ທີ່ດິນ

Public land lease

ເຂດເສດຖະກິດພິເສດ ບໍ່ເຕັນ ຄາດໝາຍການລົງທຶນ 11 ຕື້ກວ່າໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດ ບໍ່ເຕັນ ແຂວງຫຼວງນ້ຳທາ ຄາດຄະເນການລງທຶນຕ່ຳສຸດ US$10 ຕື້ໂດລາໃນການພັດທະນາພື້ນທີ່ທັງໝົດ, ຕາມຜູ້ຕາງໜ້າເຂດ.ເຂດເສດຖະກິດດັ່ງກ່າວມີຊາຍແດນຕິດກັບບໍ່ຫານ ແຂວງຢຸນນານ, ປະເທດຈີນ ແລະ ເປັນສ່ວນໜຶ່ງຂອງການຮ່ວມມືດ້ານເສດຖະກິດທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ລະຫວ່າງລາວ ແລະ ຈີນ.ໃນປີ 2016 ເຂດດັ່ງກ່າວມີເນື້ອທີ່ 16.4 ກິໂລຕາແມັດ ແຕ່ມາໃນປະຈຸບັນມີການຂະຫຍາຍເປັນ 700​ ກວ່າເຮັກຕາ. ສາທາລະນຸປະໂຫຍດຄົບວົງຈອນກຳລັງຢູ່ໃນໄລຍະກໍ່ສ້າງ ລຽບຕາມເສັ້ນທາງຫຼວງຂະໜາດຫົກເລນ ແລະ ພື້ນຖານໂຄງລ່າງອື່ນໆ.ອ່ານຕໍ່  ...

ສຸກສະໄໝ ບູລົມ

ເຂດເສດຖະກິດພິເສດແຂວງຫຼວງນ້ຳທາ ໝາຍຕາເພີ່ມທະວີການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ຫວັງເພີ່ມທະວີການດຶງດູດນັກລົງທຶນໃຫ້ຫຼາຍຂຶ້ນ, ໂດຍສະເພາະໃນຂະແໜງການສຶກສາ ແລະ ການແພດ.ພິທີເປີດເຂດອຸດສາຫະກຳການສຶກສາ ແລະ ການແພດ ໄດ້ມີຂຶ້ນໃນວັນສຸກແລ້ວນີ້. ພາຍໃຕ້ການເຂົ້າຮ່ວມຂອງຕາງໜ້າຈາກລັດຖະບານ, ນັກລົງທຶນຕ່າງປະເທດ ແລະ ແຂກທີ່ຖືກເຊີນ.“ເຂດເສດຖະກິດດັ່ງກ່າວໄດ້ແບ່ງເປັນ 4 ເຂດພັດທະນາຄື ເຂດການຄ້າ, ການທະນາຄານ ແລະ ການເງິນ, ເຂດການຂົນສົ່ງ, ເຂດການສຶກສາ ແລະ ການແພດ, ​ແລະ ເຂດການທ່ອງທ່ຽວ.” ເມື່ອສຳເລັດການກໍ່ສ້າງຄາດວ່າຈະມີຜູ້ຢູ່ອາໄສປະມານ 300,000 ຄົນ. ສະນັ້ນ ຂະແໜງການສຶກສາ ແລະ ສາທາລະນະສຸກຈຶ່ງມີຄວາມສຳຄັນ,” ທ່ານ ຈູ ກຸນ ປະທານກຸ່ມຕະຫຼາດຫຸ້ນອຸດສາຫະກຳ ຢຸນນານ ໄຫ ເຈິງ ກ່າວ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຮອງນາຍົກ ໃຫ້ການຍ້ອງຍໍເຂດເສດຖະກິດພິເສດ ສະຫວັນ-ເຊໂນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ປະຕິບັດໜ້າທີ່ໄດ້ດີ, ສາມາດສ້າງຊື່ສຽງທີ່ດີໃຫ້ແກ່ເຂດ ແລະ ປະເທດຊາດ ແລະ ສາມາດດຶງດູດຄວາມສົນໃຈຂອງນັກລົງທຶນຕ່າງປະເທດໄດ້ດີ, ທ່ານ ປອ ສອນໄຊ ສີພັນດອນ ກ່າວຫວ່າງໝໍ່ໆມານີ້.ທ່ານ ສອນໄຊ ໄດ້ໃຫ້ຄຳເຫັນດັ່ງກ່າວໃນລະຫວ່າງການຢ້ຽມຢາມເຂດເສດຖະກິດພິເສດ ສະຫວັນ- ເຊໂນ ເຂດ C – ນິຄົມອຸດສາຫະກຳສະຫວັນ ແລະ ທ່າເຮືອບົກສະຫວັນນະເຂດ ໃນວັນທີ 3 ຕຸລານີ້. ເຂດດັ່ງກ່າວ ແມ່ນຕັ້ງຢູ່ໃຈກອງຂອງ ເສັ້ນທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ແລະ ເປັນຈຸດເຊື່ອມຕໍ່ທີ່ດີທີ່ສຸດຂອງພາກພື້ນອາຊຽນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/deputy-pm-praises-savan-seno-special-economic-zone-105756

ເຈົ້າໜ້າທີ່ແຂວງ ຕ້ອງການຍົກເລີກສັນຍາສຳປະທານສຳລັບບໍລິສັດຖ່ານຫີນຈີນ

ເຈົ້າໜ້າທີ່ແຂວງຫົວພັນ ກ່າວວ່າຕ້ອງການຍົກເລີກການສັນຍາການສຳຫຼວດຂອງບໍລິສັດຖ່ານຫີນຈີນ ຫຼັງຈາກພົບວ່າການດຳເນີນການຂອງບໍລິສັດໄດ້ສ້າງຄວາມລຳບາກໃຫ້ແກ່ຊາວບ້ານ ເຊິ່ງຍັງບໍ່ໄດ້ຮັບການຊົດເຊີຍໃດໆ.ຈາກການລາຍງານ ບໍລິສັດດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ນາແປດເຮັກຕາ, ແລະຍັງເຮັດໃຫ້ດິນເຈື່ອນ ເນື່ອງຈາກການຂຸດຄອງເໝືອງເພື່ອການສຳຫຼວດ.ເຈົ້າໜ້າທີ່ພະແນກພະລັງງານ ແລະ ບໍ່ແຮ່ໄດ້ກ່າວຕໍ່ໜ່ວຍຂ່າວວິທະຍຸເສລີອາຊີລາວວ່າ ການສຳປະທານດັ່ງກ່າວຄວນໄດ້ຮັບການຍົກເລີກ ເນື່ອງຈາກເຫດຜົນທາງສະພາບແວດລ້ອມ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-chinese-coal-survey-10022019170509.html

ຊາວບ້ານ ຄັດຄ້ານການສຳປະທານທີ່ດິນໄລຍະ 50 ປີ ໃຫ້ແກ່ບໍລິສັດໄທ

ປະຊາຊົນໃນເຈັດບ້ານຂອງແຂວງຫຼວງນ້ຳທາ ກຳລັງພະຍາຍາມຄັດຄ້ານການອະນຸມັດການສຳປະທານທີ່ດິນຂະໜາດ 5,000 ເຮັກຕາໃຫ້ແກ່ບໍລິສັດໄທ ເຊິ່ງບັງຄັບໃຫ້ພວກເຂົາຕ້ອງຍ້າຍພູມລຳເນົາອອກຈາກພື້ນທີ່.ຊາວບ້ານມີຄວາມກັງວົນວ່າ ພື້ນທີ່ໂຄງການດັ່ງກ່າວຈະໄດ້ຮັບການພັດທະນາໃຫ້ເປັນເຂດອຸດສາຫະກຳໂດຍບໍລິສັດອາມະຕະຂອງໄທ ເຊິ່ງຈະສົ່ງຜົນເສຍຕໍ່ສະພາບແວດລ້ອມໃນໄລຍະຍາວ.ໜຶ່ງຊາວບ້ານໃນເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເຊິ່ງທີ່ດິນຂອງຕົນນອນຢູ່ໃນພື້ນທີ່ສຳປະທານ ໄດ້ຢືນຢັນຕໍ່ສຳນັກຂ່າວວິທະຍຸເສລີອາຊີລາວ ໃນອາທິດແລ້ວນີ້ວ່າ ໂຄງການສຳປະທານດັ່ງກ່າວກວມເອົາພື້ນທີ່ບ້ານຫ້ວຍດຳ, ຫ້ວຍຫອມ, ນ້ຳແດງເໜືອ, ນ້ຳແດງໃຕ້ ແລະ ບ້ານອື່ນໆອີກສາມແຫ່ງ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-thailand-concession-10012019165645.html

ກຸ່ມການຄ້າຍີ່ປຸ່ນສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການການຄ້າຕ່າງປະເທດຍີ່ປຸ່ນ (JETRO) ວຽງຈັນຈະເຮັດວຽກຮ່ວມກັບບໍລິສັດພັດທະນາໃນສີ່ເຂດເສດຖະກິດພິເສດ (SEZs) ເພື່ອສົ່ງເສີມການລົງທຶນຂອງບໍລິສັດຍີ່ປຸ່ນ, ສົ່ງເສີມສາຍພົວພັນທາງການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດລາວ ຍີ່ປຸ່ນ.ບົດບັນທຶກການຮ່ວມມືໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້ ໂດຍທ່ານ ກັດຊູອິຈິ ອີວາກາມິ ຫົວໜ້າອົງການ JETRO ວຽງຈັນ, ແລະ ຜູ້ພັດທະນາໃນເຂດ.ເຂດເສດຖະກິດເປົ້າໝາຍສີ່ແຫ່ງມີຄື ເຂດເສດຖະກິດພິເສດ SME ປາກເຊ-ຍີ່ປຸ່ນ, ນິຄົມອຸດສາຫະກຳສະຫວັນ, ເຂດພັດທະນາໄຊເສດຖາ, ເຂດພັດທະນາອຸດສາຫະກຳ ແລະ ການຄ້າວຽງຈັນ (ນິຄົມອຸດສາຫະກຳ VITA).ອ່ານຕໍ່. ...

ໂຕະຂ່າວ
http://annx.asianews.network/content/japanese-trade-group-promotes-investment-lao-sezs-103547

ນາຍົກລົງຢ້ຽມຢາມແຂວງສະຫວັນນະເຂດ ແລະ ເຂດເສດຖະກິດພິເສດເພື່ອສົ່ງເສີມການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານໄດ້ເດີນທາງຢ້ຽມຢາມທ່າເຮືອບົກ ແລະ ນິຄົມອຸດສາຫະກຳແຂວງສະຫວັນນະເຂດໃນອາທິດແລ້ວນີ້ ເພື່ອຢ້ຽມຢາມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃນສະຖານອຸດສາຫະກຳດັ່ງກ່າວ.ທ່ານ ທອງລຸນໄດ້ເດີນທາງຢ້ຽມຊົມການປະຕິບັດງານຢູ່ທ່າເຮືອບົກແຂວງສະຫວັນນະເຂດ ແລະ ຫ້ອງພາສີຄົບວົງຈອນ ເພື່ອຢ້ຽມຢາມການປະຕິບັດງານຂອງເຈົ້າໜ້າທີ່ພາກສະໜາມ.ເຈົ້າໜ້າທີ່ໄດ້ລາຍງານກ່ຽວກັບແຜນທີ່ເສັ້ນທາງການຂົນສົ່ງສິນຄ້າໃນປະຈຸບັນຈາກຈີນເຖິງສິງກະໂປໂດຍຜ່ານທ່າເຮືອບົກ ຕໍ່ທ່ານນາຍົກລັດຖະມົນຕີ. ທ່າເຮືອບົກດັ່ງກ່າວໄດ້ເປີດດຳເນີນການຕິດຕຕໍ່ກັນມາເປັນເວລາສາມປີນັບແຕ່ປີ 2016.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-pm-visits-savannakhet-province-and-special-economic-zone-promote-investment-102228

ວຽກງານການກໍ່ສ້າງເຂດເສດຖະກິດພິເສດວັງເຕົ່າ-ໂພນທອງເປັນໄປຕາມແຜນການ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຮັບຜິດຊອບໂຄງການເຂດເສດຖະກິດພິເສດວັງເຕົ່າ-ໂພນທອງ ແຂວງຈຳປາສັກ ກ່າວວ່າການດຳເນີນໂຄງການແມ່ນເປັນໄປຕາມແຜນ ແລະ ຄາດວ່ານັກລົງທຶນພາຍໃນ ແລະ ຕ່າງະເທດຈະຕ້ອງການເຂົ້າມາລົງທຶນໃນເຂດດັ່ງກ່າວ.ພິທີວາງສິລາເລີກໂຄງການເພື່ອເລີ່ມຕົ້ນການກໍ່ສ້າງເຂດເສດຖະກິດພິເສດຢ່າງເປັນທາງການ ໄດ້ມີຂຶ້ນຫວ່າງໝໍ່ໆມານີ້ຢູ່ແຂວງຈຳປາສັກ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/work-vangtao-phonthong-economic-zone-track-100349

ເຂດເສດຖະກິດບໍ່ເຕັນເປີດຕົວປີທ່ອງທ່ຽວລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນ້ຳທາ ສົ່ງເສີມກິດຈະກຳປີທ່ອງທ່ຽວລາວ-ຈີນ 2019 ແລະ ກອງປະຊຸມການຮ່ວມມືຂ້າມຊາຍແດນພາຍໃນເຂດ.ກິດຈະກຳສົ່ງເສີມປີທ່ອງທ່ຽວລາວ-ຈີນ ໄດ້ຈັດຂຶ້ນໃນທົ່ວປະເທດ ແລະ ໄດ້ມີການເປີດຕົວຢ່າງເປັນທາງການໃນສອງປະເທດໃນເດືອນມັງກອນ.ກິດຈະກຳຢູ່ບໍ່ເຕັນແມ່ນມີເປົ້າໝາຍໃນການດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ, ທັງພາຍໃນເຂດກໍຄືແຂວງຫຼວງນ້ຳທາ ແລະ ແຂວງອ້ອມແອ້ມ.ອ່ານຕໍ່ ...

ສຸກສະໄໝ ບູລົມ
http://annx.asianews.network/content/boten-economic-zone-launches-visit-laos-china-year-98317

ຍອດເງິນໂອນໃນເຂດການຮ່ວມມືດ້ານເສດຖະກິດພິເສດຈີນ-ລາວ ທະລຸ 100 ລ້ານຢວນ

ຄຸນໝິງ, 2 ມິຖຸນາ (Xinhua) — ການໂອນເງິນລະຫວ່າງຊາຍແດນຈີນ ແລະ ລາວ ທະລຸ 100 ລ້ານຢວນ (14.5 ລ້ານໂດລາສະຫະລັດ) ໃນເຂດການຮ່ວມມືດ້ານເສດຖະກິດພິເສດມູຫານ-ບໍ່ເຕັນ  ຜ່ານອຸໂມງຖະໜົນພິເສດ.ເງິນໝູນວຽນໃນຂົງເຂດດັ່ງກ່າວແມ່ນມາຈາກບໍລິສັດຈີນທີ່ໄດ້ລິເລີ່ມການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໃນລາວ ເຊັ່ນ ທາງລົດໄຟ, ຖະໜົນ ແລະ ໂຮງໄຟຟ້າ, ຕາມການລາາຍງານຂອງທະນາຄານຟູດຽນ.ອ່ານຕໍ່ ...

mingmei

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

mS9Zh
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!