ການຊ່ວຍເຫຼືອ ແລະ ການພັດທະນາ

ການຊ່ວຍເຫຼືອດ້ານການພັດທະນາແບບສອງຝ່າຍ

ໂຄງການຝຶກອົບຮົມ ລາວ-ເກົາຫຼີ ສົ່ງເສີມການພັດທະນາຊົນນະບົດ

ສູນຝຶກອົບຮົມການພັດທະນາຊົນະບົດ ລາວ-ເກົາຫຼີ (LKRDTC) ໄດ້ຈັດກິດຈະກຳຝຶກອົບຮົມກ່ຽວກັບການພັດທະນາຊົນນະບົດໃຫ້ແກ່ປະຊາຊົນຫຼາຍກວ່າ 1,000 ຄົນແລ້ວນັບແຕ່ເລີ່ມໂຄງການມາແຕ່ປີ 2016. ໂດຍນຳໃຊ້ການລິເລີ່ມ ແຊມູນ ອຸນດອງ ຫຼື ຂະບວນການພັດນາຊຸມຊົນແບບໃໝ່,  LKRDTC ໄດ້ສະແດງໃຫ້ເຫັນທ່າແຮງຂອງການຝຶກອົບຮົມ ເພື່ອສ້າງກ້ອນກຳລັງຂັບເຂື່ອນການພັດທະນາຊົນນະບົດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ ແລະ ເກົາຫຼີທົບທວນການຮ່ວມມືເພື່ອການຊ່ວຍເຫຼືອໃນດ້ານການພັດທະນາ

ເຈົ້າໜ້າທີ່ລະດັບສູງຂອງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມກອງປະຊຸມທີ່ວຽງຈັນໃນວັນພະຫັດແລ້ວນີ້ ເພື່ອທົບທວນກ່ຽວກັບການຮ່ວມມືທາງດ້ານການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA) ລະຫວ່າງລາວ ແລະ ສາທາລະນະລັດເກົາຫຼີ.ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ປອ ຊັງ ຮຸນ ຜູ້ຕາງໜ້າໜ່ວຍງານ ODA ປະເທດເກົາຫຼີ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະວິດເຊີແລນໃຫ້ທຶນຊ່ວຍເຫຼືອ 5.5 ຕື້ກີບສຳລັບສົ່ງເສີມການຄ້າແບບ BioTrade ໃນລາວ

ເລຂາທິການດ້ານການພົວພັນທາງເສດຖະກິດແຫ່ງຊາດສະວິດ (SECO) ໃຫ້ທຶນຊ່ວຍເຫຼືອຈຳນວນກວ່າ 5.5 ຕື້ກີບ (651,293 ໂດລາສະຫະລັດ) ເພື່ອດຳເນີນໂຄງການໃນລາວເພື່ອສົ່ງເສີມການຄ້າແບບ BioTrade ສູ່ພາກພື້ນ.ຈຸດປະສົງລວມຂອງໂຄງການແມ່ນເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃນລາວ ໂດຍການປົກປັກຮັກສາຊີວະນາໆພັນຜ່ານການຄ້າວັດສະດຸຈາກທຳມະຊາດແບບຍືນຍົງ ໃນຮູບຂອງການສົ່ງເສີມດ້ານການແຂ່ງຂັນລະຫວ່າງຜູ້ສົ່ງອອກ ແລະ ຜູ້ຜະລິດໃນທ້ອງຖິ່ນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບໍລິສັດຈີນຊ່ວຍສ້າງເສດຖະກິດລາວ

ວຽງຈັນ – “ບໍ່ວ່າຈະໂຄງການໃດບໍລິສັດທາງລົດໄຟແຫ່ງປະເທດຈີນກໍພ້ອມທີ່ຈະປະຕິບັດໃນທຸກເວລາ!”ໃນທ້າຍເດືອນກໍລະກົດ ໃນຕອນທີ່ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ແຂວງອັດຕະປືທາງພາກໃຕ້ຂອງລາວ, ບໍລິສັດທາງລົດໄຟຈີນ ຜູ້ຮັບເໝົາກໍ່ສ້າງໂຄງການທາງລົດໄຟລາວ-ຈີນໃນປະເທດລາວ ໄດ້ໃຫ້ການຊ່ວຍເຫຼືອໃນພື້ນທີ່ປະສົບໄພໂດຍບໍ່ລັງເລ.ອ່ານຕໍ່ ...

Xinhua

ເກົາຫຼີໃຕ້ກ່າວຈະເພີ່ມການຊ່ວຍເຫຼືອໃຫ້ແກ່ລາວ

ທ່ານ ມຸນ ແຈອິນ ປະທານນາທິບໍດີ ແຫ່ງສາທາລະນະລັດເກົາຫຼີກ່າວຕໍ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ທີ່ປະເທດສິງກະໂປໃນອາທິດນີ້ວ່າຈະເພີ່ມທະວີການສະໜັບສະໜູນ ແລະ ຊ່ວຍເຫຼືອໃຫ້ແກ່ລາວ, ຕາມຂໍ້ມູນຈາກກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສ ເກົາຫຼີມອບທຶນຊ່ວຍເຫຼືອສຳລັບເດັກທີ່ມີບັນຫາໂລກຫົວໃຈ

(ຂປລ) ລັດຖະບານສາທາລະນະລັດເກົາຫຼີ ມອບເງິນບໍລິຈາກຈຳນວນ  282 ລ້ານວອນເກົາຫຼີ (ຫຼືປະມານ 249,329 ໂດລາສະຫະລັດ) ເພື່ອຊ່ວຍເຫຼືອໃນການປິ່ນປົວຂັ້ນພື້ນຖານສຳລັບເດັກນ້ອຍທີ່ມີບັນຫາດ້ານໂລກຫົວໃຈ ໃນພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື ທາງພາກໃຕ້ຂອງລາວ.ອ່ານຕໍ່ ...

ຂປລ

ທຶນການສຶກສາເອັນດີເວີຂອງອົດສະຕຣາລີ ໃຫ້ບູລິມະສິດສູງສຳລັບ ສປປ ລາວ

(ຂປລ) ປະຈຸບັນ ໂຄງການທຶນການສຶກສາສຳລັບຜູ້ນຳ ເອັນດີເວີ ຂອງລັດຖະບານອົດສະຕຣາລີ ກຳລັງມີການເປີດຮັບສະໝັກ ສຳລັບຮອບປີ 2019, ເພື່ອຊິງທຶນການສຶກສາສຳລັບນັກສຶກສາຕ່າງປະເທດທີ່ມີຄວາມຮູ້ຄວາມສາມາດດີເດັ່ນ, ນັກຄົ້ນຄວ້າ ແລະ ພະນັກງານ ເພື່ອໂອກາດໃນດຳເນີນການສຶກສາໄລຍະສັ້ນ, ການຝຶກອົບຮົມ ແລະ ການຄົ້ນຄວ້າທີ່ປະເທດອົດສະຕຣາລີ.ອ່ານຕໍ່ ...

ຂປລ

ນາຍົກລາວ ແລະ ຍີ່ປຸ່ນຕົກລົງກ່ຽວກັບວຽກງານເກັບກູ້ລະເບີດ ແລະ ການຮ່ວມມືດ້ານການແພດ

ຍີ່ປຸ່ນຕົກລົງສະໜັບສະໜູນໂຄງການທີ່ກ່ຽວຂ້ອງກັບລະເບີດທີ່ຍັງບໍ່ທັນແຕກໃນລາວ ເປັນມູນຄ່າ 900 ລ້ານເຢັນຍີ່ປຸ່ນ ກໍຄືການສົ່ງເສີມການຮ່ວມມືລະຫວ່າງໂຮງໝໍມິດຕະພາບ ວຽງຈັນ ແລະ ສະຖາບັນໄສຍະກຳປະສາດກິດຕະຮາຣະ ປະເທດຍີ່ປຸ່ນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຄະນະກຳມາທິການແມ່ນ້ຳຂອງໄດ້ຮັບທຶນຈາກເຢຍລະມັນ ເພື່ອສົ່ງເສີມການວາງແຜນ ແລະ ຄຸ້ມຄອງແມ່ນ້ຳຂອງໃນພາກພື້ນ

ລັດຖະບານເຢຍລະມັນອະນຸມັດທຶນຊ່ວຍເຫຼືອ 4 ລ້ານຢູໂຣ (ປະມານ 4.6 ລ້ານໂດລາສະຫະລັດ) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອສົ່ງເສີມການຮ່ວມມືນ່ານນ້ຳລະຫວ່າງປະເທດ ຕາມການລາຍງານຂອງ MRC.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເຢຍລະມັນຊ່ວຍເຫຼືອໂຮງຮຽນການຊ່າງແຫ່ງໃໝ່ 1 ລ້ານຢູໂຣ

ລັດຖະບານເຢຍລະມັນຈະໃຫ້ການຊ່ວຍເຫຼືອລາວ ໂດຍການສະໜັບສະໜູນທຶນຮອນເຄິ່ງໜຶ່ງໃນການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ ເຊິ່ງມີມູນຄ່າ 2 ລ້ານຢູໂຣ ໃນນະຄອນວຽງຈັນ.  ໂຄງການກໍ່ສ້າງດັ່ງກ່າວຄາດວ່າຈະເລີ່ມລົງມືໃນທ້າຍປີນີ້, ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເລືອກເຟັ້ນສະຖານທີ່ທີ່ເດີ່ນໂຮງຮຽນປະຖົມ ບ້ານຊຽງດາ ເມືອງໄຊເສດຖາ ເຊິ່ງຕັ້ງຢູ່ແຄມທາງເບຕົງເສັ້ນໃໝ່ໄປສະຖານນີລົດໄຟ ລາວ-ໄທ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

JHvAR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!