ລັດຖະບານ

ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດໄດ້ໄຂຂື້ນໃຫ້ມີການໂຕ້ວາທີກ່ຽວກັບວາລະແຫ່ງຊາດ

ກອງປະຊຸມສະໄໝວິສາມັນເທື່ອທຳອິດຂອງສະພາແຫ່ງຊາດ ຊຸດທີ 9 ໄດ້ເລິ່ມຂຶ້ນໃນວັນພະຫັດ ເພື່ອປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ເສດຖະກິດ; ສະກັດກັ້ນບັນຫາຢາເສບຕິດ. ທ່ານນາຍົກລັດຖະມົນຕີໄດ້ໃຫ້ ຄຳໝັ້ນສັນຍາວ່າລັດຖະບານຈະຕ້ອງຕັດສິນໃຈ, ມີຄວາມໂປ່ງໃສ ແລະ ເປັນມືອາຊີບໃນການຈັດຕັ້ງປະຕິບັດວາລະ ແລະ ແກ້ໄຂບັນຫາດັ່ງກ່າວ.ອ່ານຕໍ່ທີ່ນີ້   ...

ສຸກສາຄອນ ແວ່ນແກ້ວ

ປະຊາກອນຫຼາຍກ່ວາ 84,000 ຄົນກຳລັງເຂົ້າສູ່ພາວະຄວາມທຸກຍາກຈາກຜົນກະທົບຂອງພະຍາດລະບາດ

ສະຖິຕິໄດ້ຊີ້ໃຫ້ເຫັນວ່າປະຊາກອນຈຳນວນ 84,418 ຄົນວ່າງງານ ແລະ ປະສົບຄວາມຫຍຸ້ງຍາກຫຼາຍຢ່າງທາງການເງິນທົ່ວປະເທດ ເນື່ອງຈາກຜົນກະທົບຂອງໂຄວິດ-19 ລວມທັງຜູ້ທີ່ອອກຈາກວຽກຢູ່ປະເທດອື່ນນຳເຊັ່ນກັນ. ຕົວເລກດັ່ງກ່າວແມ່ນໄດ້ຮັບຮອງໂດຍອຳນາດການປົກຄອງບ້ານ ພາຍຫລັງການສຳຫຼວດຄົວເຮືອນທຸກຍາກ ແລະ ມີລາຍຮັບຕ່ຳ ຈາກການປະເມີນຈຳນວນປະຊາຊົນທີ່ຕ້ອງການຄວາມຊ່ວຍເຫຼືອຈາກລັດຖະບານ.ອ່ານເພິ່ມເຕີມ   ...

ເພັດໂພໄຊ ແສງປະເສີດ

ຫລາຍກວ່າ 40 ໝູ່ບ້ານຢູ່ເມືອງຈຳພອນ ບັນລຸ ສະຖານະໝູ່ບ້ານທີ່ບໍ່ມີການຖ່າຍຊະຊາຍ

ພິທີປະກາດ 41 ໝູ່ບ້ານເປັນເຂດປອດການຖ່າຍຊະຊາຍ ເປັນຂີດໝາຍສຳຄັນ ໃນການຮ່ວມມືລະຫວ່າງລັດຖະບານ ແລະ SNV ເພື່ອຈັດຕັ້ງປະຕິບັດ ໂຄງການສຸຂະອະນາໄມ ແລະ ສຸຂະອະນາໄມສຳລັບທຸກຄົນ (SSH4A) . ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະ ໜັບສະໜູນຈາກ ລັດຖະບານອົດສະຕາລີ ດ້ວຍງົບປະມານ 4,2 ລ້ານໂດລ້າ ສຳລັບໄລຍະປີ 2018-2022 ແລະ ມີຈຸດປະສົງເພື່ອປັບປຸງສຸຂະພາບ, ຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມໃຫ້ແກ່ປະຊາຊົນ ຈຳນວນ 200.000 ຄົນທີ່ອາໃສຢູ່ເມືອງອັດຕະປື, ເມືອງຈຳພອນ ແລະ ເມືອງພະລານໄຊໂດຍການບັນລຸການປ້ອງກັນບັນຫາການຖ່າຍຊະຊາຍໃນປີ 2022.ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ທ່ານນາຍົກຄົນໃໝ່ເລັ່ງແກ້ໄຂບັນຫາເດັ່ນ 7 ຂໍ້ໃນລາວ

ທ່ານ ພັນຄຳ ວິພາວັນ, ນາຍົກຄົນໃໝ່ຂອງລາວ ຍົກບັນຫາເດັ່ນ 7 ຂໍ້ທີ່ລັດຖະບານຈະຕ້ອງເລັ່ງແກ້ໄຂໃນປີຕໍ່ໜ້າ. ໃນຊ່ວງການສົ່ງຮ່າງບົດລາຍແຜນການເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ສຳລັບປີ 2021-25 ແລະ ງົບປະມານລັດຕໍ່ສະພາແຫ່ງຊາດໃນວັນຈັນ. 7 ບັນຫາໃຫຍ່ໆນັ້ນປະກອບມີ ໜີ້ສາທາລະນະ ແລະ ການຮົ່ວໄຫລທາງການເງິນ, ການສໍ້ລາດບັງຫຼວງ, ຄວາມປອດໄພທາງຖະ ໜົນ, ການຄ້າຂາຍຢາເສບຕິດ, ການຟື້ນຕົວທາງເສດຖະກິດ, ການຜະລິດແລະການບໍລິການ, ການປິດຊ່ອງຫວ່າງລະຫວ່າງເຂດຕົວເມືອງແລະຊົນນະບົດ, ການພັດທະນາຊັບພະຍາກອນມະນຸດແລະການຫຼຸດຄ່າເງິນຕາ.ສືບຕໍ່ອ່ານ  ...

ລັດສະໝີ ພອນວິໄລ

ລັດຖະບານລາວ ປະກາດຍຸບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ລັດຖະບານລາວ ໄດ້ປະກາດຍຸບເລີກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍໄດ້ໂອນບັນດາກົມກອງຕ່າງໆ ໄປຢູູູູູູູູູູູູ່ທີ່ບັນດາກະຊວງອ້ອມຂ້າງທີ່ກ່ຽວຂ້ອງ. ອີງຕາມແຈ້ງການຂອງຄະນະພັກປະຊາຊົນປະຕິວັດລາວ ຊຶ່ງປັດຈຸບັນ, ສປປ ລາວ ຍັງເຫຼືອພຽງແຕ່ 16 ກະຊວງເທົ່ານັ້ນ. ອ່ານເພິ່ມເຕີມທີ່   ...

ໄພບູນ ທະນະບົວສີ

ສປປ ລາວ ແລະ ຄວາມພະຍາຍາມຫຼຸດພົ້ນອອກຈາກສະຖາພາບປະເທດດ້ອຍພັດທະນາໃນປີ 2026

ລັດຖະບານເລັ່ງພັດທະນາຊັບພະຍາກອນມະນຸດ ແລະ ການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ເພື່ອຮັບປະກັນໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ກໍຍັງມີເວລາກະກຽມເພື່ອໃຫ້ບັນລຸໃນປີ 2026. ອ່ານເພິ່ມເຕີມ   ...

ເພັດໂພໄຊ ແສງປະເສີດ

ດ່ານວັງເຕົ່າຈະກໍສ້າງສຳເລັດໃນໄວໆນີ້

ໃນວັນທີ 24 ກຸມພາ, ທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງ ແຂວງຈຳປາສັກ ໄດ້ຕົກລົງເຫັນດີ ກ່ຽວກັບການສະເໜີຟື້ນຟູການກໍ່ສ້າງດ່ານຊາຍແດນສາກົນວັງເຕົ່າ ພາຍຫຼັງມີການເລື່ອນມາຕັ້ງແຕ່ປີ 2018 ຍ້ອນສາເຫດງົບປະມານມີຈຳກັດ. ສືບຕໍ່ອ່ານ ...

ສຳນັກຂ່າວສານປະເທດລາວ

ສປປ ລາວ ເລືອກຕັ້ງເອົາສະມາຊິກສະພາຊຸດທີ 9

ການເລືອກຕັ້ງສະພາແຫ່ງຊາດຊຸດທີ 9 ທົ່ວປະເທດລາວ ໄດ້ຖືກຈັດຂື້ນໃນວັນອາທິດ. ປະຊາຊົນລາວປະມານ 4,28 ລ້ານຄົນມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ 164 ຄົນໃນ ຈຳນວນຜູ້ສະໝັກ 224 ຄົນ ແລະ ສະພາປະຊາຊົນຂັ້ນແຂວງ.ເລີ່ມແຕ່ເວລາ 7:00 ໂມງເຊົ້າ ເຖິງ 5:00 ແລງ ຕາມເວລາທ້ອງຖິ່ນ, ປະຊາຊົນລາວໃນທົ່ວປະເທດໄດ້ລົງຄະແນນສຽງເພື່ອເລືອກເອົາຜູ້ແທນຂອງພວກເຂົາທີ່ຈະມານັ່ງຢູ່ໃນສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ.ຄະນະກຳມະການເລືອກຕັ້ງແຫ່ງຊາດ ແລະ ຄະນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນຂອງລາວ ໄດ້ໂຄສະນາຫາສຽງເພື່ອຊຸກຍູ້ໃຫ້ພົນລະເມືອງທີ່ມີສິດໄດ້ຮັບທຸກຄົນໄປປ່ອນບັດເລືອກຕັ້ງເຊິ່ງຈະດຳເນີນໃນທຸກໆ 5 ປີ.ສືບຕໍ່ອ່ານ  ...

ຮົວເຊຍ

ການຈັດຕັ້ງສະຖານທີ່ປ່ອນບັດສຳລັບພົນລະເມືອງລາວຢູ່ຕ່າງປະເທດ

ສະຖານທີ່ບ່ອນບັດຈະຖືກຈັດຕັ້ງຂື້ນເພື່ອອຳນວຍຄວາມສະດວກໃຫ້ພົນລະເມືອງລາວທີ່ອາໃສຢູ່ຕ່າງປະເທດ ເພື່ອລົງເລືອກຕັ້ງຕໍ່ຄະນະສະມາຊິກສະພາແຫ່ງຊາດຊຸດໃໝ່ ຊຶ່ງວັນເລືອກຕັ້ງຈະມີຂື້ນໃນວັນທີ 21​ ກຸມພາ. ພົນລະເມືອງລາວ ສາມາດປ່ອນບັດຢູ່ບັນດາສະຖານທູດ ແລະ ກົງສູນຂອງປະເທດຕົນຢູ່ຕ່າງປະເທດ ຢູ່ສະຖານທີ່ໄດ້ກຽມໄວ້. ບັນດາສະຖານທູດລາວ ໄດ້ຖືກແນະນຳໃນການເປັນສ່ວນໜຶ່ງໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ 9 ຊຶື່ງອີງຕາມສະຖານະການທ້ອງຖິ່ນນັ້ນ. ສືບຕໍ່ອ່ານ   ...

ສົມສັກ ປ້ອງຂາວ

ສປປ ລາວ ຈະມີການເລືອກຕັ້ງຂື້ນໃນວັນທີ 21 ກຸມພາ

ການເລືອກຕັ້ງທົ່ວໄປ ຂອງບັນດາ ສະມາຊິກສະພາແຫ່ງຊາດຊຸດທີ 9 ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໄດ້ໄຂຂຶ້ນໃນວັນທີ 21 ກຸມພານີ້ ຕາມການລາຍງານຂອງສຳນັກຂ່າວສານປະເທດລາວ. ຜູ້ລົງສະໝັກເລືອກຕັ້ງປະກອບມີຈຳນວນ 224 ຄົນ, ໃນນັ້ນມີເພດຍິງຈຳນວນ 49 ຄົນ ທີ່ຈະໄດ້ຖືກຮັບຄັດເລືອກເປັນສະມາຊິກສະພາປະຊາຊົນຂັ້ນແຂວງ.​ອ່ານຕໍ່   ...

ຫົວເຊຍ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

chj9t
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!