ການຄ້າ

ນະໂຍບາຍ ແລະ ການຄຸ້ມຄອງດ້ານການຄ້າ

ໜ່ວຍແລກປ່ຽນເງິນຕາ ຫ້າມຂາຍເງິນຕາຕ່າງປະເທດ

ໜ່ວຍງານແລກປ່ຽນເງິນຕາທີ່ເປັນຕົວແທນຂອງທະນາຄານການຄ້າໃນປັດຈຸບັນ ແມ່ນຫ້າມບໍ່ໃຫ້ຂາຍເງິນຕາຕ່າງປະເທດ, ອີງຕາມທະນາຄານແຫ່ງ ສປປ ລາວ.  ໄດ້ມີຜົນບັງຄັບໃຊ້ໃນວັນທີ 11 ເດືອນຕຸລາ, ຄວາມພະຍາຍາມຂອງລັດຖະບານການສັ່ງຫ້າມສະຫນັບສະຫນູນ ທະນາຄານການຄ້າມີບົດບາດໃນການຊື້ແລະຂາຍເງິນຕາຕ່າງປະເທດ, ໃນຂະນະທີ່ຈໍາກັດບົດບາດຂອງຫນ່ວຍແລກປ່ຽນເງິນຕາໃນການຊື້ຂາຍເງິນຕາ. ພາຍໃຕ້ນະໂຍບາຍໃໝ່, ບັນດາຫ້າງຮ້ານແລກປ່ຽນເງິນ ຈະຖືກອະນຸຍາດໃຫ້ຊື້ເງິນຕາຕ່າງປະເທດ ແຕ່ບໍ່ໃຫ້ຂາຍສະກຸນເງິນອື່ນທີ່ບໍ່ແມ່ນເງິນກີບໃຫ້ແກ່ລູກຄ້າ.ອ່ານເພິ່ມເຕີມ ...

ສຳນັກລາຍງານຂ່າວທາມສ

ລັດຖະບານຊຸກຍູ້ທຸລະກິດເພື່ອກະຕຸ້ນການຜະລິດສົ່ງອອກຕະຫຼາດຈີນ

ລັດຖະບານວາງແຜນ​ກຳນົດ​ການ​ເຈລະຈາ​ກັບ​ຜູ້​ປະກອບ​ທຸລະ​ກິດ​ ເພື່ອ​ຊຸກຍູ້​ໃຫ້​ເຂົາ​ເຈົ້າ​ຜະລິດ​ສິນຄ້າ​ທີ່​ຜູ້​ຊື້​ຈີນ​ຕ້ອງການ​ຕື່ມ​ອີກ. ແຜນການ​ຂອງ​ລັດຖະບານ​ໃນ​ການ​ສົ່ງ​ເສີມ​ການ​ຜະລິດ​ທາງ​ລົດ​ໄຟ​ທີ່​ຕິດ​ພັນ​ກັບ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ຈະ​ເປີດ​ບໍລິການ​ໃນ​ເດືອນ​ໜ້າ​ເພື່ອ​ຊຸກຍູ້​ເສດຖະກິດ.ອ່ານເພິ່ມເຕີມ ...

ເສດຖະກິດຂອງ ສປປ ລາວ ຈາກຟື້ນຕົວດີ ກັບຕົກຕ່ຳຍ້ອນສະຖານະການໂຄວິດ-19

ເສດຖະກິດຂອງລາວກໍາລັງຢູ່ໃນໄລຍະການຂະຫຍາຍຕົວລະດັບໃດໜ່ຶງໃນປີ 2021, ເຖິງແມ່ນວ່າຈະມີຄື້ນທີສອງຂອງການລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ເສດຖະກິດຟື້ນຕົວດີໃນຕົ້ນປີ. ອີງຕາມບົດລາຍງານການຕິດຕາມດ້ານເສດຖະກິດຫຼ້າສຸດຂອງທະນາຄານໂລກ – ຄາດຄະເນວ່າການເຕີບໂຕຂອງ GDP ຈະເພີ່ມຂຶ້ນເປັນ 3,6 % ໃນປີ 2021, ທຽບກັບຕົວເລກ 0,5 % ໃນປີ 2020.ທ່ານ Alex Kremer, ຫົວໜ້າທະນາຄານໂລກປະຈຳລາວ ກ່າວວ່າ“ ສປປ ລາວ ຮັບມືກັບການປ້ອງກັນເຊື້ອໄວແລະ ການສັກວັກຊິນໄດ້ດີລະດັບໜຶ່ງ. “ແນວໃດກໍ່ຕາມ, ຄວາມສ່ຽງຂອງບັນຫາ ໜີ້ສິນ, ເງິນກີບອ່ອນຄ່າ ແລະ ສະພາບລາຍຮັບຕໍ່ຳຂອງລັດຖະບານຍັງຈະສືບຕໍ່ເປັນບັນຫາຈຳກັດໃນການຟື້ນຟູເສດຖະກິດ. ການປະຕິຮູບທີ່ຈະຊຸກຍູ້ການລົງທຶນຂອງພາກເອກະຊົນ, ການຈ່າຍພາສີ ແລະ ການຄ້າອາດຈະເຂົ້າມາຊ່ວຍໃນເລື່ອງນີ້.ອ່ານຕໍ່ທີ່ນີ້  ...

ຂ່າວສານປະເທດລາວ

ລັດຖະບານ ທົບທວນເງື່ອນໄຂໃນການນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ໄດ້ອອກຄຳສັ່ງແນະນຳໃຫ້ຜູ້ປະກອບການ ທີ່ນຳເຂົ້າ ແລະ ຈຳໜ່າຍຍານພາຫະນະ ຍື່ນສະເໜີເອກະສານຂອງຕົນ ຕໍ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ບໍ່ໃຫ້ກາຍວັນທີ 29 ພະຈິກ.ຖ້າວ່າ ຜູ້ປະກອບການໃດ ບໍ່ມາຍື່ນສະເໜີເອກະສານຂອງຕົນ, ອາດຖືກລະງັບໃບອະນຸຍາດດຳເນີນທຸລະກິດ ແລະ ຈະບໍ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າຍານພາຫະນະ.ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບການແຕ້ງຕັ້ງໃຫ້ດຳເນີນການຕິດຕາມ ແລະ ເກັບກຳສະຖິຕິຈາກຫົວໜ່ວຍທຸລະກິດ ທີ່ມີກິດຈະກຳ ແລະ ມາດຕະຖານການບໍລິການບໍ່ຈະແຈ້ງ.ອ່ານຕໍ່ ...

ໂຕະຂ່າວ

ລາວຈະຫຼຸດຜ່ອນການນຳເຂົ້າສິນຄ້າ ເພື່ອຈຳກັດການເພີ່ມຂຶ້ນຂອງອັດຕາແລກປ່ຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະນຳໃຊ້ມາດຕະການທີ່ເຂັ້ມງວມ ໃນການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ ແລະ ຈຳກັດການໄຫຼວຽນຂອງເງິນທຶນໄປຕ່າງປະເທດ.ການເພີ່ມຂຶ້ນຂອງສິນຄ້ານຳເຂົ້າທັງຖືກກົດໝາຍ ແລະ ຜິດກົດໝາຍຈາກປະເທດເພື່ອນບ້ານ ເຮັດໃຫ້ຜູ້ຜະລິດພາຍໃນບໍ່ສາມາດແຂ່ງຂັນໄດ້ໃນແງ່ຂອງລາຄາ ແລະ ການຜະລິດ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວຕໍ່ສື່ມວນຊົນໃນການສຳພາດອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ລາຄາປາລ້ຽງທີ່ວາງຈຳໜ່າຍ ສູງກວ່າລະດັບທີ່ລັດຖະບານກຳນົດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາປາລ້ຽງທີ່ວາງຂາຍໃນນະຄອນຫຼວງວຽງຈັນໃນປະຈຸບັນ ແມ່ນສູງກວ່າລະດັບທີ່ລັດຖະບານກຳນົດ ຫຼັງຈາກທີ່ຊາວກະສິກອນທີ່ລ້ຽງປາຫຼາຍເຈົ້າປະສົບສະພາບຂາດທຶນເນື່ອງຈາກໄພນ້ຳຖ້ວມໃນໄລຍະທີ່ຜ່ານມາ.ນອກຈາກນີ້ ເຂົາເຈົ້າຍັງຕ້ອງແບກຮັບພາລະຕົ້ນທຶນໃນການລ້ຽງປາທີ່ເພີ່ມສູງຂຶ້ນ.ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ປ້ອງກັນການສວຍໂອກາດຂຶ້ນລາຄາ, ໃນເດືອນພຶດສະພາທີ່ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບລາຄາຂາຍປາດັ່ງກ່າວບໍ່ໃຫ້ເກີນ 20,000 ກີບຕໍ່ໜຶ່ງກິໂລ. ແຕ່ມາໃນປະຈຸບັນ ລາຄາທີ່ຂາຍຕາມທ້ອງຕະຫຼາດແມ່ນເພີ່ມຂຶ້ນຮອດ 23,000-25,000 ກີບຕໍ່ກິໂລ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/cost-farmed-fish-exceeds-price-set-lao-government-105206

ລາວຈະຫຍຸດການກວດສອບຄຸນນະພາບຂອງເຄື່ອງໃຊ້ໄຟຟ້າ, ອິເລັກໂທຣນິກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອອກຄຳສັ່ງຢຸດຕິການກວດສອບຄຸນນະພາບຂອງອຸປະກອນເຄື່ອງໃຊ້ໄຟຟ້າ, ອິເລັກໂທຣນິກ ເຊິ່ງນຳເຂົ້າຜ່ານຂົວມິດຕະພາບລາວ-ໄທ 1. ນັບແຕ່ມີການຈັດຕັ້ງປະຕິບັດ ບາດກ້າວດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ຂະແໜງທຸລະກິດ. ເຊິ່ງມັນໄດ້ນຳໄປສູ່ການເພີ່ມຂະບວນການນຳເຂົ້າສິນຄ້າ ລວມທັງຕົ້ນທຶນການນຳເຂົ້າ, ຕາມຂໍ້ມູນຫຼ້າສຸດຈາກເວັບໄຊທາງການຂອງກະຊວງອຸດສາຫະກຳ ແລະ ການຄ້າ.ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຈຶ່ງໄດ້ແຈ້ງການເພື່ອຢຸດຕິການກວດສອບຄຸນນະພາບ ຂອງອຸປະກອນເຄື່ອງໃຊ້ໄຟຟ້າ, ອິເລັກໂທຣນິກ ເຊິ່ງນຳເຂົ້າຜ່ານຂົວມິດຕະພາບລາວ-ໄທ 1.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-stop-quality-testing-electronic-electric-appliances-104729

ຫົວໜ່ວຍທຸລະກິດລາວຕ້ອງການລະບຽບການກ່ຽວກັບການນຳເຂົ້າສິນຄ້າບໍ່ຖືກຕ້ອງຕາມກົດໝາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວຈຳນວນຫຼາຍທີ່ຜະລິດສິນຄ້າເພື່ອສະໜອງຕະຫຼາດພາຍໃນປະເທດກຳລັງຕົກທ່າຮັບ ເນື່ອງຈາກລາວບໍ່ດຳເນີນມາດຕະການໃດໆເພື່ອຄວບຄຸມການໄຫຼເຂົ້າຂອງສິນຄ້າຂາເຂົ້າທີ່ບໍ່ຖືກຕາມລະບຽບກົດໝາຍ.“ຫົວໜ່ວຍທຸລະກິດໃນລາວຈຳນວນຫຼາຍກຳລັງສູນເສຍຜົນປະໂຫຍດທາງທຸລະກິດ ເນື່ອງຈາກເຂົາເຈົ້າບໍ່ສາມາດແຂ່ງຂັນກັບເຈົ້າອື່ນທີ່ນຳເຂົ້າສິນຄ້າແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ,” ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດແລ້ວນີ້.ອ່ານຕໍ່ ...

ເອກະພຶນ ພູທອນສີ
http://annx.asianews.network/content/lao-firms-demand-regulation-illegal-imports-102623

ລາວວາງແຜນການປະຕິຮູບລະບຽບການເພື່ອສົ່ງເສີມການຄ້າໃນພື້ນທີ່ຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຈະສືບຕໍ່ຄວາມພະຍາຍາມໃນການປັບປຸງ ຫຼື ລົບລ້າງມາດຕະການ ແລະ ລະບຽບການທີ່ບໍ່ຈຳເປັນ ກ່ຽວກັບການສົ່ງອອກ ແລະ ນຳເຂົ້າສິນຄ້າເພື່ອສົ່ງເສີມການຄ້າລະຫວ່າງຊາຍແດນ.ເຈົ້າໜ້າທີ່ຮັບຜິດຊອບການອຳນວຍຄວາມສະດວກດ້ານການຄ້າ ໄດ້ເຂົ້າຮ່ວມປະຊຸມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ໃນກອງປະຊຸມເລຂາທິການຄະນະກຳມະການອຳນວຍຄວາມສະດວກດ້ານການຄ້າຊຸດທີ 2 ເພື່ອປະເມີນຜົນສຳເລັດໃນໄລຍະຜ່ານມາຜ່ານການປະຕິຮູບດ້ານລະບຽບການ. ກອງປະຊຸມດັ່ງກ່າວຍັງໄດ້ສະແດງຄວາມຄືບໜ້າໃນການດຳເນີນງານຂອງຄະນະກຳມະການ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-plans-regulatory-reforms-boost-trade-border-crossings-102230

ການຄ້າຂອງລາວໃນຊ່ວງເຄິ່ງປີທຳອິດມີແນວໂນ້ມເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີທ່າອ່ຽງຈະສ້າງຜົນກຳໄລຈາກການຄ້າປະມານ US$121 ລ້ານໂດລາ ສຳລັບຊ່ວງຫົກເດືອນທຳອິດຂອງປີນີ້ ເຖິງວ່າລັດຖະບານໄດ້ຄາດຄະເນວ່າລາວຈະຂາດດູນການຄ້າ ປະມານ US$259 ລ້ານໂດລາສຳລັບປີ 2019.ຄາດຄະເນການສົ່ງອອກສຳລັບຊ່ວງຫົກເດືອນຕົ້ນປີແມ່ນປະມານ US$2,409 ລ້ານໂດລາ ຫຼື 55.2 ເປີເຊັນຂອງແຜນການປະຈຳປີ (US$5,516 ລ້ານໂດລາ) ເຊິ່ງໃນນັ້ນການນຳເຂົ້າແມ່ນຢູ່ທີ່ US$2,288 ລ້ານໂດລາ ຫຼືປະມານ 39.6 ເປີເຊັນຂອງແຜນປີ (US$5,775 ລ້ານໂດລາ), ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃນກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ທີ່ວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/laos-heading-half-year-trade-surplus-99327

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ZuapM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!