ອຳນາດການປົກຄອງທ້ອງຖິ່ນມີເປົ້າໝາຍປັບປຸງສິ່ງອຳນວຍຄວາມສະດວກໃນພື້ນທີ່ມໍລະດົກໂລກໃໝ່ເພື່ອດຶງດູດນັກທ່ອງທ່ຽວ

ວຽງຈັນ, 5 ສິງຫາ (Xinhua) — ອຳນາດການປົກຄອງແຂວງຊຽງຂວາງມີແຜນສ້າງສິ່ງອຳນວນຄວາມສະດວກຢູ່ທົ່ງໄຫຫີນ ເພື່ອເພີ່ມຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ເພື່ອຮອງຮັບຈຳນວນນັກທ່ອງທ່ຽວທີ່ຈະເດີນທາງມາຊົມສະຖານທີ່ທີ່ຫາກໍ່ໄດ້ຮັບການຮັບຮອງໃຫ້ເປັນມໍລະດົກໂລກໃນປີນີ້.

ໃນກອງປະຊຸມຕໍ່ສື່ມວນຊົນກ່ຽວກັບການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ, ທ່ານ ບຸນຕອນ ຈັນທະພອນ ເຈົ້າແຂວງແຂວງຊຽງຂວາງກ່າວວ່າ ທາງແຂວງຈະສືບຕໍ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະແມ່ນຖະໜົນ ເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ຕາມການລາຍງານຂອງສຳນັກຂ່າວທ້ອງຖິ່ນ ວຽງຈັນທາມສ໌ ໃນວັນຈັນຜ່ານມາ.

ອ່ານຕໍ່…

Shi Yinglun
http://www.xinhuanet.com/english/2019-08/05/c_138285828.htm