ລາວຮ່ວມມືກັບສະຫະລັດໃນການສົ່ງເສີມການລົງທຶນດ້ານເຮືອບິນ

(ຂປລ) ເຈົ້າໜ້າທີ່ລັດປະມານ 40 ຄົນ ຮ່ວມກັບເຈົ້າໜ້າທີ່ຈາກສະຫະລັດ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາວ່າດ້ວຍອະນຸສັນຍາ Cape Town ເພື່ອຫາລືກ່ຽວກັບມາດຕະການປະຕິບັດທີ່ດີທີ່ສຸດໃນການສົ່ງເສີມສະພາບແວດລ້ອມທຸລະກິດກ່ຽວກັບການຊື້ ແລະ ການລົງທຶນດ້ານເຮືອບິນໃນ ສປປ ລາວ.ກອງປະຊຸມສຳມະນາດັ່ງກ່າວແມ່ນຈັດໂດຍສະຖານທູດສະຫະລັດ ຮ່ວມກັບກົມການບິນພົນລະເຮືອນຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ພາຍໃຕ້ການສະໜັບສະໜູນຂອງບໍລິສັດ Boeing ແລະ GE ທີ່ນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2019.ອ່ານຕໍ່  ...

ຂປລ

ແອເອເຊຍເຊື່ອມຕໍ່ລາວກັບ 130 ຈຸດໝາຍປາຍທາງ

ວຽງຈັນ (ວຽງຈັນທາມສ໌/ANN) – ແອເອເຊຍ AirAsia ສາຍການບິນລາຄາປະຢັດທີ່ດີທີ່ສຸດລະດັບໂລກມາເປັນເວລາ 10 ປີພາຍໃຕ້ການບໍລິຫານຂອງ Skytrax, ສືບຕໍ່ເປີດໂຕຖ້ຽວບິນໂດຍກົງຫາປະເທດລາວ ແລະ ປະຈຸບັນສາມາດສ້າງເສັ້ນທາງເຊື່ອມຕໍ່ລາວກັບ 130 ຈຸດໝາຍປາຍທາງໃນເຄືອຂ່າຍພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີ.ປະຈຸບັນ ແອເອເຊຍໃຫ້ບໍລິການຖ້ຽວບິນໃນສອງເມືອງຂອງລາວຄື ວຽງຈັນ ແລະ ຫຼວງພະບາງ, ເຊິ່ງມີເສັ້ນທາງບິນໂດຍກົງຈາກວຽງຈັນ-ບາງກອກ (ດອນເມືອງ), ວຽງຈັນ-ກົວລາລຳເປີ, ມາເລເຊຍ ແລະ ຫຼວງພະບາງ-ບາງກອກ.ອ່ານຕໍ່ ...

ໂຕະຂ່າວ

ສາຍການບິນສະຄູດ ຈະເປີດບໍລິການຖ້ຽວບິນຈາກເອເທນຫາລາວຜ່ານສິງກະໂປ

ສະຄູດ, ສາຍການບິນລາຄາຖືກຂອງກຸ່ມສາຍການບິນສິງກະໂປແອລາຍ (SIA) ຈະເລີ່ມໃຫ້ບໍລິການຖ້ຽວບີນຈາກເອເທນຫາລາວ (ວຽງຈັນ ແລະ ຫຼວວງພະບາງ) ຜ່ານສິງກະໂປພາຍໃນເດືອນເມສານີ້.ຕາມການຖະແຫຼງຂ່າວ, ສາຍການບິນດັ່ງກ່າວໄດ້ເລີ່ມຂາຍປີ້ຍົນຈາກເອເທນເຖິງລາວໃນລາຄາຫຼຸດພິເສດ ເພື່ອເປັນການສະຫຼອງການເປີດເສັ້ນທາງການບິນໃໝ່ຫາວຽງຈັນ ແລະ ຫຼວງພະບາງ.ອ່ານຕໍ່ ...

GTP editing team

ລາວຕ້ອງການຖ້ຽວບິນໂດຍກົງຈາກຈີນຫາຈຳປາສັກ, ຕາມຄຳເຫັນຂອງເຈົ້າໜ້າທີ່

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຕ້ອງສ້າງຖ້ຽວບິນໂດຍກົງລະຫວ່າງຈີນ ແລະ ລາວໃຫ້ຫຼາຍຂຶ້ນ ເພື່ອບັນລຸເປົ້າໝາຍການດຶງດູດນັກທ່ອງທ່ຽວຂອງລັດຖະບານໃຫ້ໄດ້ ຫຼາຍກວ່າ 1 ລ້ານຄົນຈາກຈີນ ແລະ 4.5 ລ້ານຄົນຈາກທົ່ວໂລກ ໃນປີທ່ອງທ່ຽວລາວ-ຈີນ 2019 ຕາມຄຳເຫັນຂອງເຈົ້າໜ້າທີ່ການນຳແຂວງຈຳປາສັກ.ອ່ານຕໍ່ ...

ໂຕະຂ່າວ

ການບິນລາວຄາດຍອດຈອງປີ້ຍົນຂອງຊາວຈີນຈະເພີ່ມຂຶ້ນ

ພະນັກງານການບິນລາວເຊື່ອວ່າຈຳນວນລູກຄ້າຊາວຈີນຈະເພີ່ມຂຶ້ນເປັນ 241,500 ຄົນໃນປີນີ້.ຕົວເລກດັ່ງກ່າວແມ່ນເພີ່ມຂຶ້ນປະມານ 42% ທຽບກັບປີຜ່ານມາ ເຊິ່ງມີຍອດຈອງຖ້ຽວບິນຂອງປະຊາຊົນຈີນລວມ 170,500 ຖ້ຽວ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ການບິນລາວເປີດຖ້ຽວບິນໄປຊຽງໄຮ

ບໍລິສັດການບິນລາວ ຜູ້ປະກອບການການບິນແຫ່ງຊາດ ໄດ້ເລີ່ມເປີດຖ້ຽວບິນລາຍອາທິດໄປນະຄອນຊຽງໄຮ ເພື່ອຮອງຮັບກະແສນັກທ່ອງທ່ຽວຈາກຈີນ ແລະ ລູກຄ້າອື່ນໆ ໃນລະຫວ່າງປີທ່ອງທ່ຽວລາວ-ຈີນ 2019.ການເລີ່ມໃຫ້ບໍລິການດັ່ງກ່າວແມ່ນເນືື່ອງໃນໂອກາດການເປີດປີທ່ອງທ່ຽວລາວ-ຈີນທີ່ວຽງຈັນ.ຖ້ຽວບິນດັ່ງກ່າວຈະໃຊ້ເວລາເດີນທາງປະມານ ສາມຊົ່ວໂມງເຄິ່ງ ແລະ ຈະເປັນທາງເລືອກທີ່ດີທີ່ສຸດສຳລັບລູກຄ້າທີ່ຕ້ອງການຫຼີກລ່ຽງການລໍຖ້າຢູ່ສະໜາມບິກສາກົນຕ່າງໆ.ອ່ານຕໍ່ ...

ວຽງຈັນທາມສ໌

ການບິນລາວຖະແຫຼງ ການບູລະນະທາງເດີນເຮົືອບິນເຮັດໃຫ້ຕ້ອງງົດໃຊ້ສະໜາມບິນອຸດົມໄຊໃນເດືອນກຸມພາ

ຜູ້ເດີນທາງທາງຍົນຫວ່າງແຂວງອຸດົມໄຊ ແລະ ນະຄອນຫຼວງວຽງຈັນ ຄາດວ່າຈະຍັງຄົງສືບຕໍ່ລະຄອຍສຳລັບເດືອນກຸມພາ ເນື່ອງຈາກທາງເດີນເຮືອບິນເມືອງໄຊຕ້ອງການການຍົກລະດັບ.ການບິນລາວແຈ້ງການເຖິງລູກຄ້າກ່ຽວກັບການງົດຖ້ຽວບິນໄປອຸດົມໄຊໃນເດືອນກຸມພາ 2019 ເນື່ອງຈາກທາງເດືອນເຮືອບິນຂອງສະໜາມບິນແຂວງຍັງຄົງຢູ່ໃນໄລຍະການບູລະນະ ແລະ ສ້ອມແປງ.ອ່ານຕໍ່ ...

The Laotian Times

ຖ້ຽວບິນວຽງຈັນ-ຊຽງໄຮ ຜ່ານສາຍການບິນລາວ ລາຄາ $US 199 ໂດລາບວກອາກອນ

ປີໃໝ່ກຸດຈີນກຳລັງຈະມາເຖິງ, ແລະ ດ້ວຍເຫດເພື່ອການສະເຫຼີມສະຫຼອງຖ້ຽວບິນລະຫວ່າງເມືອງເອກດ້ານເສດຖະກິດຊຽງໄຮ ແລະ ນະຄອນຫຼວງວຽງຈັນຂອງລາວ. ຖ້ຽວບິນ ວຽງຈັນ-ຊຽງໄຮ ຈະໃຫ້ບໍລິການໃນລາຄາພິເສດ $US199 + ອາກອນ ເພື່ອສົ່ງເສີມການທ່ອງທ່ຽວຜ່ານສະໜາມບິນສາກົນວັດໄຕ ໄປກັບສາຍການບິນລາວ ເຊິ່ງມີການກະກຽມຖ້ຽວບິນ 4 ຄັ້ງຕໍ່ອາທິດ ນັບແຕ່ວັນທີ 28 ມັງກອນນີ້ເປັນຕົ້ນໄປ.ອ່ານຕໍ່ ...

The Laotian Times

ສະຄູດຈະເປີດຕົວຖ້ຽວບິນສາຍກົງ ສິງກະໂປ-ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຄູດ ສາຍການບິນລາຄາຍ່ອມເຍົາຂອງສິງກະໂປແອລາຍ ຈະພ້ອມໃຫ້ບໍລິການຖ້ຽວບິນ ສິງກະໂປ-ລາວ ໃນເດືອນເມສາປີນີ້ ໃນລາຄາປີ້ຍົນເລີ່ມຕົ້ນ US$88 ໂດລາ ຕາມການເປີດເຜີຍໃນວານນີ້.ສະຄູດຈະໃຫ້ບໍລິການບິນຮັບສົ່ງຈາກສິງກະໂປ ຫາວຽງຈັນ ຫາຫຼວງພະບາງ. ເຊິ່ງຖ້ຽວບິນຈະເລີ່ມຈາກສິງກະໂປ ໄປຫາຫຼວງພະບາງ ຕາມດ້ວຍວຽງຈັນ ກ່ອນທີ່ຈະບິນກັບໄປສິງກະໂປ ຕາມຂໍ້ມູນຈາກ Straits Times ໜັງສືພິມຊັ້ນນຳຂອງສິງກະໂປ.ອ່ານຕໍ່ ...

ໂຕະຂ່າວ

ຄວາມຄືບໜ້າການຂະຫຍາຍສະໜາມບິນຫ້ວຍຊາຍ

ທາງສຳລັບຂຶ້ນລົງເຮືອບິນທີ່ສະໜາມບິນຫ້ວຍຊາຍ ແຂວງບໍ່ແກ້ວ ພວມໄດ້ຮັບການຂະຫຍາຍປັບປຸງ ເພື່ອຮອງຮັບຄວາມຕ້ອງການໃນການຂົນສົ່ງທີ່ເພີ່ມສູງຂຶ້ນ ແລະ ກຽມພ້ອມສຳລັບການຂະຫຍາຍການລົງທຶນ ແລະ ການທ່ອງທ່ຽວ.ປະຈຸບັນໂຄງການດັ່ງກ່າວຫາກໍ່ດຳເນີນໄດ້ 7%, ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2020 ຕົກເປັນມູນຄ່າລວມທັງໝົດ 149 ຕື້ກີບ ພາຍໃຕ້ການລົງທຶນຂອງລັດຖະບານ.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

t6pMK
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!