ເຮືອນຊານໃນເຂດລ້ອງນ້ຳງື່ມສ່ຽງຕໍ່ໄພນ້ຳຖ້ວມຕໍ່ເນື່ອງ

ບ້ານເຮືອນທີ່ຢູ່ອາໄສຈຳນວນຫຼາຍທີ່ຕັ້ງຢູ່ລຽບຕາມແຄມແມ່ນ້ຳງື່ມໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຫຼັງຈາກນ້ຳລົ້ນຝັ່ງເນື່ອງຈາກຝົນຕົກໜັກຕໍ່ເນື່ອງຕັ້ງແຕ່ອາທິດທີ່ຜ່ານມາ ໃນຂະນະທີເຈົ້າໜ້າທີ່ຍັງຄົງສືບຕໍ່ເຝົ້າລະວັງເນື່ອງຈາກລະດັບນ້ຳຍັງຄົງສູງເກີນຂີດອັນຕະລາຍ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຈະນຳໃຊ້ໄມ້ທີ່ຍຶດໄດ້ເພື່ອສ້າງທີ່ຢູ່ອາໄສສຳລັບຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປື

ໄມ້ທ່ອນເຖື່ອນຈຳນວນເກືອບ 800 ແມັດກ້ອນ ທີ່ໄດ້ທຳການຍຶດມາຕັ້ງແຕ່ປີ 2015 ຈະຖືກນຳໃຊ້ເພື່ອສ້າງທີ່ຢູ່ອາໄສຊົ່ວຄາວສຳລັບຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນາໆຊາດສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມຫວັງໃນການຟື້ນຟູໂດຍໄວຫຼັງຈາກເຫດໄພນ້ຳຖ້ວມ

ນາໆປະເທດຍັງຄົງສືບຕໍ່ສົ່ງສານສະແດງຄວາມເຫັນໃຈຕໍ່ລັດຖະບານລາວ ແລະ ບັນດາຄອບຄົວຜູ້ປະສົບໄພທີ່ຕ້ອງສູນເສຍທີ່ຢູ່ອາໄສຍ້ອນໄພນ້ຳຖ້ວມຈາກເຂື່ອນແຕກທີ່ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປືຮັບວັກແຊງປ້ອງກັນພະຍາດອະຫິວາ

ເມືອງສະໜາມໄຊ ແຂວງອັດຕະປື: ກະຊວງສາທາລະນະສຸກໄດ້ທຳການແຈກຢາຍວັກແຊງປ້ອງກັນພະຍາດອະຫິວາໃຫ້ແກ່ປະຊາຊົນຫຼາຍພັນຄົນ ທີ່ອາໄສຢູ່ໃນທີ່ພັກຊົ່ວຄາວທີ່ແອອັດ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດຮ້າຍແຮງທີ່ອາດເກີດຂຶ້ນ.ອ່ານຕໍ່ ...

ວິສິດ ເທບພະລັດ

ເຈົ້າໜ້າທີ່ຫາລືການຊ່ວຍເຫຼືອຕໍ່ເນື່ອງສຳລັບຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ

ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ພ້ອມດ້ວຍເຈົ້າໜ້າທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງຕ່າງໆທີ່ກ່ຽວຂ້ອງໄດ້ປະຊຸມກັນທີ່ວຽງຈັນເພື່ອຫາລືການຊ່ວຍເຫຼືອທີ່ໄດ້ມອບໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ເຈົ້າໜ້າທີ່ທະຫານຫັນມາສຸມໃສ່ພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພນ້ຳຖ້ວມທີ່ແຂວງອັດຕະປື

ເມືອງສະໜາມໄຊ, ແຂວງອັດຕະປື: ຄະນະປະຕິບັດການຄົ້ນຫາ ແລະ ກູ້ໄພ ພາຍໃຕ້ຄວາມຮັບຜິດຊອບຂອງກອງທັບປະຊາຊົນລາວ ໄດ້ລາຍງານໃຫ້ຊາບໃນວັນສຸກແລ້ວນີ້ວ່າ ຈະທຳການງົດການປະຕິບັດການຄົ້ນຫາ ແລະ ກູ້ໄພ ແລະ ຫັນມາເລັ່ງໃສ່ວຽກງານບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດ.ອ່ານຕໍ່ ...

ວິສິດ ເທບພະລັດ

ສ້າງຫ້ອງຮຽນຊົ່ວຄາວເພື່ອປ່ຽນແທນໂຮງຮຽນທີ່ປະສົບໄພນ້ຳຖ້ວມ

ລັດຖະບານກຳລັງດຳເນີນການສ້ອມແປງບັນດາໂຮງຮຽນທີ່ໄດ້ຮັບຄວາມເສຍຫາຍຈາກນ້ຳຖ້ວມໃນທົ່ວປະເທດ ເພື່ອກະກຽມສຳລັບການເປີດສົກຮຽນໃໝ່ຕາມກຳນົດການ ເຊິ່ງຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 3 ກັນຍານີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນາຍົກຮຽກຮ້ອງໃຫ້ຊ່ຽວຊານເປີດເຜີຍສາເຫດແທ້ຈິງຂອງທີ່ເຮັດໃຫ້ເຂື່ອນແຕກ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຊ່ຽວຊານຈາກສາກົນເຮັດວຽກຢ່າງໃກ້ຊິດກັບເຈົ້າໜ້າທີ່ລາວ ເພື່ອຢືນຢັນເຫດຜົນອັນແທ້ຈິງທີ່ເຮັດໃຫ້ເຂື່ອນແຕກທີ່ແຂວງອັດຕະປື ໃນວັນທີ 23 ກໍລະກົດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລັດຖະບານເນັ້ນໜັກການຊ່ວຍເຫຼືອບັນເທົາທຸກ ແລະ ການກໍ່ສ້າງທີ່ຢູ່ອາໄສສຳລັບຜູ້ປະສົບໄພ

ລັດຖະບານໄດ້ເນັ້ນໜັກການຈ່າຍເງິນຊ່ວຍເຫຼືອຕ້ອງເຖິງມືຊຸມຊົນເປົ້າໝາຍ ແລະ ຕ້ອງປະຕິບັດທຸກວິທີທາງເພື່ອເລັ່ງມືໃນການກໍ່ສ້າງທີ່ພັກອາໄສສຳລັບປະຊາຊົນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຜູ້ປະສົບໄພນ້ຳຖ້ວມຍັງຕ້ອງການເຄື່ອງບໍລິຈາກເພີ່ມເຕີມ

ເມືອງສະໜາມໄຊ ແຂວງອັດຕະປື: ຄະນະກຳມະການຄຸ້ມຄອງສາງຮຽກຮ້ອງໃຫ້ບັນດາສຳນັກງານອົງການ ແລະ ບຸກຄົນສືບຕໍ່ບໍລິຈາກເຄື່ອງອຸປະໂພກ ແລະ ບໍລິໂພກສຳລັບຜູ້ປະສົບໄພຫຼາຍພັນຄົນທີ່ຍັງຄົງອາໄສໃນທີ່ພັກຊົວຄາວຈົນມາເຖິງປະຈຸບັນ.ອ່ານຕໍ່ ...

ວິສິດ ເທບພະລັດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

xjCsP
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!