ການຜະລິດໄຟຟ້າ

ເຂື່ອນໄຟຟ້ານ້ຳຕົກ

ໄອເອັຟຊີເລີ່ມການປະເມີນຜົນທົດລອງໃນລ້ອງແມ່ນ້ຳໃນ ສປປ ລາວ

ໄອເອັຟຊີສະມາຊິກກຸ່ມທະນາຄານໂລກ ເຮັດວຽກຮ່ວມກັບລັດຖະບານ ສປປ ລາວ ກ່ຽວກັບການປະເມີນຜົນກະທົບແບບສະສົມ (CIA) ໃນການພັດທະນາພະລັງງານທົດແທນໃນອ່າງແມ່ນ້ຳເຊກອງ. ນີ້ຈະເປັນການປະເມີນຜົນ CIA ຄັ້ງທຳອິດໃນການດຳເນີນຕາມແນວທາງ CIA ສະບັບຮ່າງ ສຳລັບໂຄງການພະລັງງານໄຟຟ້ານ້ຳຕົກໃນ ສປປ ລາວ ແລະ ຈະໃຫ້ຄຳແນະນຳສຳລັບຮູບແບບຕ່າງໆຂອງການພັດທະນາແບບຍືນຍົງຂອງຊັບພະຍາກອນທຳມະຊາດດັ່ງກ່າວ ຕາມຄຳເຫັນຂອງ ໄອເອັຟຊີ.ອ່ານຕໍ່ ...

ວາລະສານພະລັງງານນ້ຳ

ນາຍົກຮຽກຮ້ອງໃຫ້ຊ່ຽວຊານເປີດເຜີຍສາເຫດແທ້ຈິງຂອງທີ່ເຮັດໃຫ້ເຂື່ອນແຕກ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຊ່ຽວຊານຈາກສາກົນເຮັດວຽກຢ່າງໃກ້ຊິດກັບເຈົ້າໜ້າທີ່ລາວ ເພື່ອຢືນຢັນເຫດຜົນອັນແທ້ຈິງທີ່ເຮັດໃຫ້ເຂື່ອນແຕກທີ່ແຂວງອັດຕະປື ໃນວັນທີ 23 ກໍລະກົດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບັນລຸຕາມຂັ້ນຕອນໃນຂະບວນການວາງແຜນເຂື່ອນໄຟຟ້ານ້ຳຕົກທີ່ປາກລາຍ

ການວາງແຜນໂຄງການເຂື່ອນໄຟຟ້ານ້ຳຂອງ ຂະໜາດ 770 ເມກາວັດ ທີ່ເມືອງປາກລາຍ ແຂວງໄຊຍະບູລີ ສຳເລັດອີກໜຶ່ງຂັ້ນຕອນທີ່ສຳຄັນ ເມື່ອຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ລິເລີ່ມຂະບວນການປຶກສາຫາລືລ່ວງໜ້າໃນອາທິດຜ່ານມາ.ອ່ານຕໍ່ ...

ເອກກະພອນ ພູທອນສີ

ເຂື່ອນໄຟຟ້ານ້ຳງື່ມ 1 ແຈ້ງເຕືອນກ່ຽວກັບການປ່ອຍນ້ຳຄັ້ງໃຫຍ່

ຜູ້ປະກອບການໂຮງງານໄຟຟ້ານ້ຳຕົກນ້ຳງື່ມ 1 ແຈ້ງການເຖິງຊຸມຊົນໃນພື້ນທີ່ລຸ່ມນ້ຳອ່າງໂຕ່ງໃນການປ່ອຍນ້ຳອອກ ເຊິ່ງຈະເລີ່ມຕັ້ງແຕ່ມື້ອື່ນເປັນຕົ້ນໄປ ເພື່ອຫຼຸດຜ່ອນລະດັບນ້ຳໃນເຂື່ອນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຂັ້ນຕອນການສືບສວນສອບສວນການແຕກຂອງເຂື່ອນ

ຄະນະກຳມະການສອງຄະນະໄດ້ຮັບການຈັດຕັ້ງຂຶ້ນ ເພື່ອດຳເນີນການສືບສວນສອບສວນຫາສາເຫດຂອງການແຕກຂອງສັນເຂື່ອນໄຟຟ້ານ້ຳຕົກ ທີ່ແຂວງອັດຕະປື ກໍຄືຄວາມຮັບຜິດຊອບຂອງເຈົ້າໜ້າທີ່ໆກ່ຽວຂ້ອງ. ການແຕກຂອງສັນເຂື່ອນ D ເຊິ່ງເປັນໜຶ່ງໃນຫ້າສັນເຂື່ອນຂອງໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ທີ່ສົ່ງຜົນໃຫ້ເກີດໄພນ້ຳຖ້ວມໃນວັນທີ 23 ກໍລະກົດ ເຮັດໃຫ້ມີການສູນເສຍ 35 ຊິວີດ ແລະ 99 ຄົນຍັງຄົງສູນຫາຍ. ຫຼານພັນຄົນຕ້ອງສູນເສຍທີ່ຢູ່ອາໄສອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານຈະກວດກາມາດຕະການເຂື່ອນໄຟຟ້າທັງໝົດ ແລະ ງົດໂຄງການພະລັງງານໄຟຟ້ານ້ຳຕົກໃໝ່ຊົ່ວຄາວ

ລັດຖະບານຖະແຫຼງວ່າຈະກວດສອບມາດຕະຖານຄວາມປອດໄພໃນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກໃນທົ່ວປະເທດ ຫຼັງເຫດໄພພິບັດຄັ້ງໃຫຍ່ ເນື່ອງຈາກການແຕກຂອງສັນເຂື່ອນທີ່ແຂວງອັດຕະປື.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະມົນຕີກະຊວງພະລັງງານຈະຮ່ວມສືບສວນກໍລະນີເຂື່ອນແຕກ

ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ພ້ອມທີ່ຈະຮ່ວມມືກັບຜູ້ມີສ່ວນຮ່ວມທຸກພາກສ່ວນ ໃນພາລະກິດຂອງລັດຖະບານໃນການສືບສວນສອບສວນ ສາເຫດແທ້ຈິງຂອງການແຕກພັງຂອງສັນເຂື່ອນ D ຂອງໂຄງການເຂື່ຶອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຜົນກະທົບຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊມີມູນຄ່າມະຫາສານ, ເຊິ່ງຍັງບໍ່ມີສະຫຼຸບຕົວເລກຄວາມເສຍຫາຍຈາກທາງການ

ຂອບເຂດຂອງການສູນເສຍ ແລະ ຜົນເສຍຫາຍຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ແມ່ນມີມູນຄ່າມະຫາສານ, ເຊິ່ງປະຈຸບັນຍັງບໍ່ມີການສະຫຼຸບການປະເມີນມູນຄ່າຄວາມເສຍຫາຍຢ່າງເປັນທາງການ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ເຈົ້າໜ້າທີ່ຢືນຢັນພົບຊິ້ນສ່ວນຂອງຜູ້ປະສົບເຄາະເພີ່ມເຕີມ

ເມືອງສະໜາມໄຊ ແຂວງອັດຕະປື: ເຈົ້າໜ້າທີ່ຮັບຜິດຊອບພາລະກິດກູ້ໄພໃນການຄົ້ນຫາຜູ້ປະສົບເຄາະທີ່ສູນຫາຍ ເຊິ່ງໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແຈ້ງວ່າໄດ້ພົບຊິ້ນສ່ວນຊາກສົບຂອງຜູ້ປະສົບເຄາະເພີ່ມເຕີມໃນວັນທີ 28 ກໍລະກົດ. ນັບແຕ່ເກີດເຫດໄພພິບັດດັ່ງກ່າວໃນວັນທີ 23 ກໍລະກົດມານີ້ ທີມກູ້ໄພໄດ້ຄົ້ນພົບຊິ້ນສ່ວນຂອງຜູ້ສູນຫາຍແລ້ວ 10 ຄົນ.ອ່ານຕໍ່ ...

ບຸນແພງ ໄພມະນີວົງ

ນາຍົກກ່າວ: ລາວຈະຮ່ວມມືກັບເກົາຫຼີ ແລະ ໄທເພື່ອສືບສວນສອບສວນຫາສາເຫດເຂື່ອນແຕກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງໃນວານນີ້ວ່າ ລັດຖະບານລາວຈະເຮັດວຽກຮ່ວມກັບບັນດາບໍລິສັດຜູ້ຖືຫຸ້ນໂຄງການເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ເພື່ອສືບສວນສອບສວນຫາສາເຫດທີ່ແທ້ຈິງຂອງການແຕກພັງຂອງສັນເຂື່ອນຂອງໂຄງການ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

546XC
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!