Vientiane Times/ANN

ລາວຕ້ອງການຄວາມເປັນເອກະພາບກ່ຽວກັບກົດໝາຍແຮງງານໃນທົ່ວອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຮງງານຈະປັບປຸງຮ່າງກົດໝາຍວ່າດ້ວຍແຮງງານ, ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານລາວໃນຕ່າງປະເທດ ລວມທັງໃນບັນດາປະເທດອາຊຽນ.ນະໂຍບາຍຂອງລັດຖະບານລາວແມ່ນເພື່ອຊ່ວຍເຫຼືອຜູ້ອອກແຮງງານ ແລະ ປົກປ້ອງສິດທິຂອງເຂົາເຈົ້າ. ດັ່ງນັ້ນ, ນະໂຍບາຍ ແລະ ກົດໝາຍເພື່ອຊ່ວຍໃນການປັບປຸງສະພາບແວດລ້ອມການອອກແຮງງານ ແລະ ເພື່ອປົກປ້ອງສິດຂອງຜູ້ອອກແຮງງານຕ້ອງມີຄວາມພ້ອມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສາລະວັນຍຶດເຄື່ອງໃນໝູຜິດກົດໝາຍທີ່ນຳເຂົ້າຈາກຫວຽດນາມ

ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ແຂວງສາລະວັນໄດ້ຍຶດເຄື່ອງໃນໝູຈຳນວນປະມານ 350 ກິໂລ ທີ່ນຳເຂົ້າຜິດກົດໝາຍມາຈາກປະເທດຫວຽດນາມ.ຂອງກາງດັ່ງກ່າວແມ່ນຍຶດໄດ້ທີ່ດ່ານສາກົນລາໄລ ເຊິ່ງຕັ້ງຢູ່ຊາຍແດນລະຫວ່າງແຂວງສາລະວັນ ແລະ ແຂວງທົວທຽນເຫີ ຂອງຫວຽດນາມ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຂະແໜງການທະນາຄານໃນລາວປັບປຸງລະບຽບການທາງການເງິນ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການທະນາຄານຂອງລາວກຳລັງມີການປັບປຸງລະບຽບການ ແລະ ດັດປັບການກະກຽມສຳລັບການຈັດຕັ້ງປະຕິບັດຫຼັກການ Basel II, ລວມທັງການຮຽນຮູ້ກ່ຽວກັບມາດຕະຖານການລາຍງານທາງການເງິນສາກົນ (IFRS 9).IFRS 9 ແມ່ນໄດ້ຮັບການປະກາດໃຊ້ໂດຍຄະນະກຳມະການມາດຕະຖານການບັນຊີສາກົນ (IASB) ແລະ ນຳໃຊ້ເພື່ອເປັນເຄື່ອງມືທາງການເງິນ. ເຊິ່ງປະກອບດ້ວຍສາມຫົວຂໍ້ຫຼັກຄື: ການຈຳແນກ ແລະ ການວັດແທກເຄື່ອງມືທາງການເງິນ, ການເຊື່ອມມູນຄ່າຂອງຊັບສິນທາງການເງິນ ແລະ ການບັນຊີປ້ອງກັນຄວາມສ່ຽງ.ອ່ານຕໍ່ ...

ໂຕະຂ່າວ

LCS ປະກັນໄພອະນຸມັດການຂາຍຫຸ້ນ BCEL 

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ຕາງໜ້າກະຊວງການເງິນ ຮັບຂໍ້ຕົກລົງຈາກບໍລິສັດປະກັນໄພລາວ-ຈີນຈຳກັດ (LCS), ເຊິ່ງເປັນບໍລິສັດທີ່ປຶກສາທາງການເງິນ ແລະ ການຄຸ້ມຄອງປະກັນໄພ, ສຳລັບການຂາຍຫຸ້ນ BCEL ຈຳນວນ 19% ທີ່ຖືຄອງໂດຍກະຊວງ.ອ່ານຕໍ່ ...

ໂຕະຂ່າວ

ປະທານປະເທດລາວໃຫ້ຄຳແນະນຳກ່ຽວກັບການພັດທະນາຢູ່ແຂວງສະຫວັນນະເຂດ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ແນະນຳອຳນາດການປົກຄອງເມືອງເຊໂປນ ແລະ ເມືອງທ່າພັງທອງ ແຂວງສະຫວັນນະເຂດ ກ່ຽວກັບຄວາມຈຳເປັນໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມ ເຊັ່ນ ບັນຫາຢາເສບຕິດ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຫວຽດນາມ ຈະສືບຕໍ່ການຮ່ວມມືດ້ານສື່ມວນຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຈະສືບຕໍ່ການຮ່ວມມືໃນຂົງເຂດວຽກງານສື່ມວນຊົນ, ການພິມ ແລະ ການພັດທະນາບຸກຄະລາກອນ ກໍ່ຄືວຽກງານຂໍ້ມູນຂ່າວສານ ແລະ ການສື່ສານ.ອ່ານຕໍ່ ...

ໂຕະຂ່າວ

ແຂວງອຸດົມໄຊ, ຫຼວງພະບາງກະກຽມຈັດງານບຸນປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອຸດົມໄຊ ແລະ ຫຼວງພະບາງມີການວາງແຜນຈັດຕັ້ງກິດຈະກຳທີ່ໜ້າສົນໃຈໃນງານບຸນປີໃໝ່ລາວ ເພື່ອສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວ.ກິດຈະກຳທີ່ແຂວງອຸດົມໄຊຈະມີຂື້ນແຕ່ວັນທີ 11-16 ເມສາ, ສ່ວນທີ່ແຂວງຫຼວງພະບາງຈະຈັດງານເປັນໄລຍະເວລາ 10 ວັນ ແຕ່ວັນທີ 11-20 ເມສາ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ນັກເສດຖະສາດລາວລະບຸຫ້າປັດໄຈສຳຄັນເພື່ອຮັກສາລະດັບການຂະຫຍາຍຕົວ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປີນີ້ ລາວຈຳເປັນຕ້ອງສຸມໃສ່ຫ້າປັດໄຈສຳຄັນ ເພື່ອສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດແບບຍືນຍົງ ແລະ ໝັ້ນທ່ຽງ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NIER) ແນະນຳ. ປັດໃຈທຳອິດຈະແມ່ນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ເພື່ອປັບປຸງລະບຽບການ ແລະ ການປະສານງານຍຸດທະສາດ ເພື່ອຫຼີກລ່ຽງການຫົດຕົວທາງເສດຖະກິດ ແລະ ງົບປະມານພາກລັດ, ໃນຂະນະດຽວກັນ ກໍຮັກສາຄັງສຳຮອງເງິນຕາຕ່າງປະເທດໃຫ້ພຽງພໍ ແລະ ລຶບລ້າງສິ່ງກີດກັ້ນຕໍ່ການດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດລາວສະກາຍເວທຸ້ມທຶນ US$4.5 ລ້ານໂດລາເພື່ອຍົກລະດັບອາຄານສະໜາມບິນຫຼວງພະບາງ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວສະກາຍເວຈະລົງທຶນ US$4.5 ລ້ານໂດລາ ເພື່ອຍົກລະດັບການຄານການບິນເກົ່າຂອງສະໜາມບິນສາສາກົນຫຼວງພະບາງ.ໂຄງການດັ່ງກ່າວຈະເປັນການຮ່ວມລົງທຶນລະຫວ່າງລາວສະກາຍເວ ແລະ ບໍລິສັດການບິນແອໂຣດາຍລາວ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລາວ, ຮັງກາຣີ ສົ່ງເສີມສາຍພົວພັນສອງຝ່າຍເພື່ອການຮ່ວມມືຍຸດທະສາດ

ຮັງກາຣີ (ວຽງຈັນທາມສ໌/ANN) – ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໃນຖານະແຂກ ແລະ ທ່ານ ວິກເຕີ ອໍບານ ນາຍົກລັດຖະມົນຕີຮັງກາຣີ ໄດ້ຕົກລົງຍົກສູງສາຍພົວພັນສອງຝ່າຍ ລະຫວ່າງລາວ ແລະ ຮັງກາຣີ ເພື່ອການຮ່ວມມືຍຸດທະສາດ.ທ່ານນາຍົກ ແລະ ຄະນະຜູ້ແທນລາວໄດ້ເດີນທາງຢ້ຽມຢາມປະເທດຮັງກາຣີຢ່າງເປັນທາງການເປັນເວລາສາມວັນ ແຕ່ວັນທີ 10-12 ມີນານີ້ ຕາມຄຳເຊື້ອເຊີນຂອງທ່ານ ອໍບານ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

G7zUa
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!