ການຊ່ວຍເຫຼືອ ແລະ ການພັດທະນາ

ຄະນະອຳນວຍການທະນາຄານໂລກອະນຸມັດການຊ່ວຍເຫຼືອດ້ານໂພຊະນາການ ແລະ ການບໍລິຫານງົບປະມານພາກລັດໃນ ສປປ ລາວ

ວໍຊິງຕັນ, 14 ມີນາ 2019 – ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກທຶນຊ່ວຍເຫຼືອງວດໃໝ່ຈຳນວນ US$72 ລ້ານໂດລາ ໃນສາມໂຄງການ ເຊິ່ງໄດ້ຜ່ານການອະນຸມັດໃນມື້ນີ້ຈາກຄະນະອຳນວຍການບໍລິຫານຂອງທະນາຄານໂລກ, ເຊິ່ງຈະສຸມໃສ່ການຫຼຸດຜ່ອນການຂາດສານອາຫານ ແລະ ການປັບປຸງທາງດ້ານງົບປະມານ ແລະ ການໃຫ້ການບໍລິການຂອງພາກລັດ.ອ່ານຕໍ່ ...

ທີມງານທະນາຄານໂລກ

ນັກວາງນະໂຍບາຍຝຶກອົບຮົມກ່ຽວກັບການປະເມີນຜົນກະທົບໃນການຄຸ້ມຄອງ

ລັດຖະບານໄດ້ຈັດການຝຶກອົບຮົມກ່ຽວກັບການປະເມີນຜົນກະທົບໃນການຄຸ້ມຄອງ (RIA) ສຳລັບນັກວາງນະໂຍບາຍຂັ້ນສູນກາງ ແລະ ແຂວງ. ງານຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 13-15 ມີນາ. ເຊິ່ງມີເປົ້າໝາຍເພື່ອຮັບປະກັນວ່າ ລາວຈະສາມາດພັດທະນາລະບົບການຄຸ້ມຄອງການປະຕິບັດງານທີ່ດີ ເພື່ອປົກປ້ອງຊຸມຊົນ ແລະ ສິ່ງແວດລ້ອມ ແລະ ສົ່ງເສີມການພັດທະນາດ້ານເສດຖະກິດ ແລະ ສັງຄົມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການຮ່ວມມືດ້ານການຄົ້ນຄວ້າອອສ໌ເຕຣເລຍ-ລາວ ສົ່ງເສີມການພັດທະນາດ້ານກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າດ້ານກະສິກຳສາກົນ ອອສ໌ເຕຣເລຍ (ACIAR) ສືບຕໍ່ການຮ່ວມມືກັບລັດຖະບານລາວ ໃນການຄົ້ນຄວ້າກ່ຽວກັບລະບົບການກະສິກຳແບບຍືນຍົງ ເພື່ອແກ້ໄຂບັນຫາທ້າທາຍທີ່ເກີດຂຶ້ນໃນບັນດາປະເທດກຳລັງພັດທະນາ.ຕາມຂໍ້ມູນຈາກສູນ, ອອສ໌ເຕຣເລຍໄດ້ໃຫ້ທຶນ AUD 4.8 ລ້ານໂດລາອອສ໌ເຕຣເລຍ ເພື່ອສະໜັບສະໜູນ 22 ໂຄງການຄົ້ນຄວ້າເພື່ອການພັດທະນາກະສິກຳ ສຳລັບປີ 2018-2019.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານລາວ ແລະ ອົງການຢູນິເຊັບ ຮັດແໜ້ນການວາງແຜນການລະດັບແຂວງ, ການປະສານງານເພື່ອປັບປຸງໝາກຜົນສຳລັບການຊ່ວຍເຫຼືອເດັກນ້ອຍ

(ຂປລ) ໄດ້ມີການຈັດກອງປະຊຸມວິຊາການກ່ຽວກັບການວາງແຜນ, ການປະສານງານ, ການຕິດຕາມ ແລະ ການຈັດສັນງົບປະມານລະດັບແຂວງ ເພື່ອປັບປຸງຜົນໄດ້ຮັບສຳລັບວຽກງານການຊ່ວຍເຫຼືອເດັກນ້ອຍ ໃນວັນທີ 12 ມີນາ ທີ່ແຂວງອັດຕະປື ຈັດໂດຍກົມການຮ່ວມມືສາກົນ ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ, ແລະ ພະແນກແຜນການ ແລະ ການຮ່ວມມືແຂວງອັດຕະປື ພາຍໃຕ້ການສະໜັບສະໜູນຂອງອົງການຢູນິເຊັບ ປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ຄະນະກຳມະການແນວລາວໃຫ້ການສະໜັບສະໜູນຂະບວນການພັດທະນາ

ຄະນະກຳມະການສູນກາງແນວລາວສ້າງຊາດໄດ້ຈັດປະຊຸມທີ່ວຽງຈັນ ເພື່ອສັງລວມກິດຈະກຳໃນໄລຍະຜ່ານມາ ແລະ ຮ່າງແຜນການເພື່ອສະໜັບສະໜູນພາລະບົດບາດການສົ່ງເສີມຄວາມສາມັກຄີປອງດອງ ແລະ ຂົນຂວາຍປະຊາຊົນລາວໃນການພັດທະນາປະເທດຊາດ.ກອງປະຊຸມໃຫຍ່ເທື່ອທີ່ສີ່ຂອງຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ມີຂຶ້ນໃນວັນທີ 12-13 ມີນາ ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລັດຖະບານ ແລະ ຄູ່ຮ່ວມພັດທະນາ ຫາລືກ່ຽວກັບການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາທີ່ສຸດ (LDC) ຂອງລາວ

ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາປະຊຸມກັນທີ່ວຽງຈັນ ເພື່ອຫາລືກ່ຽວກັບສິ່ງສໍ່ສະແດງເຖິງການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາທີ່ສຸດ (LDC) ຂອງລາວ.ກອງປະຊຸມຫາລືດ້ານນະໂຍບາຍແຫ່ງຊາດກ່ຽວກັບການສົ່ງເສີມຄວາມສາມາດໃນການຜະລິດ ແລະ ການຫັນປ່ຽນໂຄງສ້າງທາງດ້ານເສດຖະກິດ ທີ່ກ່ຽວຂ້ອງກັບການປ່ຽນແປງສະຖານະການພັດທະນາຂອງປະເທດ ໄດ້ມີຂຶ້ນໃນວັນທີ 12-13 ມີນາ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ເກົາຫຼີໃຕ້ຈະສືບຕໍ່ໃຫ້ການຊ່ວຍເຫຼືອການພັດທະນາຊົນນະບົດໃນລາວ

ລັດຖະບານເກົາຫຼີໃຕ້ຈະສືບຕໍ່ສະໜັບສະໜູນການພັດທະນາຊົນນະບົດໃນລາວ ເພື່ອແນໃສ່ສົ່ງເສີມພາລະກິດການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາທີ່ສຸດຂອງລາວ.ໂຄງການພັດທະນາຊົນນະບົດຂອງລັດຖະບານເກົາຫຼີໃຕ້ ແມ່ນແນໃສ່ບ້ານໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ສະຫວັນນະເຂດ ໂດຍນຳໃຊ້ຕົວແບບການພັດທະນາແຊມູນ ອຸນດອງຂອງເກົາຫຼີ ເຊິ່ງສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ຝຣັ່ງອະນຸມັດທຶນຊ່ວຍເຫຼືອກວ່າ 14 ຕື້ກີບສຳລັບໂຄງການຊາໃນລາວ

ລັດຖະບານຝຣັ່ງໄດ້ອະນຸມັດທຶນຊ່ວຍເຫຼືອປະມານ 14 ຕື້ກີບ (1.5 ລ້ານຢູໂຣ) ສຳລັບໂຄງການຕ່ອງໂສ້ຄຸນຄ່າຂອງຊາໃນລາວ. ໂຄງການໄລຍະສາມປີດັ່ງກ່າວ ແມ່ນແນໃສ່ການປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ ລາຍຮັບຂອງຜູ້ຜະລິດຊາລາຍຍ່ອຍ ແລະ ເພື່ອພັດທະນາໂຄງສ້າງການຄຸ້ມຄອງຕ່ອງໂສ້ການສະໜອງຜະລິດຕະພັນຊາໃນລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວຈະດຳເນີນຕາມແນວທາງການພັດທະນາສີຂຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໃຫ້ຄຳໝັ້ນວ່າຈະດຳເນີນຕາມຍຸດທະສາດການພັດທະນາສີຂຽວ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ເຂົ້າຮ່ວມເປັນປະທານໃນການຫາລືກ່ຽວກັບແນວທາງໃນການຜັນຂະຫຍາຍແຜນຍຸດທະສາດດັ່ງກ່າວສູ່ການປະຕິບັດ, ຕາມຄຳແນະນຳຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃນວັນທີ 31 ມັງກອນຜ່ານມາ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວສັ່ງໂຈະໂຄງການພັດທະນາແຫຼ່ງທ່ອງທ່ຽວຂອງຈີນຫຼັງຈາກມີປະຊາຊົນຮ້ອງຮຽນຫຼາຍ

ໂຄງການພັດທະນາການທ່ອງທ່ຽວຂອງຈີນໃນລາວໄດ້ຖືກສັ່ງໂຈະແບບບໍ່ມີກຳນົດ ຫຼັງຈາກທີ່ຊາວບ້ານ ແລະ ຊາວຄ້າຂາຍສະແດງເຈດຈຳນົງຕໍ່ຕ້ານ.ໃນກາງເດືອນມັງກອນ, ຜູ້ຮັບເໝົາໂຄງການໄດ້ເລີ່ມຕົ້ນການສຳຫຼວດໃນບ້ານພູດິນແດງ, ຫ້ວຍສະງົວ ແລະ ປາກໂພ ເຊິ່ງຕັ້ງຢູ່ໃນເຂດທ່ອງທ່ຽວເມືອງວັງວຽງ, ຫ່າງຈາກນະຄອນວຽງຈັນປະມານ 4 ຊົ່ວໂມງ.ອ່ານຕໍ່  ...

ໜ່ວຍຂ່າວ RFA ລາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KWwPE
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!