ເສດຖະກິດ ແລະ ການຄ້າ

ນະໂຍບາຍ ແລະ ການຄຸ້ມຄອງດ້ານເສດຖະກິດ

ນາຍົກໃຫ້ຄຳໝັ້ນໃນການເພີ່ມທະວີການປັບປຸງສະພາບແວດລ້ອມການເຮັດທຸລະກິດ ເນື່ອງຈາກປະເທດລາວຖືກຫຼຸດອັນດັບ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດ (ສພຊ) ວ່າ ລັດຖະບານຈະເພີ່ມທະວີຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ຫຼັງຈາກທີ່ປະເທດລາວຖືກຫຼຸດອັນດັບລົງ 13 ລະດັບກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການບັງຄັບໃຊ້ກົດໝາຍການລົງທຶນທີ່ບໍ່ເຂັ້ມແຂງເຮັດໃຫ້ທຸລະກິດຂະໜາດໜ້ອຍຂອງຈີນຫຼັ່ງໄຫຼເຂົ້າມາໃນລາວ

ຄວາມຜິດພາດຂອງລັດຖະບານລາວທີ່ບໍ່ສາມາດສ້າງຄວາມເຂັ້ມງວດໃນການບັງຄັບໃຊ້ກົດໝາຍວ່າດ້ວຍການລົງທຶນຂອງຕ່າງປະເທດ ເຮັດໃຫ້ທຸລະກິດຈີນຈຳນວນຫຼາຍຫຼີກລ່ຽງການປະຕິບັດຕາມລະບຽບການການລົງທຶນ ແລະ ຫຼົບຫຼີກການຈ່າຍອາກອນ ໃນຂະນະທີ່ດຳເນີນກິດຈະການຮ້ານຄ້າ ແລະ ຮ້ານອາຫານໃນປະເທດລາວ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

RFA’s Lao Service

ລັດຖະບານຄາດການຂະຫຍາຍຕົວຂອງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການຈະຫຼຸດລົງ

 (ຂປລ) ລັດຖະບານຄາດຄະເນການຂະຫຍາຍຕົວຂອງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການຈະຕ່ຳກວ່າລະດັບຄາດໝາຍ ຕາມຄຳເຫັນຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ.ການຜະລິດໃນຂະແໜງກະສິກຳ ແລະ ປ່າໄມ້ໃນປີນີ້ຄາດວ່າຈະຢູ່ທີ່ 2.5%, ຕ່ຳກວ່າຄາດໝາຍທີ່ວາງໄວ້ທີ່ 2.8%.ອ່ານຕໍ່ ...

ຂປລ

ອຳນາດການປົກຄອງສັ່ງຢຸດກິດຈະການຮ້ານເສີມສວຍຕ່າງປະເທດ

ຮ້ານເສີມສວຍຈຳນວນໜຶ່ງທີ່ເປັນຂອງຊາວຕ່າງປະເທດໃນນະຄອນວຽງຈັນ ໄດ້ຖືກສັ່ງປິດກິດຈະການຊົ່ວຄາວ ຫຼັງຈາກທີ່ເຈົ້າໜ້າທີ່ກວດພົບວ່າມີການລະເມີດລະບຽບການທີ່ກ່ຽວຂ້ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ທະນາຄານໂລກສະໜັບສະໜູນການສົ່ງເສີມການຂະຫຍາຍທຸລະກິດແບບຍືນຍົງ

ທະນາຄານໂລກໄດ້ອະນຸມັດທຶນຈຳນວນ 13 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການປະຕິຮູບສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ ແລະ ເພື່ອຫຼຸດຜ່ອນຈຳນວນວັນທີ່ໃຊ້ໃນການຈົດທະບຽນທຸລະກິດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນາຍົກຮຽກຮ້ອງການນຳໃນການກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ອອກຄຳສັ່ງຕໍ່ບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ ແລະ ເຈົ້າແຂວງຕ່າງໆ ໃນການຈັດຕັ້ງປະຕິບັດແປດມາດຕະການເພື່ອກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ. ມາດຕະການດັ່ງກ່າວແມ່ນສ້າງຂຶ້ນເພື່ອສົ່ງເສີມການພັດທະນາເສດຖະກິດສັງຄົມໃນໄລຍະທີ່ຍັງເຫຼືອຂອງປີນີ້ ແລະ ປີ 2019 ພາຍໃຕ້ຄວາມເຄັ່ງຕຶງທາງດ້ານງົບປະມານ.ອ່ານຕໍ່ ...

ສົມສັກ ພົງຂາວ

ຄະນະລັດຖະມົນຕີຖືໂອກາດສັ່ງດຳເນີນການກະຕຸ້ນການຂະຫຍາຍຕົວດ້ານເສດຖະກິດ

ຄະນະລັດຖະມົນຕີແຫ່ງຊາດໄດ້ສັ່ງໃຫ້ກະຊວງ ແລະ ຂະແໜງການຕ່າງໆດຳເນີນການທັນທີໃນການຈັດຕັ້ງປະຕິບັດມາດຕະການ ຕາມທີ່ໄດ້ສະໜີຕໍ່ສະພາແຫ່ງຊາດໃນຕົ້ນເດືອນນີ້ ເພື່ອກະຕຸ້ນເສດຖະກິດ. ອີງຕາມແປດມາດຕະການຕົ້ນຕໍ, ລັດຖະບານຈະສືບຕໍ່ສູ້ຊົນປັນປຸງສະພາບແວດລ້ອມການເຮັດທຸລະກິດທີ່ສະດວກ, ຄວບຄຸມອັດຕາເງິນເເຟີ້ ແລະ ປັບປຸງນະໂຍບາຍເງິນຕາເພື່ອດຶງດູດການລົງທຶນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ທະນາຄານໂລກ,​ ເສດຖະກິດລາວເຕີບຕົວຢ່າງເຂັ້ມແຂງ, ແຕ່ຍັງມີຄວາມສ່ຽງຍ້ອນໜີ້ສິນອັນມະຫາສານຂອງລັດ

ອັດຕາການເຕີບຕົວດ້ານເສດຖະກິດຂອງລາວມີການຂະຫຍາຍຕົວຢ່າງເຂັ້ມແຂງ ທຽບກັບບັນດາປະເທດໃນພາກພື້ນ, ແຕ່ວ່າປະເທດລາວຍັງຄົງມີຄວາມສ່ຽງຍ້ອນໜີ້ສິນຂອງລັດທີ່ສູງ, ຕາມການເພີ່ມຂຶ້ນຂອງສ່ວນແບ່ງໜີ້ສິນເຊິ່ງບໍ່ຢູ່ພາຍໃຕ້ເງື່ອນໄຂການສຳປະທານ,​ ຕາມບົດລາຍງານການຕິດຕາມສະພາບເສດຖະກິດລາວຂອງທະນາຄານໂລກ ສະບັບຫຼັງສຸດ . ໃນປີນີ້ ການເຕີບຕົວທາງດ້ານເສດຖະກິດຂອງລາວຄາດຄະເນຢູ່ໃນລະດັບ 6.7 ເປີເຊັນ ຂະນະທີ່ໜີ້ສິນຂອງລັດແມ່ນຕົກຢູ່ປະມານ 61 ເປີເຊັນຂອງ GDP ໃນທ້າຍປີ 2017.ອ່ານຕໍ່ ...

ວຽງຈັນທາມສ໌

ຜູ້ນຳ ACMECS  ຈະທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ

ຜູ້ນຳປະເທດສະມາຊິກຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ຂອງ, ເອຍະວະດີ,​ ເຈົ້າພະຍາ (ACMECS) ຈະພົບປະກັນໃນກອງປະຊຸມສຸດຍອດຄັ້ງທີ 8 ຢູ່ບາງກອກ ປະເທດໄທ ໃນວັນທີ 15-16 ມີຖຸນານີ້ ເພື່ອທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ. ໃນຂະນະດຽວກັນ ບັນດາຜູ້ນຳຍັງຈະປະຊຸມໃນກອງປະຊຸມສຸດຍອດກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ຄັ້ງທີ 9. ຄະນະຜູ້ແທນຈາກລາວທີ່ຈະເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີອ່ານຕໍ່ ...

ວຽງຈັນທາມສ໌

ລັດປັບປຸງມາດຕະການກະຕຸ້ນການເຕີບຕົວທາງດ້ານເສດຖະກິດ

ລັດຖະບານໄດ້ຮັບຮອງເອົາມາດຕະການເພື່ອກະຕຸ້ນການເຕີບຕົວທາງດ້ານເສດຖະກິດ ທັງດຳເນີນບາດກ້າວເພື່ອຈຳກັດເງິນເຟີ້ ເຊິ່ງອາດເກີດຄວາມຫຍຸ້ງຍາກ ຖ້າຄ່າເງິນດີດຕົວຂຶ້ນສູງ.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

f3LTT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!