Extractive industries

ກະຊວງເປີດໄຟຂຽວໃຫ້ແກ່ການຂຸດຄົ້ນແຮ່ທອງຄຳ

ລັດຖະບານ​ໄດ້​ອະນຸຍາດ​ໃຫ້​ບໍລິສັດ​ທ້ອງ​ຖິ່ນ​ຂຸດ​ຄົ້ນ​ແຮ່​ຄຳ​ໃນ​ເນື້ອ​ທີ່ 18.28 ຕາ​ແມັດ ​ເປັນໄລຍະເວລາ 20 ປີ. ບໍລິສັດ ຈະລົງທຶນ ປະມານ 46 ລ້ານ ໂດລາ ສະຫະລັດ ໃນການດໍາເນີນການຂຸດຄົ້ນບໍ່ແຮ່ ແລະ ກໍ່ສ້າງໂຮງງານ ທີ່ໄດ້ມາດຕະຖານສາກົນ ຢູ່ໃນບໍລິເວນ ດັ່ງກ່າວ. ບໍລິສັດໄດ້ຈ່າຍເງິນໃຫ້ລັດຖະບານ 2 ລ້ານໂດລາສະຫະລັດ ເປັນຄ່າທຳນຽມລ່ວງໜ້າຂອງໂຄງການ ແລະ ຊ່ວຍເຫຼືອໂຄງການກໍ່ສ້າງເສັ້ນທາງ 48 ກິໂລແມັດ ຈາກເມືອງຄຳ ແຂວງຊຽງຂວາງ ຫາ ເມືອງຮ້ຽມ ແຂວງຫົວພັນ ມູນຄ່າ 24 ຕື້ກວ່າກີບ. ອ່ານເພິ່ມ  ...

ຜູ້ລາຍງານຂ່າວທາມສ໌

ລາວ​ຈະ​ມີ​ລາຍ​ຮັບດ້ານການຂຸດຄົ້ນ​​ແຮ່ທາດ ຈຳນວນ 463 ລ້ານ​ໂດ​ລາ​ສະຫະລັດ​ໃນ​ໄຕ​ມາດ​ທີ 4

ປັດຈຸບັນ, ສປປ ລາວ ມີບໍລິສັດຂຸດຄົ້ນບໍ່ແຮ່ 124 ບໍລິສັດ ດໍາເນີນໂຄງການ 209 ໂຄງການ ລວມທັງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ປະຈຸບັນມີ 14 ບໍລິສັດກໍ່ສ້າງສິ່ງອໍານວຍຄວາມສະດວກໃໝ່. ​ແຕ່​ປີ 2021-2025, ລາວ​ຄາດ​ວ່າ​ຈະ​ຜະລິດ​ຜະລິດ​ຕະພັນ​ບໍ່​ແຮ່​ໃນ​ມູນ​ຄ່າ 7,832 ຕື້ USD, ​ເພີ່ມ​ຂຶ້ນ 4% ​ເມື່ອ​ທຽບ​ໃສ່ 5 ປີ​ກ່ອນ. ປະຈຸບັນນີ້, ວຽກງານຂຸດຄົ້ນບໍ່ແຮ່ໄດ້ຂຸດຄົ້ນທອງຄໍາ, ທອງແດງ, ສັງກະສີ, ໂພແທດຊຽມ, ຫີນປູນ ເຫຼົ່ານີ້ເປັນຕົ້ນ. ໂຄງການຂຸດຄົ້ນແຮ່ທາດ ແລະ ແຮ່ທາດໃນລາວ ກວມເອົາເນື້ອທີ່ 7 ລ້ານກວ່າເຮັກຕາໃນທົ່ວປະເທດ ຫຼື ຫຼາຍກວ່າ 30 ເປີເຊັນຂອງເນື້ອທີ່ທັງໝົດ.ອ່ານເພິ່ມເຕີມ  ...

ລັດສະໝີ ພອນວິໄລ

ໂຮງງານກັ່ນນຳ້ມັນແຫ່ງທຳອິດຂອງລາວ ຈະເປີດບໍລິການເປັນສິນຄ້າໃນທ້າຍອາທິດໜ້າ

(KPL) ໂຮງງານກັ່ນນຳ້ມັນແຫ່ງທຳອິດຂອງລາວຕັ້ງຢູ່ພື້ນເຂດພັດທະນາເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ແລະ ຄາດວ່າຈະເປີດເປັນສະຖານທີ່ໃຫ້ບໍລິການເປັນສິນຄ້າສຳລັບການຊົມໃຊ້ພາຍໃນໃນວັນທີ 30 ເດືອນ ພະຈິກນີ້.​ ໂຄງການດັ່ງກ່າວໄດ້ເລິ່ມຂື້ນໃນປີ 2015 ພາຍໃຕ້ການຮ່ວມມືລາວ-ຈີນ (Laos-China Dongyan Petrochemical with Yunnan Dongyan). ອ່ານເພິ່ມເຕີມ.  ...

KPL

ເຈົ້າໜ້າທີ່ບໍ່ແຮ່ຮຽນຮູ້ວິທີການໃນການປຸງແຕ່ງແຮ່ທາດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຈາກຂະແໜງບໍ່ແຮ່ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຫຼັກສູດຝຶກອົບຮົມ ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບການປຸງແຕ່ງແຮ່ທາດ.ຫຼັກສູດຝຶກອົບຮົມກ່ຽວກັບເຕັກນິກໃນການປຸງແຕ່ງແຮ່ທາດ ໄດ້ໄຂຂຶ້ນວານນີ້ທີ່ນະຄອນຫຼວງວຽງຈັນ ແລະ ຈະດຳເນີນໄປເຖິງວັນທີ 23 ກັນຍານີ້ ພາຍໃຕ້ການສະໜັບສະໜູນຂອງກະຊວງການຄ້າແຫ່ງປະເທດຈີນ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/mining-officials-dig-deeper-mineral-processing-methods-103446

ການສຳຫຼວດບໍ່ຄຳແຂວງໄຊສົມບູນເລີ່ມຕົ້ນດຳເນີນການ

ວຽງຈັນ (ວຽງຈັນທາມສ໌/ANN) – ການສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ແລະ ການປຸງແຕ່ງຄຳໃນພື້ນທີ່ຂຸດຄົ້ນບໍ່ຄຳ 234.6 ກິໂລຕາແມັດ ບ້ານນາຕີ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໄດ້ເລີ່ມດຳເນີນການ ພາຍຫຼັງໄດ້ຮັບການອະນຸມັດຈາກລັດຖະບານ.ໂຄງການດັ່ງກ່າວແມ່ນການຮ່ວມມືລະຫວ່າງ ບໍລິສັດພັດທະນາບໍ່ແຮ່ໂຈ້ບຸນມີ ຈຳກັດ ພາຍໃຕ້ກຸ່ມບໍລິສັດໂຈ້ບຸນມີ, ກຸ່ມບໍລິສັດທຸລະກິດຊນນຳຂອງລາວ ແລະ ກະຊວງປ້ອງກັນປະເທດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/gold-mining-operation-kicks-xaysomboun-103146

ຜົນຜະລິດແຮ່ທາດຂອງລາວເພີ່ມຂຶ້ນ ໃນຂະນະທີ່ລາຄາສິນຄ້າທົ່ວໂລກປັບຕົວຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການສົ່ງອອກຂອງແຮ່ທາດ ແລະ ການຂາຍພາຍໃນປະເທດຂອງລາວ ເພີ່ມຂຶ້ນໃນໄຕມາດທຳອິດຂອງປີນີ້ ເຖິງແມ່ນວ່າລາຄາສິນຄ້າໃນຕະຫຼາດໂລກຈະຕົກຕ່ຳລົງ.ໃນປີ 2018, ຍອດຂາຍແຮ່ທາດພາຍໃນປະເທດປະຈຳປີສາມາດບັນລຸໄດ້ US$66.2 ລ້ານໂດລາ, ທຽບກັບປີ 2017 ເພີ່ມຂຶ້ນ 38.79%, ໃນຂະນະທີ່ການສົ່ງອອກແມ່ນຢູ່ທີ່ US$1,439 ລ້ານໂດລາ, ເພີ່ມຂຶ້ນ 8.2 % ທຽບກັບປີ 2017.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/mineral-output-increases-despite-world-commodity-price-drop-98248

ບໍລິສັດພູເບ້ຍມາຍນິ້ງຫວັງຂະຫຍາຍການສຳປະທານຢູ່ແຂວງໄຊສົມບູນ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດພູເບ້ຍມາຍນິ້ງຈຳກັດ ຫວັງສືບຕໍ່ສັນຍາສຳປະທານໃນການຂຸດຄົ້ນບໍ່ແຮ່ ຢູ່ເມືອງອານຸວົງ ແຂວງໄຊສົມບູນ, ເຊິ່ງຈະສິ້ນສຸດໃນທ້າຍປີ 2021 ນີ້.ທາງບໍລິສັດໄດ້ສະກັດຕົວຢ່າງຈາກພື້ນທີ່ສຳຫຼວດໃໝ່ເພື່ອນຳມາວິເຄາະ ເຊິ່ງຜົນການວິເຄາະຈະຮູ້ໄດ້ໃນຕົ້ນປີໜ້າ. ຈາກນັ້ນຈະມີການສຶກສາຄວາມເປັນໄປໄດ້ ແລະ ປຶກສາຫາລືກັບກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຄົ້ນຄວ້າຂັ້ນຕອນໃນການດຳເນີນໂຄງການໃນຂັ້ນຕໍ່ໄປ.ອ່ານຕໍ່ ...

ສຸກສະໄໝ ບູລົມ
http://annx.asianews.network/content/phu-bia-mining-hoping-extend-concession-xaysomboun-98049

ໂຄງການພະລັງງານ ແລະ ບໍ່ແຮ່ຕ້ອງມີການສຶກສາເປັນຢ່າງດີ: ນາຍົກກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ເພີ່ມທະວີການນຳໃຊ້ຊັບພະຍາກອນທຳມະຊາດ ເພື່ອສ້າງປະໂຫຍດສູງສຸດທາງດ້ານລາຍຮັບແບບຍືນຍົງຈາກໂຄງການຕ່າງໆທົ່ວປະເທດ.ຄຽງຄູ່ກັບການເພີ່ມທະວີຜົນປະໂຫຍດຈາກໂຄງການພະລັງງານ ແລະ ບໍ່ແຮ່, ນາຍົກຍັງໄດ້ແນະນຳຕໍ່ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງໃນກອງປະຊຸມປະຈຳໄຕມາດທຳອິດຂອງປີ 2019 ຂອງຂະແໜງການ ໃນການພິຈາລະນາສາມມາດຕະການກ່ອນການອະນຸມັດໂຄງການ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/energy-and-mining-projects-need-careful-study-lao-pm-97915

ທີມງານທີ່ມີປະສົບການຈະຊ່ວຍພັດທະນາຂະແໜງຂຸດຄົ້ນບໍ່ແຮ່ໃນລາວແບບຍືນຍົງ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການ ແລະ ໜ່ວຍທຸລະກິດໃນລາວສາມາດໃຊ້ບໍລິການຈາກບໍລິສັດອໍຕັສ໌ມາຍນິ້ງລາວ ໃນການພັດທະນາໂຄງການຂຸດຄົ້ນບໍ່ແຮ່.ບໍລິສັດອໍຕັສ໌ມາຍນິ້ງລາວ ສາຂາຂອງບໍລິສັດ Ortus Mining Capital, ກ່າວຜ່ານໜັງສືພິມວຽງຈັນທາມສ໌ວ່າ ທາງບໍລິສັດມີຈຸດປະສົງໃນການພັດທະນາການສຳປະທານບໍ່ແຮ່ໃນລາວ. ບໍລິສັດມີຄວາມສົນໃຈໃນການຮ່ວມມືກັບເຈົ້າຂອງໂຄງການບໍ່ແຮ່ຕ່າງໆ ແລະ ລັດຖະບານລາວ ເພື່ອພັດທະນາການສຳປະທານບໍ່ແຮ່ທີ່ມີທ່າແຮງສູງ ເຊິ່ງຕົ້ນຕໍແມ່ນບໍ່ທອງແດງ ແລະ ບໍ່ຄຳ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດພູເບ້ຍມາຍນິງລາຍງານການດຳເນີນການໃນຊ່ວງຕົ້ນປີ 2019 ໄດ້ຮັບໝາກຜົນດີ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດພູເບ້ຍມາຍນິງ ລາຍງານໝາກຜົນຄວາມສຳເລັດໃນການດຳເນີນທຸລະກິດໃນທຸກຫົວໜ່ວຍວັດແທກ ໃນຊ່ວງໄຕມາດທຳອິດຂອງປີ 2019.ໜ່ວຍຂຸດຄົ້ນທອງ-ຄຳ ພູຄຳ ຜະລິດທອງແດງໄດ້ 19,820 ໂຕນ (t) ໃນມູນຄ່າການຜະລິດ C1 US$1.14 ໂດລາ/ປອນ ຕາມສິນເຊື່ອໂລຫະມີຄ່າ ຄຳ 19,403 ອອນ (oz) ແລະ ເງິນ 115,792 ອອນ. ບັນລຸມູນຄ່າການຮັກສາຕໍ່ໜ່ວຍລວມ US$1.50/ປອນ.ໜ່ວຍຂຸດຄົ້ນຄຳ-ເງິນ ບ້ານຫ້ວຍຊາຍ ຜະລິດຄຳໄດ້ 33,120 ອອນ ແລະ ເງິນ 253,631 ອອນ ໃນຊ່ວງສາມເດືອນທຳອິດເຖິງວັນທີ 30 ມີນາ. ບັນລຸມູນຄ່າສິນເຊື່ອ C1 ເງິນ US$504/ອອນ ແລະ ມູນຄ່າ AISC ຄຳ US$644/ອອນ.ອ່ານຕໍ່  ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vgbpr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!