ການຊ່ວຍເຫຼືອ ແລະ ການພັດທະນາ

ການຊ່ວຍເຫຼືອດ້ານການພັດທະນາແບບສອງຝ່າຍ

ລາວ, ເກົາຫຼີຮ່ວມກັນສ້າງສູນພັດທະນາບ້ານຊຸມຊົນ

ຊາວຊົນນະບົດໃນນະຄອນຫຼວງວຽງຈັນມີສູນພັດທະນາຊຸມຊົນແຊມູນແຫ່ງໃໝ່ ພາຍຫຼັງພິທີມອບຮັບອາຄານສູນທີ່ບ້ານໝາກຄ້ຽວ ເມືອງປາກງື່ມ ໃນວັນຈັນຜ່ານມາ.ສູນດັ່ງກ່າວແມ່ນສ້າງຂຶ້ນພາຍໃຕ້ການຮ່ວມມືລະຫວ່າງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ມູນນິທິແຊມູນໂລກແຫ່ງປະເທດເກົາຫຼີ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ສະຫະລັດເປີດຕົວໂຄງການສົ່ງເສີມການອ່ານໃນລາວ

ສະຫະລັດໄດ້ຕົກລົງໃຫ້ທຶນຊ່ວຍເຫຼືອລາວ ມູນຄ່າກວ່າ US$19.4 ລ້ານໂດລາ ເພື່ອສະໜັບສະໜູນໂຄງການການສຶກສາຂັ້ນພື້ນຖານເພື່ອສົ່ງເສີມການອ່ານ.ສະຖານທູດສະຫະລັດປະຈຳລາວໄດ້ເປີດຕົວໂຄງການ “ຮຽນຮູ້ຈາກການອ່ານ” ຢ່າງເປັນທາງການ ພາຍໃຕ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈສອງສະບັບເພື່ອເລີ່ມໂຄງການໄລຍະຫ້າປີດັ່ງກ່າວແຕ່ປີ 2019-2023.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຍີ່ປຸ່ນຊ່ວຍສົ່ງເສີມການສຶກສາສຳລັບຄົນພິການໃນລາວ

ມູນນິທິຍີ່ປຸ່ນໄດ້ມອບທຶນຊ່ວຍເຫຼືອກວ່າ 2.6 ຕື້ກີບ (US$300,000 ໂດລາ) ໃຫ້ກັບກະຊວງສຶກສາທິການ ແລະ ກິລາ ເພື່ອສົ່ງເສີມການເຂົ້າເຖິງການສຶກສາສຳລັບກຸ່ມຜູ້ພິການ.ຂໍ້ຕົກລົງໂຄງການດັ່ງກ່າວໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນໃນວັນພຸດແລ້ວນີ້ ໂດຍທ່ານ ພູວັນ ວົງສຸທີ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ທາເຄຈຸ ໂອງະຕະ ປະທານມູນນິທິຍີ່ປຸ່ນ.ໂຄງການໄລຍະຫ້າປີດັ່ງກ່າວຈະດຳເນີນຢູ່ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີເດັກພິການທາງຫູ ແລະ ສາຍຕາປະມານ 1,500 ຄົນ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ທະນາຄານ ICBC ບໍລິຈາກອຸປະກອນຄັອມພິວເຕີໃຫ້ແກ່ໂຮງຮຽນໃນນະຄອນຫຼວງວຽງຈັນ

(ຂປລ) ທະນາຄານອຸດສາຫະກຳແລະກ້ານຄ້າແຫ່ງປະເທດຈີນ ຈຳກັດ (ICBC) ໄດ້ມອບເຄື່ອງຄັອມພິວເຕີຕັ້ງໂຕະ 30 ໜ່ວຍ ແລະ ຄັອມພິວເຕີມືຖືສາມໜ່ວຍໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອແຈກຢາຍໃຫ້ແກ່ໂຮງຮຽນປະຖົມ ແລະ ມັດທະຍົມ 11 ແຫ່ງໃນນະຄອນຫຼວງວຽງຈັນ.ພິທີມອບເຄື່ອງບໍລິຈາກດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 27 ສິງຫານີ້ ລະຫວ່າງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຊຸນ ເຟັງ ເລີ່ຍ ຜູ້ອຳນວຍການໃຫຍ່ທະນາຄານ ICBC.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47790

ສະຫະກອນສົ່ງເສີມການກະເສດເມືອງຫົງສາ ໄດ້ຮັບບໍລິຈາກອຸປະກອນເຄື່ອງຕອງນ້ຳ

(ຂປລ) ສະຫະກອນສົ່ງເສີມການກະເສດເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບອຸປະກອນເຄື່ອງຕອງນ້ຳມູນຄ່າກວ່າ 100,000 ບາດຈາກບໍລິສັດໄຟຟ້າຫົງສາ.ພິທີມອບອຸປະກອນດັ່ງກ່າວໄດ້ມີຂຶ້ນໃນວັນຈັນຜ່ານມາ ລະຫວ່າງທ່ານ ຄະທາຍຸດ ຊູພູນ ອຳນວນການບໍລິຫານບໍລິສັດໄຟຟ້າຫົງສາ ແລະ ທ່ານ ທອງ ສິມມະທອງ ຫົວໜ້າສະຫະກອນສົ່ງເສີມການກະເສດເມືອງຫົງສາ, ແລະ ຕາງໜ້າຈາກອຳນາດການປົກຄອງທີ່ກ່ຽວຂ້ອງເຂົາຮ່ວມ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47795

ເຢຍລະມັນປະກອບສ່ວນ 4 ລ້ານຢູໂຣໃນການຝຶກອົບຮົມການຮ່ວມມືພາຄີໃນລາວ

(ຂປລ) ລັດຖະບານເຢຍລະມັນໄດ້ມອບທຶນຊ່ວຍເຫຼືອຈຳນວນ 4 ລ້ານຢູໂຣສຳລັບໂຄງການຝຶກອົບຮົມການຮ່ວມມືພາຄີ (DCT) ຜ່ານໂຄງການສົ່ງເສີມການສຶກສາວິຊາຊີບ ສປປ ລາວ (VELA) ໄລຍະທີ 2.ຂໍ້ຕົກລົງໂຄງການດັ່ງກ່າວໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນ ໃນວັນທີ 23 ສິງຫານີ້ ໂດຍທ່ານ ນຸພາ ອຸດສາ ຫົວໜ້າກົມການສຶກສານອກລະບົບ ກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ສີສົມບູນ ອຸນະວົງ ຫົວໜ້າກົມການຮ່ວມມືສາກົນ, ທ່ານ ວູຟແກັງ ຮັນນິງ ຫົວໜ້າອົງການ GIZ ປະຈຳລາວ ແລະ ທ່ານ ອາເລັກຊານດຣາ ມອນເດັນ ຫົວໜ້າໂຄງການ VELA, GIZ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47743

ລັດຖະບານຍີ່ປຸ່ນລ້ຽງສົ່ງນັກສຶກສາທຶນລາວ, ທັງສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງໂຄງການ

ນັກສຶກສາລາວຈຳນວນ 20 ຄົນຈະເດີນທາງໄປສຶກສາ ແລະ ຄົ້ນຄວ້ລະດັບສູງຢູ່ປະເທດຍີ່ປຸ່ນ ພາຍໃຕ້ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດປະເທດຍີ່ປຸ່ນ (JDS) ແລະ ໂຄງການຜູ້ນຳໜຸ່ມ (YLP).ງານລ້ຽງຮັບຮອງນັກສຶກສາ ແລະ ອະດີດນັກສຶກສາທຶນ JDS ແລະ YLP ໄດ້ຈັນຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້ ເພື່ອເປັນການລ້ຽງສົ່ງນັກສຶກສາທີ່ຈະເດີນທາງໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ແລະ ເປັນການສະຫຼີມສະຫຼອງວັນສ້າງຕັ້ງໂຄງການ JDS ຄົບຮອບ 20 ປີ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ເກົາຫຼີໃຕ້ສະໜັບສະໜູນພາລະກິດການສົ່ງເສີມສຸຂະພາບເດັກອ່ອນ ແລະ ເດັກນ້ອຍໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນເກົາຫຼີ (KOICA) ຂອງປະເທດເກົາຫຼີໃຕ້ຈະໃຫ້ທຶນຊ່ວຍເຫຼືອປະມານ US$7.5 ລ້ານໂດລາສຳລັບປະເທດລາວແຕ່ປີ 2019 ຫາ 2023 ເພື່ອສົ່ງເສີມວຽກງານສຸຂະພາບແມ່, ເດັກເກີດໃໝ່ ແລະ ເດັກນ້ອຍໃນສາມແຂວງ.ຂໍ້ຕົກລົງກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ມີການລົງນາມຢູ່ນະຄອນຫຼວງວຽງຈັນໃນວັນອັນຄານນີ້ ໂດຍທ່ານ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີ່ມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ ຊຸງຊູ ໂອ ຫົວໜ້າອົງການ KOICA ປະຈຳລາວ. ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/south-korea-backs-efforts-improve-newborn-and-child-health-102438

ເກົາຫຼີໃຕ້ອະນຸມັດທຶນຊ່ວຍເຫຼືອລ້າ 10 ຕື້ກີບສຳລັບການຟື້ນຟູຫຼັງໄພນ້ຳຖ້ວມແຂວງອັດຕະປື

ວຽງຈັນ (ວຽງຈັນທາມສ໌) – ລັດຖະບານສາທາລະນະລັດເກົາຫຼີໄດ້ໃຫ້ທຶນຊ່ວຍເຫຼືອລ້າກວ່າ 10 ຕື້ກີບ  (US$1.2 ລ້ານໂດລາ) ເພື່ອຈັດຕັ້ງປະຕິບັດໂຄງງການຟື້ນຟູຫຼັງໄພນ້ຳຖ້ວມຢູ່ແຂວງອັດຕະປື.“ໂຄງການຟື້ນຟູແຂວງອັດຕະປືໂດຍລວມ” ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຜ່ານອົງການຮ່ວມມືສານກົນປະເທດເກົາຫຼີ (KOICA). ການໃຫ້ທຶນຊ່ວຍເຫຼືອດັ່ງກ່າວໃນອາທິດແລ້ວນີ້ແມ່ນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອໄລຍະ 5 ປີ ມູນຄ່າ US$11.5 ລ້ານໂດລາ ເຊິ່ງຈະຈັດຕັ້ງປະຕິບັດແຕ່ປີ 2019 ເຖິງປີ 2023.ຂໍ້ຕົກລົງສຳລັບທຶນຊ່ວຍເຫຼືອໃນຕໍ່ໜ້າຈະມີການລົງນາມໃນແຕ່ລະຂັ້ນຂອງໂຄງການຟື້ນຟູຫຼັງໄພພິບັດຢູ່ແຂວງອັດຕະປື.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/south-korea-grants-10-billion-kip-attapeu-flood-recovery-101856

ລັດມອບເຂົ້າສານ 430 ໂຕນເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ລັດຖະບານໄດ້ມອບເຂົ້າສານຈຳນວນ 430 ໂຕນ ມູນຄ່າກວ່າ 3.3 ຕື້ກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອເປັນສ່ວນໜຶ່ງຂອງພາລະກິດການສືບຕໍ່ຊ່ວຍເຫຼືອໄພພິບັດຢູ່ແຂວງພາກໃຕ້ຂອງລາວ.ການຊ່ວຍເຫຼືອດັ່ງກ່າວລວມມີ ເຂົ້າສານ 149 ໂຕນສຳລັບຊ່ວຍເຫຼືອຊຸມຊົນແຂວງບໍລິຄຳໄຊ, 100​ ໂຕນສຳລັບແຂວງຄຳມ່ວນ, 81 ໂຕນສຳລັບແຂວງສະຫວັນນະເຂດ, 100​ ໂຕນສຳລັບແຂວງຈຳປາສັກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

JX264
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!