ເສດຖະກິດ ແລະ ການຄ້າ

ນະໂຍບາຍ ແລະ ການຄຸ້ມຄອງດ້ານເສດຖະກິດ

ນາຍົກຮຽກຮ້ອງໃຫ້ມີການຮ່ວມມື ເພື່ອແກ້ໄຂອຸປະສັກໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເຫັນດີກັບແນວຄິດໃນການຈັດຕັ້ງຄະນະສະເພາະກິດ ຕາມການສະເໜີຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ກ່ຽວກັບການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ.ທ່ານນາຍົກ ໄດ້ໃຫ້ການສະໜັບສະໜູນການສ້າງຕັ້ງກຸ່ມເຮັດວຽກພິເສດ ໃນກອງປະຊຸມທຸລະກິດລາວ ຄັ້ງທີ 12 ໃນວັນອັງຄານນີ້, ໂດຍເຫັນວ່າເປັນການສົ່ງເສີມ ແລະ ເພີ່ມທະວີປະສິດທິຜົນດ້ານການຮ່ວມມືລະຫວ່າງຂະແໜງການລັດ ແລະ ເອກະຊົນ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ພິທີແຕ່ງຕັ້ງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຄົນໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ລີເບີ ລີບົວປາວ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ຜູ້ວ່າການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຄົນໃໝ່ ແທນທ່ານ ບົວສອນ ບຸບຜາວັນ ທີ່ເຖິງອາຍຸກະສຽນ.ພິທີຖະແຫຼງການແຕ່ງຕັ້ງຢ່າງເປັນທາງການ ໄດ້ມີຂຶ້ນທີ່ສະຖາບັນ ໃນວັນສຸກແລ້ວນີ້ ພາຍໃຕ້ການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ.ອ່ານຕໍ່ ...

ໂຕະຂ່າວ

ຂະແໜງເອກະຊົນຮຽກຮ້ອງໃຫ້ມີການປາບປາມຜູ້ປະກອບການທີ່ປະຕິບັດບໍ່ຖືກຕາມລະບຽບກົດໝາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງເອກະຊົນທີ່ຊອບດ້ວຍກົດໝາຍ ຮຽກຮ້ອງໃຫ້ລັດຖະບານຮັບຜິດຊອບໃນການສ້າງສະພາບແວດລ້ອມທີ່ສະດວກຕໍ່ການດຳເນີນທຸລະກິດ ດ້ວຍການຈັດການກັບການຄ້າຂາຍທີ່ບໍ່ໂປ່ງໃສ, ທຸລະກິດທີ່ບໍ່ເປັນທາງການ, ແລະ ບໍລິສັດທີ່ດຳເນີນການໂດຍບໍ່ມີໃບອະນຸຍາດ.ສະມາຊິກສະມາຄົມທຸລະກິດຕາງໜ້າບໍລິສັດ ແລະ ຜູ້ປະກອບການຕ່າງໆໄດ້ກ່າວຄຳຮຽກຮ້ອງໃນກອງປະຊຸມປຶກສາຫາລືຂະແໜງການລັດ ແລະ ເອກະຊົນ ທີ່ນະຄອນຫຼວງວຽງຈັນ ຫວ່າງໝໍ່ໆມານີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-business-sector-seeking-crackdown-illegal-operators-103706

ແຜນພັດທະນາການເປັນຜູ້ນຳເພື່ອສົ່ງເສີມຄວາມສຳເລັດທາງທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ການພັດທະນາການເປັນຜູ້ນຳທາງທຸລະກິດ ແມ່ນໜຶ່ງໃນແຜນບູລິມະສິດ ເພື່ອຈຸດປະສົງໃນການສ້າງການດຳເນີນທຸລະກິດໃນລາວໃຫ້ເຂັ້ມແຂງ, ປະສົບຜົນສຳເລັດ ແລະ ມີຄວາມຍືນຍົງຍິ່ງຂຶ້ນ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດສັງຄົມ.ເຈົ້າໜ້າທີ່ບໍລິຫາຈາກພາກສ່ວນລັດຖະບານ, ວິສາຫະກິດ ແລະ ຂະແໜງເອກະຊົນ ເຂົ້າຮ່ວມກອງປະຊຸມສຳມະນາມື້ວານນີ້ ທີ່ວຽງຈັນ ເພື່ອຮຽນຮູ້ກ່ຽວກັບການເປັນຜູ້ນຳທາງທຸລະກິດ ແລະ ວິທີການໃນການພັດທະນາແຜນເພື່ອການເປັນຜູ້ນຳດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/leadership-development-programme-promote-successful-business-101597

ກອງປະຊຸມເພື່ອຫາລືການດັດແກ້ກົດໝາຍກ່ຽວກັບການລົ້ມລະລາຍຂອງວິສາຫະກິດໃນລາວ

(ຂປລ) ໃນວັນທີ 18 ກໍລະກົດຜ່ານມາ ກະຊວງຍຸດຕິທຳໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການດັດແກ້ຮ່າງກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ. ຮ່າງກົດໝາຍດັ່ງກ່າວຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາຮັບຮອງເອົາໃນໄວໆນີ້.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ການຊ້ອງໜ້າຂອງທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸດຕິທຳ ແລະ ທ່ານ ນິນາ ໂມເຊວາ ຫົວໜ້າຊ່ຽວຊານຂະແໜງການເງິນຂອງກຸ່ມທະນາຄານໂລກ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47179

ການຄວບຄຸມລາຄາສິນຄ້າໃນລາວຍັງຄົງມີຄວາມຫຍຸ້ງຍາກ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຍັງຄົງຜະເຊີນກັບຂໍ້ຫຍຸ້ງຍາກໃນການຄວບຄຸມລາຄາສິນຄ້າໃນລາວ ເນື່ອງຈາກສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໄທ, ຕາມບົດລາຍງານຂອງກະຊວງ.ກະຊວງການຄ້າໄດ້ເຜີຍແຜ່ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ສິນຄ້ານຳເຂົ້າ ໃນກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນໃນອາທິດແລ້ວນີ້, ເຊິ່ງຢືນຢັນວ່າການປ່ຽນແປງຂອງລາຄາສິນຄ້າຢູ່ໄທໄດ້ສົ່ງຜົນກະທົບຜົນຢ່າງໃຫຍ່ຫຼວງຕໍ່ລາຄາສິນຄ້າໃນລາວ.ອ່ານຕໍ່  ...

ເອກະພອນ ພູທອນສີ

ກະຊວງການຄ້າຈະລົງກວດກາຫົວໜ່ວຍທຸລະກິດຕ່າງປະເທດທີ່ບໍ່ມີເອກະສານ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າກຳລັງດຳເນີນການແກ້ໄຂບັນຫາທີ່ບໍລິສັດຕ່າງປະເທດຈຳນວນໜຶ່ງດຳເນີນກິດຈະການໃນລາວ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງການຄ້າ ໄດ້ລົງນາມຮັບຮອງເອົາຄຳສັ່ງແນະນຳຂອງລັດຖະມົນຕີ ລົງວັນທີ 12 ມິຖຸນາ, ສະເໜີໃຫ້ພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ເມືອງດຳເນີນການໃນເລື່ອງດັ່ງກ່າວໃນເດືອນີ້.ຄຳສັ່ງແນະນຳດັ່ງກ່າວ ເຊິ່ງມີການເຜີຍແຜ່ໃນເວັບໄຊຈົດໝາຍເຫດທາງລັດຖະການໃນວັນທີ 18 ມິຖຸນາ ມອບໝາຍພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ເມືອງແຕ່ງຕັ້ງເຈົ້າໜ້າທີ່ ເພື່ອລົງກວດກາຫົວໜ່ວຍທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັັນການປະຕິບັດໃຫ້ສອດຄ່ອງຕາມລະບຽບກົດໝາຍ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/lao-commerce-ministry-addressing-undocumented-foreign-businesses-98857

ຂະແໜງເອກະຊົນຂອງລາວຫວັງວ່າຈະສາມາດດຳເນີນທຸລະກິດໄດ້ສະດວກຂຶ້ນຜ່ານມາດຕະຖານການປະເມີນຜົນສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງເອກະຊົນໃນລາວຫວັງວ່າ ຂະແໜງການລັດຈະເຮັດໃຫ້ວຽກງານການຄ້າ ແລະ ການລົງທຶນສະດວກຍິ່ງຂຶ້ນຈາກການນຳໃຊ້ມາດຕະຖານການປະເມີນຜົນສາກົນ.ບັນດາມາດຕະຖານດັ່ງກ່າວນີ້ຈະຖືກນຳໃຊ້ໃນການປະເມີນປະສິດທິພາບຂອງການບໍລິການຂອງຂະແໜງການລັດ ແລະ ສະແດງໃຫ້ເຫັນຈຸດອ່ອນໃນການດຳເນີນງານ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-private-sector-hopes-easier-business-operation-through-int%E2%80%99l-evaluation-97555

ການຄຸ້ມຄອງທາງການເງິນພາກລັດເປັນຊ່ອງທາງໃນການສ້າງຜົນຕອບແທນສູງສຸດຈາກການລົງທຶນໃນລາວໃນອະນາຄົດ: ທະນາຄານໂລກ

ພາຍໃຕ້ການຂະຫຍາຍຕົວຂອງປະຊາກອນ ແລະ ການພັດທະນາ ແລະ ຫັນເປັນຕົວເມືອງທາງດ້ານເສດຖະກິດ-ສັງຄົມທີ່ວ່ອງໄວ ເຊິ່ງຮຽກຮ້ອງໃຫ້ມີການລົງທຶນທາງດ້ານຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ, ຄວາມຮຽກຮ້ອງຕ້ອງທາງການເງິນພາກລັດແມ່ນມີສູງກວ່າທີ່ຜ່ານມາ.ຄວາມຕ້ອງການເຫຼົ່ານີ້ແມ່ນແຜ່ຫຼາຍຢູ່ໃນທຸກຂະແໜງການຂອງຊາດ ຄຽງຄູ່ກັບສິ່ງທ້າທາຍສະເພາະຂອງປະເທດກໍຄືລູກລະເບີດທີ່ຍັງບໍ່ທັນແຕກ (ລບຕ).ອ່ານຕໍ່ ...

The Laotian Times

ຍີ່ປຸ່ນສົ່ງເສີມການຫາລືກ່ຽວກັບອາກອນມູນຄ່າເພີ່ມສຳລັບເຈົ້າໜ້າທີ່ການເງິນ

(ຂປລ) ກົມສ່ວຍສາອາກອນກະຊວງການເງິນ ແລະ ຍີ່ປຸ່ນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບອາກອນມູນຄ່າເພີ່ມ (VAT) ຄັ້ງທີ 5 ຂຶ້ນໃນວັນທີ 7 ມັງກອນນີ້ ເພື່ອສົ່ງເສີມການຫາລືກ່ຽວກັບ (VAT) ໃນຖັນແຖວພະນັກງານ.ກອງປະຊຸມສຳມະນາດັ່ງກ່າວຈັດຂຶ້ນເພື່ອລົງເລິກຄວາມເຂົ້າໃຈຂອງພະນັກງານກ່ຽວກັບການຄຸ້ມຄອງອາກອນ ເພື່ອການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ໂດຍສະເພາະແມ່ນແນໃສ່ຂະບວນການມອບຄືນ VAT ໂດຍອີງໃສ່ກົດໝາຍວ່າດ້ວຍ VAT ເຊິ່ງໄດ້ມີການຮັບຮອງຢ່າງເປັນທາງການໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນປີ 2018.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kTU9Z
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!