂົ້າຊິ້ນໝູຈາກລາວເນື່ອງຈາກການລະບາດຂອງພະຍາດອະຫິວາໝູ: WTO

ເຈນິວາ (ຣອຍເຕີ) – ປະເທດຟິລິປິນສັ່ງຫ້າມການນຳເຂົ້າໝູ ແລະ ຜະລິດຕະພັນຊິ້ນໝູຈາກລາວ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຣິກາ, ຕາມການເປີດເຜີຍຂອງອົງການການຄ້າໂລກ (WTO) ໃນວັນອັງຄານນີ້.ປະເທດຟິລິປິນເປັນອີກປະເທດໜຶ່ງທີ່ດຳເນີນມາດຕະການຄ້າຍກັບປະເທດຈີນ ແລະ ໄທ, ພາຍຫຼັງພົບການລະບາດຂອງພະຍາດດັ່ງກ່າວຢູ່ແຂວງສາລະວັນທາງພາກໃຕ້ຂອງລາວ.ອ່ານຕໍ່ ...

Andrew Cawthorne
https://wsau.com/news/articles/2019/jul/02/philippines-bans-pig-imports-from-laos-due-to-swine-fever-wto/

ແນວລາວ, ພົງສະຫວັນກຣຸບ, ຊາວກະສິກອນຮ່ວມມືກັນຜະລິດໝາກໄມ້ຄຸນນະພາບສູງເພື່ອການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການດັ່ງກ່າວລວມມີການກໍ່ສ້າງອ່າງເກັບນ້ຳເພື່ອການກະເສດ ແລະ ນ້ຳບາດານ ແລະ ການຕິດຕັ້ງສາຍໄຟຟ້າ.ອົງການຈັດຕັ້ງແນວລາວສ້າງຊາດ, ບໍລິສັດພົງສະຫວັນກຣຸບ ແລະ ແນວລາວສ້າງຊາດແຂວງໄຊສົມບູນໄດ້ຈັດຕັ້ງພິທີປູກຕົ້ນໄມ້ໃຫ້ໝາກ ໃນໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເພື່ອຫຼຸດຜ່ອນຄວາມທຸກຍາກ ຢູ່ເຂດພັດທະນາໂພນສະຫວັນໃນວັນເສົາທີ່ຜ່ານມາ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-front-phongsavanh-group-farmers-jointly-produce-high-quality-fruits-export-99393

ແຂວງສາລະວັນມີໝູຕາຍຍ້ອນພະຍາດອະຫິວາໝູອາຟຣິກາເພີ່ມຂຶ້ນ

ແຂວງສາລະວັນທາງພາກໃຕ້ຂອງລາວມີຈຳນວນໝູຕາຍຍ້ອນພະຍາດອະຫິວາໝູອາຟຣິກາ (ASF) ເພີ່ມຂຶ້ນ. ຕົວເລກໝູຕາຍຫຼ້າສຸດຈາກອຳນາດການປົກຄອງທ້ອງຖິ່ນແມ່ນຢູ່ທີ່ 2,500 ໂຕ ຕາມສຳນັກຂ່າວວຽງຈັນທາມສ໌.ແຂວງດັ່ງກ່າວໄດ້ມີການຢືນຢັນການລະບາດຂອງພະຍາດ ASF ດັ່ງກ່າວໃນທ້າຍເດືອນແລ້ວນີ້, ເຊິ່ງມີເຈັດບ້ານທີ່ໄດ້ຮັບຜົນກະທົບ ເຮັດໃຫ້ມີສັດລ້ຽງລົ້ມຕາຍ 973 ໂຕ, ຕາມກະຊວງກະສິກຳ ແລະ ປ່າໄມ້ຂອງລາວ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/01/salavanh-province-sees-increase-in-swine-fever-pig-deaths/

ພົບການລະບາດຂອງພະຍາດອະຫິວາໝູອາຟຣິກາໃນລາວ; ໄທ, ຈີນສັ່ງຫ້າມການນຳເຂົ້າໝູ

ປະເທດຈີນ ແລະ ໄທ ສັ່ງຫ້າມນຳເຂົ້າຊິ້ນໝູ ແລະ ຜະລິດຕະພັນກ່ຽວກັບໝູຈາກລາວ ຫຼັງຈາກພົບການລະບາດຂອງພະຍາດອະຫິວາໝູອາຟຣິກາໃນລາວເປັນກໍລະນີທຳອິດ.ໄດ້ມີການຢືນຢັນການລະບາດຂອງພະຍາດອະຫິວາໝູອາຟຣິກາກໍລະນີທຳອິດໃນລາວ, ເຊິ່ງມີການລະບາດຂອງພະຍາດໃນເຈັດບ້ານຂອງແຂວງສາລະວັນ, ເຮັດໃຫ້ມີສັດຕາຍແລ້ວ 973 ໂຕ, ຕາມກະຊວງກະສິກຳ ແລະ ປ່າໄມ້ຂອງລາວ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/06/24/laos-swine-flu-outbreak-sees-thailand-china-ban-pig-imports/

ຊາວກະສິກອນອິນຊີ ພົບປະກັບຜູ້ບໍລິໂພກ ແຕ່ຍັງຕ້ອງການໂອກາດທາງຕະຫຼາດເພີ່ມເຕີມ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຊາວກະສິກອນອິນຊີວຽງຈັນ ຍັງຄົງຕ້ອງການໂອກາດດ້ານຕະຫຼາດເພີ່ມເຕີມ ເພື່ອການຂະຫຍາຍທຸລະກິດຂອງສະມາຊິກ ເພື່ອສ້າງຄວາມຍືນຍົງດ້ານກະຜະລິດ.ກົມປູງຝັງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້  ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ ໄດ້ຈັດກິດຈະກຳເພື່ອສົ່ງເສີມຜັກປອດສານພິດຂຶ້ນ ທີ່ສູນການຄ້າລາວ-ໄອເຕັກ ວຽງຈັນ ໃນວັນເສົາຜ່ານມາ. ກິດຈະກຳດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການພັດທະນາກະສິກຳສະອາດ (CADP) ພາຍໃຕ້ການສະໜັບສະໜູນຂອງອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA).ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/organic-farmers-meet-buyers-laos-need-more-opportunities-98644

ການຮ່ວມມືລາວ, ສະວິດສືບຕໍ່ການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສະວິດເຊີແລນຈະສືບຕໍ່ການຮ່ວມມືໃນໂຄງການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ (TABI) ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນເຂດພູດອຍຜ່ານການຄຸ້ມຄອງທີ່ດິນແບບຍືນຍົງ.TABI ແມ່ນໂຄງກາຮ່ວມມືລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດ (SDC), ເຊິ່ງເລີ່ມດຳເນີນມາຕັ້ງແຕ່ປີ 2009 ແລະ ປະຈຸບັນແມ່ນຢູ່ໃນໄລຍະທີ່ສາມ ແລະ ສຸດທ້າຍ (ແຕ່ເດືອນເມສາ 2017-ກັນຍາ 2020).ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-swiss-cooperation-sees-progress-agro-biodiversity-initiative-98584

ກະຊວງກວດສອບສວນກ້ວຍເພື່ອຮັບປະກັນການຜະລິດກະສິກຳແບບຍືນຍົງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ກຳລັງດຳເນີນການກວດສອບສວນກ້ວຍທົ່ວປະເທດ ແລະ ຊີ້ນຳເຈົ້າຂອງກິດຈະການໃຫ້ດຳເນີນການຜະລິດຕາມວິທີການຜະລິດກະສິກຳແບບຍືນຍົງ.ຈຳນວນນັກລົງທຶນ ແລະ ສວນກ້ວຍໃນທົ່ວປະເທດ ໄດ້ຫຼຸດປະລິມານລົງ ພາຍຫຼັງລັດຖະບານສັ່ງຫ້າມການອະນຸມັດທີ່ດິນຕອນໃໝ່ສຳລັບປູກກ້ວຍ ແລະ ສັ່ງປິດກິດຈະການທຸລະກິດທີ່ລະເມີດລະບຽບກົດໝາຍ, ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕອບຄຳຖາມໃນລະຫວ່າງກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-ministry-inspecting-banana-plantations-ensure-sustainable-agricultural-practices-98386

ໂຄງການນະວັດຕະກຳການກະເສດສິ້້ນສຸດລົງ ແຕ່ວ່າການພັດທະນາຊາວກະສິກອນຍັງຕ້ອງສືບຕໍ່

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງວ່າໂຄງການພັດທະນາຄວາມສາມາດສຳລັບລະບົບນະວັດຕະກຳການກະເສດຈະສິ້ນສຸດລົງ, ແຕ່ວ່າການພັດທະນາກຸ່ມຊາວກະສິກອນເປົ້າໝາຍຍັງຕ້ອງສືບຕໍ່ດຳເນີນການ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມປິດໂຄງການ ເຊິ່ງຈັດຂຶ້ນທີ່ວຽງຈັນໃນອາທິດແລ້ວນີ້ ເພື່ອປະເມີນຜົນສຳເລັດໃນໄລຍະສີ່ປີຂອງໂຄງການ, ເຊິ່ງທີມຊ່ຽວຊານໄດ້ຮຽກຮ້ອງໃຫ້ຊາວກະສິກອນສືບຕໍ່ຂະບວນການເພື່ອສົ່ງເສີມຄວາມສາມາດໃນການຜະລິດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/agri-innovation-project-ends-further-farmer-development-needed-98247

ບໍລິສັດລາວ, ຈີນລົງນາມໃນຂໍ້ຕົກລົງເພື່ອການພັດທະນາຂະແໜງກະສິກຳຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ໄດ້ຕົກລົງຮ່ວມມືກັບບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ ຂອງຈີນ ເພື່ອພັດທະນາການຜະລິດກະສິກຳໃນລາວເພື່ອການບໍລິໂພກພາຍໃນ ແລະ ການສົ່ງອອກ.ຂໍ້ຕົກລົງດັ່ງກ່າວໄດ້ມີການລົງນາມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການບໍລິຫານຂອງ SAS ແລະ ທ່ານ ເສີນ ຈິນການ ອຳນວຍການບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ. ພິທີລົງນາມດັ່ງກ່າວແມ່ນຢູ່ພາຍໃຕ້ການເປັນສັກຂີພິຍານຂອງເຈົ້າໜ້າທີ່ລັດຖະບານລາວ ແລະ ຈີນ ພ້ອນດ້ວຍຜູ້ຕາງໜ້າຈາກທັງສອງຝ່າຍ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດຈີນຄົ້ນຄວ້າໂອກາດໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດ ຢູນນານໄຮເຈັງ ອຸດສາຫະກຳຈຳກັດຂອງຈີນ ກຳລັງສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ ພາຍຫຼັງທີ່ມີການລົງທຶນຢູ່ແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ອຸດົມໄຊ.ພາຍໃຕ້ການກະກຽມຂອງອຳນາດການປົກຄອງແຂວງຜົ້ງສາລີ, ບໍລິສັດດັ່ງກ່າວຈະໃຊ້ເວລາສອງເດືອນໃນການສຶກສາຄວາມເປັນໄປໄດ້ ກ່ອນຕັດສິນໃຈດຳເນີນໂຄງການ.ອ່ານຕໍ່ ...

ສຸກສະໄໝ ບູລົມ
http://annx.asianews.network/content/chinese-company-explores-agricultural-opportunities-phongsaly-97622

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2DXrE
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!