ການພັດທະນາດ້ານສັງຄົມ

ຄອບຄົວ,​ ເດັກນ້ອຍ ແລະ ໄວໜຸ່ມ

ແນວລາວ, ຢູນິເຊັບຮ່ວມມືປັບປຸງສະຖານະການບັນຫາກ່ຽວກັບເດັກນ້ອຍຢູ່ແຂວງອັດຕະປື

(ຂປລ) ກອງປະຊຸມປຶກສາຫາລືບັນຫາທີ່ກ່ຽວຂ້ອງກັບເດັກນ້ອຍໄດ້ມີຂຶ້ນໃນວັນທີ 17 ມິຖຸນາ ທີ່ເມືອງສາມັກຄີໄຊ ແຂວງອັດຕະປື, ພາຍໃຕ້ການເປັນປະທ່ານຮ່ວມຂອງທ່ານ ຮສ ປອ ສົມອົກ ກິ່ງສະດາ ຮອງປະທານສູນການແນວລາວສ້າງຊາດ ແລະ ທ່ານນາງ ສີສະຫວັນ ແສງໄພບູນ ປະທານແນວລາວແຂວງອັດຕະປື.ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີພະນັກງານກວ່າ 40 ຄົນຈາກຫ້ອງການແນວລາວຫ້າຕົວເມືອງ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ.ອ່ານຕໍ່ ...

ຂປລ
http://kpl.gov.la/En/Detail.aspx?id=46608

ນາຍົກຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈກັນໃນການປົກປ້ອງ ແລະ ພັດທະນາເດັກນ້ອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກໆຂະແໜງການໃນທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນໃນການປົກປ້ອງ, ສົ່ງເສີມ ແລະ ຊ່ວຍເຫຼືອພັດທະນາເດັກນ້ອຍ ເພື່ອໃຫ້ເຂົາເຈົ້າເຕີບໃຫຍ່ເປັນພົນລະເມືອງທີ່ຫ້າວຫັນຂອງສັງຄົມ.ທ່ານນາຍົກໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນຄຳໂອວາດເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-pm-calls-joint-effort-protect-develop-children-97619

ແນວລາວ ແລະ ອົງການຢູນິເຊັບ ຮ່ວມມືໃນການປັບປຸງສະຖານະພາບຂອງເດັກທີ່ມີຄວາມສ່ຽງ

(ຂປລ) ແນວລາວສ້າງຊາດ ແລະ ອົງການກອງທຶນເດັກ ສະຫະປະຊາຊາດ (ຢູນິເຊັບ) ໄດ້ຈັດຕັ້ງກອງປະຊຸມວິຊາການກ່ຽວກັບການປັບປຸງສະຖານະພາບຂອງເດັກທີ່ມີຄວາມສ່ຽງ.ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດ ແລະ ທ່ານ ອອກຕາວຽນ ບິໂວ ຜູ້ຕາງໜ້າອົງການຢູນິເຊັບ ໄດ້ເຂົ້າຮ່ວມໃນກອງປະຊຸມໄລຍະສອງວັນ (24-26 ເມສາ  2019) ດັ່ງກ່າວທີ່ແຂວງສະຫວັນນະເຂດ ເຊິ່ງມີພະນັກກງານແນວລາວທີ່ເຮັດວຽກກ່ຽວກັບບັນຫາເດັກນ້ອຍກວ່າ 70 ເຂົ້າຮ່ວມ, ແນໃສ່ການສ້າງພູມຕ້ານທານຂອງເດັກ.ອ່ານຕໍ່  ...

ຂປລ

ລັດຖະບານສະຫຼຸບການສັງເກດການກ່ຽວກັບການຈັດຕັ້ງປະຕິບັດອະນຸສັນຍາວ່າດ້ວຍສິດທິເດັກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຄົງດຳເນີນການສ້າງຄວາມຮັບຮູ້ກ່ຽວກັບສິດທິເດັກໃຫ້ແກ່ອຳນາດການປົກຄອງ ໂດຍການຈັດກອງປະຊຸມວິຊາການເພື່ອຫາລືການສະຫຼຸບສັງລວມການສັງເກດການສຳລັບທຸກຂະແໜງການໃນຂັ້ນສູນກາງ ແລະ ແຂວງ ເພື່ອຜັນຂະຫຍາຍແຜນດຳເນີນງານຂອງແຕ່ລະໜ່ວຍງານ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມປຶກສາຫາລືກັບຄູ່ຮ່ວມພັດທະນາ ທີ່ວຽງຈັນ ໃນວັນອັງຄານຜ່ານມາ ເພື່ອຫາລືກ່ຽວກັບພັນທະການປະຕິບັດອະນຸສັນຍາວ່າດ້ວຍສິດທິເດັກຂອງລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດຖະບານລາວ ແລະ ອົງການຢູນິເຊັບ ຮັດແໜ້ນການວາງແຜນການລະດັບແຂວງ, ການປະສານງານເພື່ອປັບປຸງໝາກຜົນສຳລັບການຊ່ວຍເຫຼືອເດັກນ້ອຍ

(ຂປລ) ໄດ້ມີການຈັດກອງປະຊຸມວິຊາການກ່ຽວກັບການວາງແຜນ, ການປະສານງານ, ການຕິດຕາມ ແລະ ການຈັດສັນງົບປະມານລະດັບແຂວງ ເພື່ອປັບປຸງຜົນໄດ້ຮັບສຳລັບວຽກງານການຊ່ວຍເຫຼືອເດັກນ້ອຍ ໃນວັນທີ 12 ມີນາ ທີ່ແຂວງອັດຕະປື ຈັດໂດຍກົມການຮ່ວມມືສາກົນ ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ, ແລະ ພະແນກແຜນການ ແລະ ການຮ່ວມມືແຂວງອັດຕະປື ພາຍໃຕ້ການສະໜັບສະໜູນຂອງອົງການຢູນິເຊັບ ປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ໂຄງການໃໝ່ແນໃສ່ການເພີ່ມທະວີການປົກປ້ອງເດັກນ້ອຍໃນລາວ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ RADION ສາກົນ ໄດ້ຕົກລົງຢ່າງເປັນທາງການໃນການສົ່ງເສີມການສ້າງຄວາມສາມາດສຳລັບການປົກປ້ອງ ແລະ ການພັດທະນາເດັກນ້ອຍໃນຊຸມຊົນເປົ້າໝາຍໃນແຂວງພາກກາງ.ໂຄງການເພື່ອການປົກປ້ອງ ແລະ ພັດທະນາເດັກນ້ອຍ ພາຍໃຕ້ການສະໜັບສະໜູນຂອງອົງການ RADION ສາກົນ ແມ່ນແນໃສ່ການຍົກລະດັບຊີວິດການເປັນຢູ່ ແລະ ການປົກປ້ອງສິດທິຂອງເດັກດ້ອຍໂອກາດ ໃນຊຸມຊົນຕ່າງໆໃນນະຄອນຫຼວງ ແລະ ແຂວງວຽງຈັນ.ມູນຄ່າລວມຂອງໂຄງການຫ້າປີດັ່ງກ່າວ (2018-2023), ເຊິ່ງເລີ່ມຕົ້ນມາແຕ່ປີກາຍນີ້ ແມ່ນປະມານ US$600,000 ໂດລາ, ເຊິ່ງມີການດຳເນີນກິດຈະກຳຢູ່ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ເມືອງໂພນໂຮງ ແລະ ທຸລະຄົມ ແຂວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສ ເກົາຫຼີ ແລະ ຢູນິເຊັບ ໃຫ້ການຊ່ວຍເຫຼືອດ້ານການເບິ່ງແຍງ ແລະ ການປົກປ້ອງເດັກນ້ອຍໃນອັດຕະປື

(ຂປລ) ລັດຖະບານສາທາລະນະລັດເກົາຫຼີ ໄດ້ມອບທຶນຊ່ວຍເຫຼືອຈຳນວນ 300,00 ໂດລາສະຫະລັດໃຫ້ແກ່ອົງການຢູນິເຊັບ ເພື່ອຊຸກຍູ້ການເບິ່ງແຍງ ແລະ ການປົກປ້ອງເດັກນ້ອຍທີ່ຕ້ອງສູນເສຍຜູ້ປົກຄອງທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ບັນນາທິການ ຂປລ

ສະມາຊິກສະພາແຫ່ງຊາດຮຽກຮ້ອງການແກ້ໄຂບັນຫາການແຕ່ງງານທີ່ບໍ່ຖືກຕ້ອງຕາມກົດໝາຍ

(ຂປລ) ສະມາຊິກສະພາແຫ່ງຊາດຮຽກຮ້ອງໃຫ້ລັດຖະບານ ແລະ ອຳນາດການປົກຄອງ ດຳເນີນການແກ້ໄຂບັນຫາສັງຄົມ ເຊັ່ນການແຕ່ງງານທີ່ບໍ່ຖືກຕ້ອງຕາມກົດໝາຍລະຫວ່າງຄົນລາວກັບຊາວຕ່າງປະເທດ ເນື່ອງຈາກການກະທຳດັ່ງກ່າວມັກເຮັດໃຫ້ແມ່ຍິງລາວຕົກເປັນເຫຍື່ອຂອງການຄ້າມະນຸດ.ອ່ານຕໍ່ ...

ຂປລ

ລາວຍຶດໝັ້ນສືບຕໍ່ສົ່ງເສີມສິດທິເດັກ

ລາວຈະສືບຕໍ່ຮ່ວມວຽກກັບອົງການຢູນິເຊັບ ແລະ ບັນດາຄູ່ຮ່ວມພັດທະນາເພື່ອສົ່ງເສີມ ແລະ ປົກປ້ອງສິດທິເດັກ. ທັງນີ້ ລາວວາງເປົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃນ 2030 ພາຍໃຕ້ອະນຸສັນຍາວ່າດ້ວຍສິດທິເດັກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວລາຍງານຄວາມຄືບໜ້າໃນການປົກປ້ອງສິດທິເດັກ

ຄະນະຜູ້ແທນລາວຢືດໝັ້ນພັນທະຂອງລັດຖະບານໃນການສືບຕໍ່ສົ່ງເສີມສິດທິເດັກ ໂດຍຜ່ານການພັດທະນາດ້ານລະບຽບການ, ການສຶກສາ, ການບໍລິການສາທະລະນະສຸກ ແລະ ຂົງເຂດອື່ນໆ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

wfTaw
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!