Extractive industries

ຂໍ້ຕົກລົງໃໝ່ສົ່ງເສີມການຂຸດຄົ້ນບໍ່ຄຳໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະບວນການຂຸດຄົ້ນບໍ່ຄຳໂດຍບໍລິສັດວັງຕາດຂຸດຄົ້ນບໍ່ແຮ່ ຈຳກັດ ທີ່ເມືອງສານໄຊ ແຂວງອັດຕະປື ແລະ ເມືອງດັກຈຶງ ແຂວງເຊກອງໄດ້ຮັບການຍົກລະດັບຈາກການລົງນາມໃນຂໍ້ຕົກລົງສະບັບໃໝ່.ຂໍ້ຕົກລົງດັ່ງກ່າວໄດ້ມີການລົງນາມທີ່ວຽງຈັນ ໃນວັນຈັນຜ່ານມາ ລະຫວ່າງທ່ານ ພົງໄຊ ໄຊຊະນະ ໄຊຍະເສນາ ອຳນວນການບໍລິສັດວັງຕາດຂຸດຄົ້ນບໍ່ແຮ່ ຈຳກັດ ແລະ ທ່ານ (ປອ) ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...

ໂຕະຂ່າວ

ຂະແໜງບໍ່ແຮ່ຈະປະກອບສ່ວນຫຼຸດລົງຕໍ່ເສດຖະກິດຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການປະກອບສ່ວນຂອງຂະແໜງການຂຸດຄົ້ນບໍ່ແຮ່ຕໍ່ເສດຖະກິດຂອງລາວຄາດວ່າຈະສືບຕໍ່ຫຼຸດລົງໃນປີນີ້ ເນື່ອງຈາກການຜະລິດຄຳ ແລະ ທອງແດງເພື່ອການສົ່ງອອກຫຼຸດປະລິມານລົງ.ໜຶ່ງໃນໂຄງການຂຸດຄົ້ນບໍ່ແຮ່ທີ່ສຳຄັນຂອງລາວຈະປິດລົງໃນໄວໆນີ້ ແລະ ລາຄາແຮ່ທາດໃນຕະຫຼາດໂລກກໍ່ມີການຫຼຸດລົງ, ບົດລາຍງານຈາກສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ປັບໂຄງສ້າງເສດຖະກິດ (CMER) ພາຍໃຕ້ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NEIR) ໃຫ້ຂໍ້ສະຫຼຸບ.ອ່ານຕໍ່ ...

ໂຕະຂ່າວ

ລາວທົບທວນການສຳຫຼວດຊັບພະຍາກອນບໍ່ແຮ່

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຈາກຄູ່ຮ່ວມພັດທະນາ, ຖັນແຖວກົມກອງກະຊວງພະລັງງານ ແລະ ບໍ່ແຮ່, ແລະ ເຈົ້າໜ້າທີ່ຂັ້ນແຂວງ ຮ່ວມປະຊຸມທີ່ວຽງຈັນວານນີ້ ເພື່ອຫາລືກ່ຽວກັບການສຳຫຼວດບໍ່ແຮ່ ແລະ ການປະເມີນຊັບພະຍາກອນ.ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີທ່ານ ຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.ກອງປະຊຸມໄດ້ມີການລາຍງານຜົນສຳເລັດຂອງການປະຕິບັດແຜນດຳເນີນງານວ່າດ້ວຍການຮ່ວມມືດ້ານບໍ່ແຮ່ອາຊຽນ III ຂອງລາວສຳລັບປີ 2016-2020.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາຍຮັບຈາກການຂຸດຄົ້ນບໍ່ແຮ່ປີ 2019 ຄາດວ່າຈະຫຼຸດລົງ 1.93%

VIENTIANE (Vientiane Times/ANN) –  ມູນຄ່າການຜະລິດໃນຂະແໜງບໍ່ແຮ່ຄາດວ່າຈະຫຼຸດລົງ 1.93 % ໃນປີນີ້ ເນື່ອງຈາກຄວາມຈິງທີ່ວ່າບໍລິສັດບໍ່ແຮ່ລາຍໃຫຍ່ບາງແຫ່ງຈະຫຼຸດຜ່ອນການຜະລິດ ຍ້ອນມີແຜນການປິດຕົວໃນປີໜ້າ.ໃນປີຜ່ານມາ ລັດຖະບານໄດ້ວາງຄາດໝາຍລາຍຮັບຈາກຂະແໜງການບໍ່ແຮ່ ຢູ່ທີ່ 11,868 ຕື້ກີບ, ແຕ່ມາປີນີ້ ຄາດວ່າລາຍຮັບຈະຢູ່ທີ່ປະມານ 11,640 ຕື້ກີບ.ອ່ານຕໍ່ ...

ໂຕະຂ່າວ

ຄວາມຄືບໜ້າຂອງໂຄງການກັ່ນນ້ຳມັນລາວ-ຈີນມີການຊັກຊ້າ

 ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການກັ່ນນ້ຳມັນເຊື້ອໄຟ ລາວ-ຈີນໄດ້ມີການເລື່ອນແຜນການຜະລິດເປັນຄັ້ງທີສອງນັບແຕ່ປີ 2017 ເນື່ອງຈາກບັນຫາຄວາມຫຍຸ້ງຍາກຂອງນັກລົງທຶນໃນການຫາແຫຼ່ງທຶນຈາກຈີນເພື່ອສຳເລັດການກໍ່ສ້າງ.ໂຮງກັ່ນນ້ຳມັນ, ເຊິ່ງຈະດຳເນີນການໂດຍບໍລິສັດ ປີໂຕຣເຄມິຄອລ ດົງຍານ ລາວ-ຈີນ ຈຳກັດ, ມີຜູ້ຖືຫຸ້ນ 5 ລາຍຈາກຈີນ ແລະ ລາວ, ໃນນັ້ນມີລັດວິສາຫະກິດນ້ຳມັນເຊື້ອໄຟລາວ. ການກໍ່ສ້າງດັ່ງກ່າວໄດ້ເລີ່ມມາຕັ້ງແຕ່ປີ 2014 ແຕ່ກໍມີຄວາມຊັກຊ້າ.ອ່ານຕໍ່ ...

ໂຕະຂ່າວ

ມີຫຼາຍໂຄງການດ້ານພະລັງງານ ແລະ ຂຸດຄົ້ນບໍ່ແຮ່ທີ່ບໍ່ປະຕິບັດຕາມກົດລະບຽບ

ໃບອະຍຸຍາດທີ່ອອກໂດຍເຈົ້າໜ້າທີ່ໃນບາງໂຄງການການລົງທຶນ ແມ່ນຍັງບໍ່ສອດຄ່ອງຕາມແຜນທາງການ ແລະ ບໍ່ປະຕິບັດຕາມຂັ້ນຕອນທີ່ເໝາະສົມສະເໝີໄປ, ຕາມຄຳເຫັນຂອງເຈົ້າໜ້າທີ່ການນຳຂະແໜງການໃນວັນຈັນແລ້ວນີ້.ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຜີຍໃຫ້ຊາບບັນດາອຸປະສັກ ແລະ ສິ່ງທ້າທາຍຕ່າງໆ ກ່ຽວກັບການຄຸ້ມຄອງຂະແໜງການ ໃນທີ່ປະຊຸມສະພາແຫ່ງຊາດອາທິດນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຫວຽດນາມຈະດຳເນີນໂຄງການຂຸດຄົ້ນບໍ່ແຮ່ທີ່ໃຫຍ່ທີ່ສຸດໃນລາວ

ວຽງຈັນ — ໃນວັນອັງຄານນີ້ ລັດຖະບານລາວ ແລະ ກຸ່ມບໍລິສັດຫວຽດພວງ (VPG) ຫວຽດນາມໄດ້ເຊັນສັນຍາສຳປະທານການຂຸດຄົ້ນ ແລະ ປຸງແຕ່ງແຮ່ອາລູມິນຽມ ແລະ ການສ້າງຕັ້ງໂຮງງານຜະລິດອາລູມິນຽມທີ່ແຂວງເຊກອງ ປະເທດລາວ.ໂຄງການດັ່ງກ່າວມີມູນຄ່າການລົງທຶນກປະມານ 650 ລ້ານໂດລາສະຫະລັດ ເຊິ່ງເປັນໂຄງການລົງທຶນທີ່ໃຫຍ່ທີ່ສຸດຂອງຫວຽດນາມໃນຂະແໜງການຂຸດຄົ້ນບໍ່ແຮ່ຂອງລາວ.ອ່ານຕໍ່ ...

ວີເອັນເອັສ໌

ຮ່ອງຮອຍບູຮານຊີ້ປະຫວັດການຂຸດຄົ້ນບໍ່ແຮ່ທີ່ເຊໂປນ

ທີມງານນັກບູຮານຄະດີໄດ້ຄົ້ນພົບຫຼັກຖານທີ່ສະແດງວ່າທີ່ຕັ້ງປະຈຸບັນຂອງບໍ່ຄຳເຊໂປນ ໃນພາກກາງຂອງແຂວງສະຫວັນນະເຂດ ເຄີຍເປັນພື້ນທີ່ຂຸດຄົ້ນບໍ່ແຮ່ເກົ່າແກ່ເຖິງໜຶ່ງພັນປີມາແລ້ວ. ບໍລິສັດລ້ານຊ້າງມິເນີໂຣຈຳກັດ (LXML) ໄດ້ເປີດເຜີຍການຄົ້ນພົບຮ່ອງຮອຍວັດຖຸ ແລະ ຫຼັກຖານທີ່ສຳຄັນກ່ຽວກັບການຂຸດຄົ້ນບໍ່ແຮ່ເກົ່າແກ່ທີ່ບໍ່ຄຳເຊໂປນ ໃນວານນີ້.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

N7PeA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!