ສະໜາມບິນສາກົນວັດໄຕ ປະກາດເປັນເຂດປອດຄວັນຢາສູບ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ທີ່ມັກສູບຢາຈະບໍ່ໄດ້ຮັບອະນຸຍາດໃຫ້ສູບຢາໃນສະໜາມບິນສາກົນວັດໄຕ ຫຼັງຈາກທີ່ມີການປະກາດໃຫ້ເປັນເຂດປອດຄວັນຢາສູບໃນວັນສຸກທີ່ຜ່ານມາ.ທ່ານ ຮສຈ ດຣ ພູທອງ ເມືອງພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່ານີ້ແມ່ນສະໜາມບິນແຫ່ງທຳອິດຂອງປະເທດລາວທີ່ມີການສັ່ງຫ້າມສູບຢາ.ອ່ານຕໍ່ ...

ໂຕະຂ່າວ

ການບິນລາວເປີດຖ້ຽວບີນໄປນະຄອນພະນົມເປັນຄືນ

ວຽງຈັນ, 29 ພຶດສະພາ 2019: ການບິນລາວຢືນຢັນວ່າ ຈະກັບມາໃຫ້ບໍລິການຖ້ຽວບິນໂດຍກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນພະນົມເປັນຂອງກຳປູເຈຍ.ສາຍການບິນລາວຈະໃຫ້ບໍລິການຖ້ຽວບິນລາຍວັນໃນການເດີນທາງລະຫວ່າງສອງນະຄອນ ເຊິ່ງຄາດວ່າຈະເລີ່ມຕົ້ນໃນແຜນການບິນລະດູແລ້ງໃນເດືອນຕຸລານີ້.ປະຈຸບັນ ສາຍການບິນລາວໄດ້ໃຫ້ບໍລິການຖ້ຽວບິນລາຍວັນໄປພະນົມເປັນ ແຕ່ວ່າສາຍການບິນຫວຽດນາມເປັນຜູ້ດຳເນີນຖ້ຽວບິນພາຍໃຕ້ຂໍ້ຕົກລົງຮ່ວມລະຫັດ ໃນອັດຕາຄ່າບໍລິການໄປກັບ USD 245 ໂດລາຕໍ່ຄົນ.ອ່ານຕໍ່ ...

ທີມ TTR WEEKLY

ລາວມີແຜນຂະຫຍາຍສາໜາມບິນສາກົນວັດໄຕ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານມີແຜນໃນການຂະຫຍາຍສະໜາມບິນສາກົນວັດໄຕ ເພື່ອຕອບສະໜອງຄວາມຕ້ອງການໃນການຂົນສົ່ງຜູ້ໂດຍສານທີ່ເພີ່ມສູງຂຶ້ນ, ຕາມເຈົ້າໜ້າທີ່ການນຳລັດຖະບານ.ສະໜາມບິນດັ່ງກ່າວສາມາດຮອງຮັບຜູ້ໂດຍສາານປະມານ 1.8 ລ້ານຄົນຕໍ່ປີ, ເຊິ່ງຄາດວ່າຈະເກີນ 1.5 ລ້ານຄົນໃນປີ 2020, ທ່ານ (ປອ) ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງກ່າວຕໍ່ໜັງສືພິມວຽງຈັນທາມສ໌ຫວ່າງໝໍ່ໆມານີ້. ຖ້າການຂະຫຍາຍອາຄານຜູ້ໂດຍສານ 2 ດຳເນີນຕາມແຜນ, ສະໜາມບິນດັ່ງກ່າວຈະສາມາດຮອງຮັບຜູ້ໂດຍສານໄດ້ 3 ລ້ານຄົນຕໍ່ປີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສະໜາມບິນແຂວງຫົວພັນສ້າງສຳເລັດເກີນ 50%

ຜູ້ຮັບເໝົາພວມເລັ່ງມືການກໍ່ສ້າງສະໜາມບິນໜອງຄັງໃໝ່ ເມືອງຊຳເໜືອ ແຂວງຫົວພັນ ເພື່ອໃຫ້ສຳໂຄງການພາຍໃນທ້າຍປີນີ້.ເຈົ້າໜ້າທີ່ຮັບຜິບຊອບໄດ້ລາຍງານຜ່ານໜັງສືພີມວຽງຈັນທາມສ໌ວ່າ “ຜູ້ຮັບເໝົາໂຄງການກຳລັງທຳການຍົກລະດັບໜ້າດິນ ແລະ ເທພື້ນທາງເດີນເຮືອບິນ. ນອນນີ້ ພວກເຮົາຍັງຈະສ້າງຮົ້ວອ້ອມຮອບສະໜາມບິນ ແລະ ອາຄານຜູ້ໂດຍສານ.”ອ່ານຕໍ່ ...

ພົມພົງ ເຫຼົາອິນ

ປະເທດສະມາຊິກອາຊຽນສົ່ງເສີມການຮ່ວມມືໃນການປົກປ້ອງຜູ້ໂດຍສານການບິນ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ແທນກວ່າ 30 ຄົນຈາກເກົ້າປະເທດສະມາຊິກອາຊຽນ, ສະຫະພາບເອີຣົບ, ອົງການຄວາມປອດໄພທາງການບິນເອີຣົບ (EASA) ແລະ ຊ່ຽວຊານການຂົນສົ່ງທາງອາກາດພົບປະທີ່ວຽງຈັນຫວ່າງໝໍ່ໆມານີ້ ເພື່ອຫາລືບັນຫາຫ່ຽວກັບການປົກປ້ອງຜູ້ໂດຍສານ, ທົບທວນການປະຕິບັດການຂົນສົ່ງທາງອາກາດ ແລະ ຄົ້ນຄວ້າຊ່ອງທາງໃນການແກ້ໄຂບັນຫາ.ກອງປະຊຸມພາຍໃຕ້ຫົວຂໍ້ ການປົກປ້ອງຜູ້ໂດຍສານຂອງປະເທດສະມາຊິກອາຊຽນ (AMS) ໄດ້ຈັນຂຶ້ນລະຫວ່າງວັນທີ 2-4 ເມສາ ພາຍໃຕ້ການເຂົ້າຮ່ວມຂອງຊ່ຽວຊານອີຢູ. ເຊິ່ງໄດ້ຮັບການສະໜັບສະໜູນຈາກໂຄງການ ARISE Plus ຂອງສະຫະພາບເອີຣົບ.ອ່ານຕໍ່ ...

ໂຕະຂ່າວ

ສາຍການບິນສະຄູດເປີດຕົວຖ້ຽວບິນລາວ-ສິງກະໂປຢ່າງເປັນທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຄູດ, ສາຍການບິນລາຄາຖືກຂອງສິງກະໂປ, ໄດ້ເປີດຕົວຖ້ຽວບິນປະຖົມມະເລີກຈາກລາວໄປສິງກະໂປ ໃນວັນຈັນຜ່ານມາ, ເຊິ່ງເປັນການເລີ່ມການເປີດຖ້ຽວບິນ ສາມຄັ້ງຕໍ່ອາທິດຈາກຫຼວງພະບາງ ແລະ ວຽງຈັນໄປປະເທດສິງກະໂປ.ຖ້ຽວບິນດັ່ງກ່າວຈະບິນຈາກສິງກະໂປມາລາວ ເຊິ່ງເລີ່ມອອກເດີ່ນ 9 ໂມງເຊົ້າຂອງທຸກໆວັນຈັນ, ພະຫັດ ແລະ ເສົາ, ມາເຖິງຫຼວງພະບາງໃນເວລາ 11.10 ໂມງຕອນເຊົ້າ ແລະ ເດີນທາງຕໍ່ມາເຖິງວຽງຈັນໃນເວລາ 1 ໂມງແລງ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດລາວສະກາຍເວທຸ້ມທຶນ US$4.5 ລ້ານໂດລາເພື່ອຍົກລະດັບອາຄານສະໜາມບິນຫຼວງພະບາງ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວສະກາຍເວຈະລົງທຶນ US$4.5 ລ້ານໂດລາ ເພື່ອຍົກລະດັບການຄານການບິນເກົ່າຂອງສະໜາມບິນສາສາກົນຫຼວງພະບາງ.ໂຄງການດັ່ງກ່າວຈະເປັນການຮ່ວມລົງທຶນລະຫວ່າງລາວສະກາຍເວ ແລະ ບໍລິສັດການບິນແອໂຣດາຍລາວ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ປອດໄພໄວ້ກ່ອນ: ຖ້ຽວບິນໄປຊຽງໄຮຂອງການບິນລາວ ຕ້ອງທະຍານກັບສູ່ສະໜາມບິນວັດໄຕວຽງຈັນ ເພື່ອກວດກາລະບົບເບຣກ

ການບິນລາວໄດ້ມີການກວດກາລະບົບກົນຈັກ ຫຼັງຈາກທີ່ພົບວ່າມີໄຟສັນຍານແຈ້ງເຕືອນກ່ຽວກັບລະບົບເບຣກ ໃນຖ້ຽວບິນຈາກວຽງຈັນໄປນະຄອນຊຽງໄຮ ເຮັດໃຫ້ຕ້ອງບິນກັບສູ່ສະໜາມບິນສາກົນວັດໄຕ ນະຄອນວຽງຈັນ.ເຮືອບິນລຳດັ່ງກ່າວຕ້ອງໄດ້ບິນຢູ່ເໜືອອ່າງເຂື່ອງນ້ຳງື່ມຫຼາຍຮອບເພື່ອຈູດທຳລາຍເຊື້ອເພີງ ກ່ອນທີ່ຈະລົງຈອດທີ່ສະໜາມບິນວັດໄຕໄດ້ຢ່າງປອດໄພ ຕາມການລາຍງານຂອງເວັບໄຊການບິນ Aerolaos.ອ່ານຕໍ່ ...

The Laotian Times

ລາວຮ່ວມມືສະໜັບສະໜູນອະນຸສັນຍາການລົງທຶນດ້ານເຮືອບິນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ຮ່ວມງານກັບຄູ່ຮ່ວມພັດທະນາ, ສະຖານທູດສະຫະລັດປະຈຳລາວ, ໃນການຫາລືວິທີການທີ່ດີທີ່ສຸດໃນການເສີມສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ກ່ຽວຂ້ອງກັບການຊື້້ ແລະ ການລົງທຶນດ້ານເຮືອບິນ ພາຍໃຕ້ອະນຸສັນຍາ Cape Town.ອະນຸສັນຍາ Cape Town ແມ່ນສົນທິສັນຍາສາກົນວ່າດ້ວຍການສ້າງມາດຕະຖານກ່ຽວກັບຊັບສົມບັດເຄື່ອນທີ່.ອ່ານຕໍ່ ...

ໂຕະຂ່າວ

ການບິນລາວຍັງຄົງຮັກສາລະດັບມາດຕະຖານຄວາມປອດໄພສາກົນ

ພິທີເຊັນສັນຍາໄດ້ມີຂຶ້ນໃນມື້ວານນີ້ ທີ່ສຳນັກງານໃຫຍ່ບໍລິສັດການບິນລາວ ວັດໄຕ ລະຫວ່າງທ່ານ ບຸນມາ ຈັນທະວົງສາ ປະທານລັດວິສາຫະກິດການບິນລາວ ແລະ ທ່ານກັບຕັນ ຣິສເຊີວານ ຣາຊິດ ປະທານບໍລິສັດ Avia Nautics.ບໍລິສັດຂອງກັບຕັນຣາຊິດ ຈະທຳໜ້າທີ່ເປັນທີ່ປຶກສາໃຫ້ແກ່ການບິນລາວ ເພື່ອສືບຕໍ່ໂຄງການເສີມຂະຫຍາຍການກວດສອບຄວາມປອດໄພໃນການປະຕິບັດການ IATA (E-IOSA), ເຊິ່ງເປັນລະບົບການປະເມີນຜົນສຳລັບການບໍລິຫານ ແລະ ຄວບຄຸມການປະຕິບັດການຂອງສາຍການບິນ ທີ່ເປັນທີ່ຮັບຮູ້ ແລະ ຍອມຮັບໃນສາກົນ.ການບິນລາວຍັງຄົງສາມາດຮັກສາມາດຕະຖານຄວາມປອດໄພທາງອາກາດໄດ້ເປັນຢ່າງດີ,​ ເຊິ່ງຮັບປະກັນຄວາມປອດໄພຂອງເຮືອບິນແຕ່ລະລຳໃນລະດັບສູງສຸດ ແລະ ຄວາມປອດໄພສຳລັບຜູ້ໂດຍສານ. ການບິນລາວໄດ້ຮັບໃບຢັ້ງຢືນມາດຕະຖານຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໂລກຈາກສະມາຄົມການຂົນສົ່ງທາງອາກາດສາກົນ IATA ໃນທຸກປີ ນັບແຕ່ປີ 2015 ເປັນຕົ້ນມາ.ອ່ານຕໍ່ ...

The Laotian Times

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ujrbB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!