ການບິນລາວຈະເປີດຖ້ຽວບິນໄປເມືອງສາງຊາ

ຫຼວງພະບາງ, 18 ຕຸລາ 2018: ບໍລິສັດການບິນລາວຈະເປີດຖ້ຽວບິນ ເພື່ອດຶງດູດນັກທ່ອງທ່ຽວຈີນຈາກເມືອງສາງຊາ ເຂົ້າມາເມືອງມໍລະດົກໂລກຫຼວງພະບາງ. ຖ້ຽວບິນດັ່ງກ່າວ ເຊິ່ງຈະເລີ່ມໃນວັນທີ 31 ຕຸລານີ້, ເປັນຖ້ຽວບິນລາຍອາທິດ ມີແຜນການບິນທຸກໆວັນພຸດ ແຕ່ຍັງບໍ່ສາມາດຈອງຜ່ານທາງເວັບໄຊຂອງການບິນລາວເທື່ອ.ອ່ານຕໍ່ ...

ດອນ ຣອສ໌

ຄະນະກຳມະການຄວາມປອດໄພທາງອາກາດຫາລືເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການບິນພົນລະເຮືອນ

ຄະນະກຳມະການແຫ່ງຊາດເພື່ອສົ່ງເສີມຄວາມປອດໄພດ້ານການບິນພົນລະເຮືອນ ພົບປະກັນວານນີ້ເພື່ອຫາລືວິທີສ້າງຄວາມເຂັ້ມແຂງດ້ານຄວາມປອດໄພ ສຳລັບຜູ້ເດີນທາງທາງອາກາດແຫ່ງຊາດທັງພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເປີດອາຄານຜູ້ໂດຍສານໃໝ່ທີ່ສະໜາມບິນສາກົນວັດໄຕ

ການຂະຫຍາຍອາຄານຜູ້ໂດຍສານທີ່ສະໜາມບິນສາກົນວັດໄຕ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ປະຈຸບັນໄດ້ສຳເລັດການກໍ່ສ້າງແລ້ວ. ພິທີມອບຮັບອາຄານຜູ້ໂດຍສານໃໝ່ໄດ້ຈັດຂຶ້ນທີ່ສະໜາມບິກສາກົນວັດໄຕວານນີ້ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ສະໜາມບິນຊຳເໜືອສຳເລັດແລ້ວ 40 ເປີເຊັນ

ສະໜາມບິນໃໝ່ທີ່ກຳລັງກໍ່ສ້າງ ທີ່ເມືອງຊຳເໜືອ ແຂວງຫົວພັນ ປະຈຸບັນສ້າງສຳເລັດ 40 ເປີເຊັນ ເຊິ່ງຜູ້ຮັບເໝົາຈະເລັ່ງໃສ່ການກໍ່ສ້າງຕົວອາຄານຫຼັກ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບໍລິສັດຈີນສົນໃຈຍົກລະດັບສະໜາມບິນຢູ່ຊຽງຂວາງ

ການນຳແຂວງຊຽງຂວາງກ່າວໃນວັນພະຫັດຜ່ານມາວ່າ ບໍລິສັດສຳຫຼາດຂອງຈີນມີຄວາມສົນໃຈໃນການຍົກລະດັບສະໜາມບິນແຂວງຊຽງຂວາງ ເພື່ອຈຸດປະສົງສ້າງເປັນສູນກາງສຳລັບການບໍລິການຂົນສົ່ງທາງອາກາດ. ການພັດທະນາສະໜາມບິນແມ່ນປັດໃຈສຳຄັນໃນການໃຫ້ບໍລິການ ເພື່ອຮອງຮັບການຂະຫຍາຍຕົວຂອງອຸດສາຫະກຳການທ່ອງທ່ຽວ ຖ້າອົງການຢູແນັສໂກອະນຸມັດຂໍ້ສະເໜີຂອງລາວ ໃນການປະກາດໃຫ້ທົ່ງໃຫຫີນບູຮານເປັນພື້ນທີ່ມໍລະດົກໂລກ.ອ່ານຕໍ່ ...

ວຽງຈັນທາມສ໌

ຄາດໝາຍການຂະຫຍາຍຕົວຜັກດັນການຄົ້ນຄວ້າເສດຖະກິດສຳລັບສະໜາມບິນພູພຽງບໍລະເວນ

ບໍລິສັດຈີນກຳລັງດຳເນີນການສຶກສາຄວາມເປັນໄປໄດ້ ສຳລັບການພັດທະນາຕົວເມືອງໃໝ່ໃນເຂດພູພຽງບໍລະເວນ ພາກໃຕ້ຂອງລາວ ເພື່ອສະໜັບສະໜູນໂຄງການຂະໜາດຍັກ. ບໍລິສັດຈີນດັ່ງກ່າວມີຄວາມສົນໃຈໃນການກໍ່ສ້າງສະໜາມບິນສາກົນ, ຕົວເມືອງຍຸກໃໝ່, ສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ຄົ້ນຫາການສຳປະທານທີ່ດິນຂະໜາດໃຫຍ່ເພື່ອການປູກຝັງ ແລະ ລ້ຽງສັດ.ອ່ານຕໍ່ ...

ສົມສັກ ພົງຂາວ

ສະພາຫາລື, ຂະແໜງການບິນແຫ່ງຊາດຕ້ອງເພີ່ມຄວາມໂປ່ງໃສ

ສະມາຊິກສະພາແຫ່ງຊາດໄດ້ສະເໜີສະພາບການໃນຂົງເຂດວຽກງານທຸລະກິດການບິນແຫ່ງຊາດ ໃຫ້ເປີດກວ້າງຕໍ່ສະພາຜ່ານການປະຕິບັດກົດໝາຍວ່າດ້ວຍການບິນພົນລະເຮືອນ. ຄະນະກຳມະການແຫ່ງຊາດກ່ຽວກັບຄວາມປອດໄພດ້ານການບິນພົນລະເຮືອນ ແລະ ການຄຸ້ມຄອງຫຸ່ນຍົນບິນແມ່ນບັນຫາຫຼັກໃນການຫາລືດ້ານນິຕິບັນຍັດ ກ່ຽວກັບກົດໝາຍວ່າດ້ວຍການບິນພົນລະເຮືອນ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

yAyEw
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!