covid-19

ໂຮງໝໍພາກສະໜາມແຫ່ງທີສອງໄດ້ເປີດນຳໃຊ້

ສະໜາມກິລາໃນຮົ່ມລ້ານຊ້າງ ໄດ້ຖືກປັບປຸງໃຫ້ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ປ່ວຍພະຍາດໂຄວິດ-19 ຢູ່ໃນນະຄອນຫຼວງວຽງຈັນພາຍຫຼັງໄດ້ຈຳນວນຜູ້ຕິດເຊື້ອເພິ່ມຂື້ນໃນປັດຈຸບັນ. ໂຮງໝໍຫຼັງດັ່ງກ່າວໄດ້ຕັ້ງຢູ່ບ້ານດອນກອຍ, ເມືອງສີສັດຕະນາກ ຊຶ່ງປະກອບມີ 303​ ຕຽງນອນ. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ວຽງຈັນລອກດາວ ເພື່ອປ້ອງກັນໂຄວິດ-19

ນາຍົກໄດ້ອອກ ຄຳສັ່ງປິດຕົວເມືອງນະຄອນຫຼວງວຽງຈັນເປັນເວລາ 14 ວັນ ເນື່ອງຈາກ ມີກໍລະນີຕິດພະຍາດເພີ່ມຂື້ນ, ໃນຂະນະທີ່ບັນດາແຂວງອື່ນໆກໍ່ຖືກຮຽກຮ້ອງໃຫ້ພິຈາລະນາເພີ່ມທະວີມາດຕະການປ້ອງກັນເຊັ່ນກັນ. ພາຍຫຼັງທີ່ນະຄອນຫຼວງຂອງປະເທດໄດ້ປະກາດພົບຜູ້ຕິດເຊື້ອໂຄວິດ-19ເປັນ 20 ກໍລະນີ ໃໝ່ ໂດຍເຊື່ອກັນວ່າເລິ່ມເກີດຂື້ນໃນຊ່ວງວັນພັກປີໃໝ່ລາວ.  ເອກະສານທາງການສາມາດດາວໂຫຼດໄດ້ທີ່ນີ້ >>> ອ່ານເພິ່ມເຕີມ.  ...

ລັດສະໝີ ພອນວິໄລ

ລັດຖະບານຂະຫຍາຍກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19

ລັດຖະບານ ຂະຫຍາຍກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19 ກ້ວາງອອກຕື່ມ ຊຶ່ງຈະລວມມື ພະນັກງານທີ່ເຮັດວຽກກ່ຽວກັບການຂົນສົ່ງ, ພະນັກງານທີ່ເຮັດວຽກກ່ຽວກັບການທ່ອງທ່ຽວ ແລະ ທະນາຄານ, ຜູ້ປະກອບການ, ຮ້ານອາຫານ, ຮ້ານຂາຍເຄື່ອງ, ພະນັກງານຄູ-ອາຈານ, ພະນັກງານຂົງເຂດໄຟຟ້າ ແລະ ນ້ຳປະປາ; ອີງຕາມພະແນກສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມ, ກະຊວງສາທາລະນະສຸກ.  ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ສປປ ລາວ ເປີດບໍລິການລົງທະບຽນອອນລາຍ ເພື່ອຮັບວັກຊິນປ້ອງກັນໂຄວິດ-19

ສປປ ລາວ ໄດ້ຈັດຕັ້ງໂຄງການລົງທະບຽນອອນລາຍ ເພື່ອຮັບວັກຊິກປ້ອງກັນໂຄວິດ-19 ໂດຍເນັ້ນໃສ່ບັນດາກຸ່ມສ່ຽງເປັນບູລິມະສິດ. ອີງຕາມແຈ້ງການຂອງ ສູນຂ່າວສານການແພດສຸຂະສຶກສາ ກ່າວວ່າ ການສັກຢາວັກຊິນປ້ອງກັນໂຄວິດ-19 ຈະມີຂື້ນໃນວັນທີ 2-3 ເມສາ ທີ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຫ່ງຕ່າງຢູ່ນະຄອນຫຼວງວຽງຈັນ. ຜູ້ທີ່ມີເງື່ອນໄຂສາມາດລົງທະບຽນສັກຢາກັນພະຍາດໄດ້ທາງເວັບໄຊທ໌ທາງການ http://vaccinatelaos.la ຫຼື  www.covid19.gov.la. ອ່ານເພິ່ມເຕີມ ...

ໄພບູນ ທະນະບົວສີ

ລັດຖະບານສັ່ງຫ້າມຈັດງານໃນຊ່ວງບຸນປີໃໝ່ລາວ

ງານສະຫຼອງທຸກປະເພດ ໄດ້ຖືກຫ້າມຈັດຂື້ນໃນຊ່ວງບຸນປີໃໝ່ລາວ ລະຫວ່າງ 14-16 ເມສາ ຊຶ່ງເປັນສ່ວນໜຶ່ງໃນການສືບຕໍ່ປະຕິບັດມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19. ທຸກໆກິດຈະກຳໄດ້ຖືກຫ້າມໃນປີໃໝ່ ເຊັ່ນການຈັດງານໂຮມຊຸມນຸມບຸນປະເພນີ, ຄອນເສີດ, ງານປະກວດນາງສາວລາວ ແລະ ອື່ນໆ ຕາມທ້ອງຖະໜົນ; ງານສະແດງທາງວັດທະນະທຳຢູ່ຕາມວັດວາອາຮາມ ແລະ ແຄມແມ່ນ້ຳຕ່າງກໍຖືກຫ້າມເຊັ່ນກັນ ພ້ອມນັ້ນ, ປະຊາຊົນກໍຫ້າມມີການຫຼີ້ນນ້ຳສີ ຫຼື ນ້ຳເປື້ອນຢູ່ຕາມແຄມຖະໜົນ ແລະ ຕາມສະຖານທີ່ສາທາລະນະ. ອ່ານເພິ່ມເຕີມ  ...

ສົມສັກ ພົງຂາວ

ວັກຊິນປ້ອງກັນໂຄວິດ-19 ໄດ້ມາຮອດ ສປປ ລາວ ຊຶ່ງອຳນວຍຄວາມສະດວກໂດຍກຸ່ມບໍລິສັດ ໂຄແວັກ

ປະເທດລາວໄດ້ຮັບຢາວັກຊິນປ້ອງກັນໂຄວິດ-19 ຄັ້ງທຳອິດທີ່ຂົນສົ່ງຜ່ານການອຳນວຍຄວາມສະດວກຂອງບໍລິສັດ ໂຄແວັກ, ຊຶ່ງເປັນການຮ່ວມມືລະຫວ່າງອົງການນະວັດຕະກຳແບບປະສົມປະສານເພື່ອການກຽມພ້ອມຂອງໂລກລະບາດ (CEPI), ອົງການກາວີ (Gavi), ອົງການພັນທະມິດວັກຊີນ, ອົງການ UNICEF ແລະ ອົງການອະນາໄມໂລກ (WHO).ອ່ານເພິ່ມເຕີມ  ...

ລັດສະໝີ ພອນວິໄລ

ປະຊາກອນປະມານ 2,000 ຄົນໃນລາວ ຈະຖືກໂດດດ່ຽວ ສ້າງຄວາມກັງວົນຕໍ່ສະຖານະການໂຄວິດ-19

ຄະນະສະເພາະກິດເພື່ອຕ້ານ, ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19 ໄດ້ປະກາດວ່າ ໄດ້ຕິດຕາມກວດກາ 2,212 ຄົນໃນທົ່ວປະເທດລາວ. ຄົນຈຳນວນເຫຼົ່ານັ້ນ ໄດ້ຖືກກັກຂັງຢູ່ສູນພັກເຊົາ 31 ແຫ່ງໃນຂອບເຂດທົ່ວປະເທດ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ພາຍໃຕ້ກະຊວງສາທາລະນະສຸກ ທ່ານ ພອນປະເສີດ ໄຊຍາມຸງຄຸນ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ, ນະຄອນຫຼວງວຽງຈັນ.ອ່ານເພິ່ມເຕີມທີ່  ...

ການສັກຢາປ້ອງກັນ ໂຄວິດ-19 ຮອບທີສອງ ຈະເລີ່ມຕົ້ນໃນເດືອນນີ້

ພະນັກງານແພດ ແລະ ພະນັກງານທົ່ວໄປ ຍັງສືບຕໍ່ປະເຊີນກັບຄວາມທ້າທາຍໃນການເຝົ້າຕິດຕາມຜູ້ທີ່ຂ້າມແດນ ແລະ ໃຫ້ການຊ່ວຍເຫຼືອບັນດາແຮງງານຕິດຄ້າງ ທີ່ໄດ້ຮັບຜົນກະທົບຈາກພະຍາດລະບາດໂຄວິດ-19. ການສັກວັກຊິດຮອບທີ ສອງ ຈະມີຂື້ນໃນເດືອນ ມີນາ ເຖິງ ເມສາ ໂດຍໄດ້ຈັດໃຫ້ກັບບັນດາໜ່ວຍງານແພດອາສາສະໝັກກ່ອນໃນທ້າຍປີກາຍນີ້ ຊຶ່ງຕາມການລາຍງານຂອງ ດຣ. ພອນປະເສີດ ອຸ່່ນນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບພາຍໃຕ້ກະຊວງສາທາລະນະສຸກໃນວັນອັງຄານທີ່ຜ່ານມານີ້. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ລັດຖະບານຍົກລະດັບການຄວບຄຸມຊາຍແດນເພື່ອປ້ອງກັນການແຜ່ລາມຂອງພະຍາດໂຄວິດ-19

ລັດຖະບານໄດ້ສືບຕໍ່ຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້ມເມືອງຂອງປະຊາຊົນແບບຜິດກົດໝາຍ ແລະ ຫຼີກລ່ຽງການກວດສອບທີ່ເພິ່ມການແຜ່ກະຈາຍຂອງພະຍາດໂຄວິດ-19 ຕາມການຖະແຫຼ່ງຂ່າວຂອງ ຄະນະສະເພາະກິດເພື່ອກວດແລະຄວບຄຸມເຊື້ອໂຄວິດ. ການເຄື່ອນໄຫວດັ່ງກ່າວ ເປັນໜຶ່ງຂອງມາດຕະການເລັ່ງລັດທີ່ມີກຳນົດຈົນຮອດວັນທີ 28 ກຸມພາ 2021 ເພື່ອສາມາດກວດກາຫາເຊື້ອພະຍາດໄດ້. ການປ້ອງກັນເຊື້ອພະຍາດ ແລະ ມາດຕະການຕ່າງໆ ແມ່ນໄດ້ຖືກສ້າງຂື້ນຢ່າງຕໍ່ເນື່ອງໂດຍລັດຖະບານທຸກໆເດືອນ. ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ສປປ ລາວ ເລິ່ມສັກວັກຊິນໃຫ້ບັນດາພະນັກງານແພດໝໍກ່ວາ 600 ຄົນ

ສປປ ລາວ ເລິ່ມສັກວັກຊິນໃຫ້ບັນດາບັນດາພະນັກງານແພດໝໍກ່ວາ 600 ຄົນ, ຊຶ່ງນຳໂດຍທ່ານ ຮອງນາຍົກ ແລະ ລັດຖະມົນຕີກະຊວງສາທາລະນະສຸກວັນ. ອີງຕາມການລາຍງານຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບັນດາພະນັກງານແພດຈຳນວນ 600 ຄົນ ແລະ ແພດໝໍທີ່ຢູ່ແນວໜ້າຜູ້ທີ່ຢູ່ໃນກຸ່ມສ່ຽງໄດ້ເລິ່ມຮັບການສັກວັກຊິນເພື່ອປ້ອງກັນພະຍາດໂຄວິດ-19. ການດຳເນີນການໄດ້ມີຂື້ນທີ່ໂຮງໝໍມິດຕະພາບ ແລະ ໂຮງໝໍໄຊເສດຖາທິລາດ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ, ຮອງນາຍົກ ແລະ ທ່ານ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ.​ ສືບຕໍ່ອ່ານທີ່   ...

ໄພບຸນ ທະນາບົວສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ngPV3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!