ລັດຖະບານ

ການບໍລິການຂອງລັດ

ສະພາແຫ່ງຊາດຮຽກຮ້ອງປະສິດທິພາບໃນການປະຕິບັດນະໂຍບາຍ ແລະ ການປະສານງານ

ວຽງຈັນ (ວຽງຈັນທາມສ໌/ANN) – ມື້ວານນີ້ ສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ຫາລືກ່ຽວກັບການປະຕິບັດໜ້າທີ່ຂອງລັດຖະບານ, ໂດຍເນັ້ນເຖິງຄວາມຈຳເປັນໃນການຮັບປະກັນການປະຕິບັດນະໂຍບາຍ ແລະ ການປະສານງານໃຫ້ມີປະສິດທິພາບ, ເຖິງວ່າລັດຖະບານຈະປະສົບຄວາມສຳເລັດໃນຫຼາຍດ້ານແລ້ວກໍຕາມ.ໃນທີ່ປະຊຸມສະພາແຫ່ງຊາດ, ບັນດາສະມາຊິກສະພາ ໄດ້ໃຫ້ຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນຊ່ວງເກົ້າເດືອນຂອງປີນີ້.ໂດຍລວມ ທີ່ປະຊຸມກໍໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດ ທີ່ລັດຖະບານສາມາດເຮັດໄດ້ ແລະ ຮັບຮູ້ເຖິງຄວາມພະຍາຍາມຂອງລັດຖະບານ ໃນການປະຕິບັດແຜນພັດທະນາແຫ່ງຊາດ ໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດ ພາຍໃຕ້ການຫຼຸດຜ່ອນຂອງເສດຖະກິດທົ່ວໂລກ ແລະ ຜົນກະທົບຈາກໄພທຳມະຊາດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວແຕ່ງຕັ້ງຫົວໜ້າກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄົນໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພຸດນີ້ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາຝຶກອົບຮົມສູນກາງພັກ ໃຫ້ວ່າການລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແທນທ່ານ ສຈ.ປອ ບໍ່ແສງຄຳ ວົງດາຣາ ທີ່ຈະອອກບຳນານ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ການປັບປຸງການບໍລິການສາທາລະນະແມ່ນຢູ່ໃນບູລິມະສິດລະດັບສູງສູງຕາມແຜນວາລະຂອງລັດຖະບານ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສັນຍາວ່າຈະສືບຕໍ່ຄວາມພະຍາຍາມໃນການປັບປຸງການບໍລິການສາທາລະນະ, ເຊິ່ງປະຊາຊົນຫຼາຍຄົນໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ລັດຖະບານ ປະຕິບັດຕົວໃຫ້ເໝາະສົມຍິ່ງຂຶ້ນໃນການບໍລິການປະຊາຊົນ.ຕາມບົດຂ່າວຕໍ່ສື່ມວນຊົນຈາກກົມປະຊາສຳພັນຂອງລັດຖະບານ ທີ່ເປີດເຜີຍໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທິ 19​ ສິງຫາຜ່ານມານີ້, ລັດຖະບານມີເປົ້າໝາຍເອົາໃຈໃສ່ໃນການປັບປຸງການບໍລິການສາທາລະນະໃນຊຸມເດືອນຕໍ່ໜ້າ.ອ່ານຕໍ່  ...

ເອກະພອນ ພູທອນສີ
http://annx.asianews.network/content/public-service-improvement-high-lao-gov%E2%80%99t-agenda-103259

ລາວຍົກລະດັບຄວາມສາມາດໃຫ້ເຈົ້າໜ້າທີ່ພາສີໃນການຈັດຕັ້ງປະຕິບັດໂຄງການຜູ້ປະກອບການທຸລະກິດທີ່ຜ່ານການຮັບຮອງ

(ຂປລ) ໃນວັນທີ 26 ສິງຫານີ້ ກົມພາສີ, ກະຊວງການເງິນ ຮ່ວມກັບອົງການພາສີໂລກ (WCO) ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບການນຳໃຊ້ມາດຕະຖານຜູ້ປະກອບການທຸລະກິດທີ່ຜ່ານການຮັບຮອງ (AEO) ເພື່ອພັດທະນາຄວາມສາມາດຂອງໜ່ວຍງານຄຸ້ມຄອງພາສີຂອງ ສປປ ລາວ ໃຫ້ສາມາດກວດສອບ, ກວດກາ ແລະ ອະນຸມັດການຂໍອະນຸມັດສະຖານະ AEO ຈາກຂະແໜງເອກະຊົນໄດ້ຢ່າງມີປະສິດທະພາບ.ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການຈັດຕັ້ງປະຕິບັດໂຄງການ AEO ຈະຊ່ວຍໃນການປັບປຸງສະພາບແວດລ້ອມດ້ານການຄ້າໃນ ສປປ ລາວ ໃຫ້ດຳເນີນໄປຢ່າງເໝາະສົມ ແລະ ກົມກຽວ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47745

ນາຍົກລົງຢ້ຽມຢາມແຂວງສະຫວັນນະເຂດ ແລະ ເຂດເສດຖະກິດພິເສດເພື່ອສົ່ງເສີມການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານໄດ້ເດີນທາງຢ້ຽມຢາມທ່າເຮືອບົກ ແລະ ນິຄົມອຸດສາຫະກຳແຂວງສະຫວັນນະເຂດໃນອາທິດແລ້ວນີ້ ເພື່ອຢ້ຽມຢາມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃນສະຖານອຸດສາຫະກຳດັ່ງກ່າວ.ທ່ານ ທອງລຸນໄດ້ເດີນທາງຢ້ຽມຊົມການປະຕິບັດງານຢູ່ທ່າເຮືອບົກແຂວງສະຫວັນນະເຂດ ແລະ ຫ້ອງພາສີຄົບວົງຈອນ ເພື່ອຢ້ຽມຢາມການປະຕິບັດງານຂອງເຈົ້າໜ້າທີ່ພາກສະໜາມ.ເຈົ້າໜ້າທີ່ໄດ້ລາຍງານກ່ຽວກັບແຜນທີ່ເສັ້ນທາງການຂົນສົ່ງສິນຄ້າໃນປະຈຸບັນຈາກຈີນເຖິງສິງກະໂປໂດຍຜ່ານທ່າເຮືອບົກ ຕໍ່ທ່ານນາຍົກລັດຖະມົນຕີ. ທ່າເຮືອບົກດັ່ງກ່າວໄດ້ເປີດດຳເນີນການຕິດຕຕໍ່ກັນມາເປັນເວລາສາມປີນັບແຕ່ປີ 2016.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-pm-visits-savannakhet-province-and-special-economic-zone-promote-investment-102228

ນາຍົກເນັ້ນນະໂຍບາຍ "ສາມ-ເປີດ" ຕໍ່ແຂວງສະຫວັນນະເຂດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ອຳນາດການປົກຄອງແຂວງສະຫວັນນະເຂດ ໃຫ້ເພີ່ມຄວາມພະຍາຍາມໃນການຜັນຂະຫຍາຍນະໂຍບາຍ “ສາມ-ເປີດ” ທີ່ທ່ານໄດ້ລິເລີ່ມ ເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າສູ່ແຂວງພາກກາງ, ເຊິ່ງເປັນໜຶ່ງໃນສູນກາງເສດຖະກິດຂອງປະເທດ.ທ່ານນາຍົກໄດ້ໃຫ້ຄຳເຫັນດັ່ງກ່າວໃນອາທິດແລ້ວນີ້ໃນລະຫວ່າງການຢ້ຽມຢາມແຂວງສະຫວັນນະເຂດ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດການຢ້ຽມຢາມແຂວງພາກກາງ ແລະ ພາກໃຕ້ ເພື່ອກວດກາການດຳເນີນງານໃນພື້ນທີ່ຕົວຈິງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/realise-%E2%80%9Cthree-open%E2%80%9D-policy-lao-pm-tells-savannakhet-102226

ສະພາແຫ່ງຊາດຊຸກຍູ້ການສົ່ງເສີມຄວາມຮັບຜິດຊອບຂອງລັດຖະບານ

ວຽງຈັນ (ວຽງຈັນທາມສ໌) – ສະພາແຫ່ງຊາດໄດ້ເພີ່ມທະວີບົດບາດໃນການສົ່ງເສີມຄວາມຮັບຜິດຊອບຂອງລັດຖະບານ ເຊິ່ງສະທ້ອນເຖິງການບໍລິຫານຈັດການທີ່ດີ, ຕາມການລາຍງານຂອງອົງການສະຫະປະຊາຊາດປະຈຳລາວ.ອົງການສະຫະປະຊາຊາດ (ສປຊ) ໜຶ່ງໃນອົງການຊ່ວຍເຫຼືອທີ່ໃຫຍ່ທີ່ສຸດໃນລາວ ໄດ້ເປີດເຜີຍບົດລາຍງານກາງພາກກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງ ສປປ ລາວ-ສປຊ, ເຊິ່ງເນັ້ນເຖິງຜົນສຳເລັດ ແລະ ຂໍ້ຄົງຄ້າງໃນການຮ່ວມມືດັ່ງກ່າວ.ອີງຕາມບົດລາຍງານຄວາມຄືບໜ້າປີ 2018 ກ່ຽວກັບຂອບການເຮັດວຽກຂອງ ສປປ ລາວ-ສະຫະປະຊາຊາດ ສຳລັບປີ 2017-2021, ສປຊ ໄດ້ສະແດງຄວາມຮັບຮູ້ວ່າ ລະບຽບກົດໝາຍຂອງລາວໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນ ຍ້ອນການມີສ່ວນຮ່ວມຢ່າງເຂັ້ມແຂງຂອງສະພາແຫ່ງຊາດໃນການພິຈາລະນາກຳກັບການປະຕິບັດງານຂອງລັດຖະບານ.ອ່ານຕໍ່  ...

ເອກະພອນ ພູທອນສີ
http://annx.asianews.network/content/na-pushes-greater-government-accountability-101858

ທະນາຄານໂລກອະນຸມັດທຶນກູ້ຢືມສຳລັບການຄຸ້ມຄອງການເງິນພາກລັດໃນລາວ

ໂຄງການທີ່ມີຊື່ວ່າ ການເສີມຂະຫຍາຍການຄຸ້ມຄອງການເງິນພາກລັດໂດຍນຳໃຊ້ເທັກໂນໂລຢີ ແລະ ທັກສະດ້ານຂໍ້ມູນຂ່າວສານ ແລະ ການສື່ສານ (E-FITS) ຈະດຳເນີນການໃນລາວ ເພື່ອປັບປຸງການລາຍງານດ້ານການເງິນ ແລະ ສ້າງຄວາມສາມາດດ້ານການຄຸ້ມຄອງ ສຳລັບການເກັບກຳລາຍຮັບ, ຂະບວນການດຳເນີນງານຂອງລັດ ແລະ ການຄຸ້ມຄອງງົບປະມານ.ລາວຍັງຈະໄດ້ຮັບປະໂຫຍດຈາກໂຄງການປະຕິຮູບການບໍລິຫານການເງິນພາກລັດ ພາຍໃຕ້ການສະໜັບສະໜູນຈາກສະຫະພາບຢູໂຣບ ໂດຍຜ່ານທະນາຄານໂລກ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ອັດຕະປືປະຕິບັດວິໄນ ແລະ ສັ່ງໄລ່ອອກພະນັກງານທີ່ປະພຶດບໍ່ຖືກຕ້ອງ

ການນຳແຂວງອັດຕະປືໄດ້ສັ່ງປົດພະນັກງານໜຶ່ງຄົນ ແລະ ພິຈາລະນາໄລ່ອອກພະນັກງານອີກສອງຄົນ ໃນກໍລະນີມີການປະພຶດບໍ່ຖືກຕ້ອງ. ນອນນີ້ ຍັງມີພະນັກງານອີກ 9 ຕົນໄດ້ຮັບການຕັກເຕືອນ ແລະ ຕິນຳສ່ອງແສງ, ຕາມການລາຍງານຂອງໜັງສືພິມເສດຖະກິດສັງຄົມໃນມື້ວານນີ້.ອ່ານຕໍ່  ...

ວຽງຈັນທາມສ໌

ລັດອາດຈັດກອງປະຊຸມທາງໄກອອນໄລຄັ້ງປະຖົມມະເລີກໃນປີນີ້

ລັດຖະບານມີແຜນຕິດຕັ້ງລະບົບການສື່ສານໃໝ່ໃນປີນີ້ ເພື່ອວ່າຄະນະລັດຖະບານ ແລະ ເຈົ້າແຂວງຈະສາມາດຈັດກອງປະຊຸມທາງໄກແບບອອນໄລ (video conferences). ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ 2019, ​ລັດຖະບານມີແຜນທີ່ຈະສຳເລັດການຕິດຕັ້ງລະບົບການຈັດກອງປະຊຸມທາງອອນໄລ ໃນສຳນັກງານນາຍົກລັດຖະມົນຕີ, ກະຊວງ ແລະ ຫ້ອງວ່າການແຂວງໃນທົ່ວປະເທດ ເຊິ່ງເປັນສ່ວນໜຶ່ງຂອງການລິເລີ່ມ e-government.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5438G
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!