Manufacturing

ການທ່ອງທ່ຽວ

ບັນນາທິການກ່າວ ການເອົາໃຈໃສ່ຂອງທ້ອງຖິ່ນເປັນການດຶງດູດນັກທ່ອງທ່ຽວຈາກຈີນ

ອີງຕາມຫົວໜ້າສື່ມວນຊົນຈີນ, ປະເທດພາກພື້ນແມ່ຂອງ-ລ້ານຊ້າງອື່ນ ຈະສາມາດດຶງດູດນັກທ່ອງທ່ຽວຈາກຈີນຫຼາຍຂຶ້ນ ຖ້າພາກພື້ນມີການຈັດອາຫານທ້ອງຖິ່ນອັນແຊບຊ້ອຍ.ອ່ານຕໍ່ ...

ວຽງຈັນທາມສ໌

ສື່ມວນຊົນຍົກສູງການຮ່ວມມື ແລະ ຍົກລະດັບການທ່ອງທ່ຽວ

ອົງການຈັດຕັ້ງສື່ມວນຊົນຈາກຫົກປະເທດໃນພາກພື້ນແມ່ຂອງ-ລ້ານຊ້າງ ໄດ້ລົງນາມຂໍ້ຕົກລົງການຮ່ວມມື ເພື່ອສົ່ງເສີມຜົນປະໂຫຍດຈາກການຮ່ວມມືສື່ມວນຊົນ, ທັງເພີ່ມທະວີການສົ່ງເສີມການທ່ອງທ່ຽວໃນພາກພື້ນ ແລະ ການພັດທະນາສື່ໃໝ່ໆ. ກອງປະຊຸມສຸດຍອດການຮ່ວມມືສື່ມວນຊົນແມ່ຂອງລ້ານຊ້າງ 2018 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ວຽງຈັນ ພາຍໃຕ້ຫົວຂໍ້ “ການຮ່ວມມືພາຍໃນຊຸມຊົນແມ່ຂອງ-ລ້ານຊ້າງ ເພື່ອອະນາຄົດອັນສົດໃສ”ອ່ານຕໍ່ ...

ວຽງຈັນທາມສ໌

ຫຼວງພະບາງມີມົນສະເໜ່ດຶງດູດການທ່ອງທ່ຽວອັນດັບສອງ

ການທ່ຽວຊົມໝູ່ບ້ານຕ່ຳແຜ່ນ ແລະ ຖ້ຳຕ່າງໆ, ຊື່ນຊົມທຳມະຊາດ, ຢ້ຽມຢາມເຮືອນບູຮານ ແລະ ຊົມທິວທັດຈາກຈອມພູຜາແດງ ແມ່ນບາງສ່ວນຂອງກິດຈະກຳທີ່ໜ້າສົນໃຈໃຫ້ເລືອກຊົມ ສຳລັບນັກທ່ອງທ່ຽວໃນການມາທ່ຽວເມືອງນ້ຳບາກ ແລະ ເມືອງງອຍ, ແຂວງຫຼວງພະບາງ.ອ່ານຕໍ່ ...

ວຽງຈັນທາມສ໌

ປີ 2021 ມີແຜນສ້າງສວນວັດທະນະທຳແຂວງຫຼວງນ້ຳທາ

ອຳນາດການປົກຄອງແຂວງຫຼວງນ້ຳທາເປີດໄຟຂຽວ ໃຫ້ບໍລິສັດເອກະຊົນທ້ອງຖິ່ນທຳການພັດທະນາສວນວັດທະນະທຳ ໃນພຶ້ນທີ່ 30 ເຮັກຕາ ຢູ່ບ້ານແປ ເມືອງຫຼວງນ້ຳທາ ເຊິ່ງຄາດວ່າຈຳສະເລັດໃນປີ 2021. ທ່ານ ສົມສະຫວາດ ນາມິນທາ ຫົວໜ້າຂະແໜງການທ່ອງທ່ຽວແຂວງຫຼວງນ້ຳທາ ໄດ້ຖະແຫຼງຜ່ານສຳນັກຂ່າວວຽງຈັນທາມສ໌ໃນວານນີ້ວ່າ ໂຄງການດັ່ງກ່າວ ມີມູນຄ່າ 129.2 ຕື້ກີບ (15.3 ລ້ານໂດລາສະຫະລັດ) ລົງທຶນໂດຍເອກະຊົນທ້ອງຖິ່ນ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວພິຈາລະນາການບໍລິການ ອີວີຊາ

ນະຄອນພະນົມ, 28 ມິຖຸນາ 2018: ສປປ ລາວກຳລັງພິຈາລະນາຂໍ້ສະເໜີໃນການນຳໃຊ້ວິຊາອິເລັກໂທຣນິກ ພາຍໃນທ້າຍປີນີ້ ຫຼືຕົ້ນປີ 2019, ອີງຕາມການລາຍງານຂອງພະນັກງານທ່ອງທ່ຽວໃນກອງປະຊຸມການທ່ອງທ່ຽວແມ່ຂອງ.ອ່ານຕໍ່ ...

ດອນ ຣອສສ໌

ກອງປະຊຸມສຸດຍອດການຮ່ວມມືແມ່ຂອງ-ລ້ານຊ້າງເນັ້ນໜັກການລາຍງານການທ່ອງທ່ຽວຂອງສື່ມວນຊົນ

ພະນັກງານສື່ມວນຊົນຂ່າວສານພາກພື້ນຈະໄດ້ຮັບຜົນປະໂຫຍດຈາກກອງປະຊຸມສົນທະນາໄລຍະສາມວັນ ຮ່ວມກັບຄູ່ຮ່ວມງານອະນຸພາກພື້ນແມ່ນ້ຳຂອງໃນນະຄອນຫຼວງ ກ່ຽວກັບຫົວຂໍ້ຕ່າງໆເຊິ່ງລວມມີສື່ໃໝ່ໆ ແລະ ວິທີທີ່ດີທີ່ສຸດໃນການລາຍງານຂ່າວ ແລະ ການສົ່ງງເສີມອຸດສາຫະກຳການທ່ອງທ່ຽວຂອງພາກພື້ນ.ອ່ານຕໍ່ ...

ວຽງຈັນທາມສ໌

ໂຄງການຣີສອດລາວຄົບວົງຈອນ ຫຼັກ 62 ຈະປ່ຽນໃບໜ້າໃໝ່ໃຫ້ແກ່ແຫຼ່ງທ່ອງທ່ຽວໃນລາວ

ພາຍຫຼັງທີ່ ບໍລິສັດທີ່ປຶກສາໄຂ່ມຸກຕາເວັນອອກ ຈຳກັດ ໄດ້ບັນລຸຂໍ້ຕົກລົງກັບລັດຖະບານລາວໃນການເຂົ້າໄປສຶກສາຄວາມເປັນໄປໄດ້ໃນການສ້າງຣີສອດລາວແບບຄົບວົງຈອນ ໃນມູນຄ່າ 3 ຕື້ໂດລາສະຫະລັດ, ໂດຍລັດຖະບານລາວຖືຮຸ້ນ 20% ເຊິ່ງເປົ້າໝາຍນອກຈາກການໃຫ້ຄວາມບັນເທີງແລ້ວ ສິ່ງສຳຄັນກໍ່ຄືຕ້ອງການພັດທະນາໃຫ້ສາມາດແຂ່ງຂັນກັບຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວຕື່ມອີກ.ອ່ານຕໍ່  ...

ລາວອີໂຄໂນມິກເດລີ

ພະນັກງານການທ່ອງທ່ຽວ ແລະ ຜູ້ປະກອບການທ່ອງທ່ຽວສຳເລັດການຝຶກອົບຮົມຢູ່ຈີນ

ພະນັກງານການທ່ອງທ່ຽວ ແລະ ຜູ້ປະກອບການທ່ອງທ່ຽວຈຳນວນ 30 ຄົນທີ່ໄດ້ສຳເລັດການຝຶກອົບຮົມຢູ່ຈີນໃນອາທິດທີ່ຜ່ານມາ ແມ່ນສ່ວນໜຶ່ງຂອງມາດຕະການເພື່ອຍົກລະດັບ ແລະ ພັດທະນາຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວ.ອ່ານຕໍ່ ...

ວຽງຈັນທາມສ໌

ການທ່ອງທ່ຽວຢ້ຽມຢາມຂອງນັກຂ່າວອາຊຽນ ແລະ ຈີນສິ້ນສຸດລົງຢູ່ລາວ

ໂຄງການຢ້ຽມຢາມການເຮັດວຽກເພື່ອສົ່ງເສີມການທ່ອງທ່ຽວຂອງລາວ ແລະ ໄທ ໄດ້ສິ້ນສຸດລົງ ຫຼັງຈາກທີ່ນັກຂ່າວຈາກບັນດາປະເທດອາຊຽນ ແລະຈີນໄດ້ໃຊ້ເວລາ 10ວັນ ເພື່ອທ່ຽວຊົມສະເໜ່ ແລະ ຄວາມງາມຂອງສອງປະເທດ.ອ່ານຕໍ່ ...

ວຽງຈັນທາມສ໌

ການດຳເນີນການປັບປຸງສວນພຸດວຽງຈັນ 

ສວນພຸດນະຄອນຫຼວງວຽງຈັນ (ວັດຊຽງຄວັນ) ໄດ້ຮັບການສ້ອມແປງຄືນໃໝ່ ເພື່ອປັບປຸງໂສມໜ້າໃໝ່.ນັກທ່ອງທ່ຽວສາມາດຍ່າງທ່ຽວຊົມສວນດັ່ງກ່າວ ຕາມທາງຍ່າງລາດຊີມັງທີ່ສະອາດ ເພື່ອຊົມທິວທັດຂອງສວນປະຕິມາກຳຮູບປັ້ນທາງສາສະໜາທີ່ໜ້າຕື່ນຕາຕື່ນໃຈ ກວ່າ 200 ຮູບ. ນັກທ່ອງທ່ຽວຍັງສາມາດເພີດເພີນກັບເດີ່ນຫຍ້າ ແລະ ສວນທີ່ໄດ້ຮັບການປັບປຸງ ເພື່ອເພີ່ມທັດສະນີຍະພາບໃນການທ່ອງທ່ຽວ. ໃນໃວໆນີ້ ຈະມີການປັບປຸງລານຈອດລົດເພີ່ມເຕີມ.ອ່ານຕໍ່ ...

ເດິລາວທຽນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zjLsz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!