ການຊ່ວຍເຫຼືອ ແລະ ການພັດທະນາ

ອົງການຢູນີເຊັບ ຮ່ວມກັບ ສະຖານທູດຍີ່ປຸ່ນ ລົງຢ້ຽມຢາມແຂວງອັດຕະປື ເພື່ອຊຸກຍູ້ມາດຕະການຮັບມືກັບໄພພິບັດ

(KPL)- ທ່ານ ເອກອັກຄະລັດຖະທູດປະຈຳ ສປປ ລາວ Keizo Takewaka ພ້ອມດ້ວຍຕົວແທນຈາກ ອົງການຢູນີເຊັບ ໄດ້ລົງຢ້ຽມຢາມເມືອງສະໜາມໄຊ, ແຂວງອັດຕະປີ ໃນວັນທີ 12 ພະຈິກ ເພື່ອສຳຫຼວດຕິດຕາມຊຸກຍູ້ການມາດຕະການຮັບມືກັບໄພພິບັດທີ່ກະທົບຕໍ່ຊຸມຊົນ. ອ່ານຕໍ່ ...

KPL

ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP

ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ  ...

ໂຕະຂ່າວສານປະເທດລາວ

ສະຫະພາບຢູໂຣບ ຢືນຢັນສະໜັບສະໜູນການລິເລີ່ມດ້ານການສຶກສາ ແລະ ໂພຊະນາການຂອງລັດຖະບານ

ຄະນະຜູ້ແທນສະຫະພາບຢູໂຣບປະຈຳລາວ ໄດ້ກ່າວສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການສືບຕໍ່ການພັດທະນາ ແລະ ຍົກລະດັບລະບົບການສຶກສາ ແລະ ໂພຊະນາການ ໃນທຸກເຂດທົ່ວປະເທດ.ການສະໜັບສະໜູນນີ້ ລວມມີການຊ່ວຍເຫຼືອດ້ານການເງິນ ແລະ ວິຊາການ ສຳລັບການລິເລີ່ມຕ່າງໆ ເຊັ່ນ ໂຄງການສົ່ງເສີມການສຶກສາຂັ້ນພື້ນຖານ ແລະ ໂຄງການສະໜັບສະໜູນງົບປະມານດ້ານໂພຊະນາການ.ອ່ານຕໍ່ ...

ສົງຄົມໄຊ ບຸບຜານຸວົງ

ລັດຖະບານຊຸກຍູ້ແຜນພັດທະນາປີ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ໄດ້ຈັດຕັ້ງກອງປະຊຸມພິເສດ ເພື່ອສ້າງພື້ນຖານໃນບັນດາອົງການຈັດຕັ້ງຂອງລັດ ກ່ຽວກັບວິທີເພື່ອຮັບປະກັນການຈັດຕັ້ງປະຕິບັດ ແຜນພັດທະນາແຫ່ງຊາດປີ 2020.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນປະທານ ໃນພິທີເປີດກອງປະຊຸມໄລຍະສອງວັນຂອງລັດຖະບານ ເຊິ່ງຈະອັດລົງໃນມື້ນີ້ ທີ່ຫໍປະຊຸມແຫ່ງຊາດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຍີ່ປຸ່ນໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນ, ນ້ຳປະປາ ໃນຊຸມຊົນທຸກຍາກຂອງລາວ

(ຂປລ) ລັດຖະບານຍີ່ປຸ່ນ ອະນຸມັດການຊ່ວຍເຫຼືອລ້າ ມູນຄ່າກວ່າ US$159,000 ໂດລາ ສຳລັບສອງໂຄງການກ່ຽວກັບການສຶກສາ ຢູ່ແຂວງບໍ່ແກ້ວ ແລະ ແຂວງເຊກອງ ແລະ ໜຶ່ງໂຄງການລະບົບນ້ຳປະປາ ຢູ່ແຂວງໄຊຍະບູລີ ຜ່ານໂຄງການຊ່ວຍເຫຼືອລ້າເພື່ອການສ້າງຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).ສັນຍາການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 18 ທັນວານີ້, ລະຫວ່າງທ່ານ ທາເກວາກະ ເກໂຊະ, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ແລະ ຕາງໜ້າອຳນາດການປົກຄອງແຂວງ ແລະ ເມືອງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ກະຊວງແຜນການ ທົບທວນແຜນງານພັດທະນາເສດຖະກິດ-ສັງຄົມ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນ ສະຫຼຸບພາລະກິດການຈັດຕັ້ງວາລະການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສຳລັບປີນີ້ ແລະ ຫັນທິດສຸມໃສ່ການປະຕິບັດ ແຜນການສຳລັບປີ 2020.ກອງປະຊຸມທົບທວນຂະແໜງແຜນການ ແລະ ການລົງທຶນ ໄດ້ຈັດຂຶ້ນວານນີ້ ທີ່ນະຄອນວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ ສອນໄຊ ສີພັນດອນ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

UNDP ເປີດໂຕບົດວິເຄາະຄວາມບໍ່ສະເໝີພາບໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳລາວ ເປີດໂຕບົດວິເຄາະຄວາມບໍ່ສະເໝີພາບໃນສາມຂັ້ນຄື “ເໜືອກວ່າລາຍຮັບ, ເໜືອກວ່າຄ່າສະເລ່ຍ, ແລະ ເໜືອວ່າປະຈຸບັນ” ເຊິ່ງສະເໜີຊຸດທາງເລືອກດ້ານນະໂຍບາຍ ເພື່ອຈັດການກັບບັນຫາດັ່ງກ່າວ.ບົດລາຍງານການພັດທະນາມະນຸດຂອງ UNDP ສະບັບປີ 2019 “ເໜືອກວ່າລາຍຮັບ, ເໜືອກວ່າຄ່າສະເລ່ຍ, ແລະ ເໜືອວ່າປະຈຸບັນ”, ຄວາມບໍ່ສະເໝີພາບໃນການພັດທະນາຊັບພະຍາກອນມະນຸດໃນສະຕະວັດທີ 21 ໄດ້ມີການເປີດໂຕທີ່ນະຄອນຫຼວງວຽງຈັນ ໃນວັນຈັນນີ້, ເຊິ່ງເປັນມື້ດຽວກັບການເປີດໂຕຢູ່ ບໍໂກຕາ, ຄໍລົມເບຍ.ອ່ານຕໍ່   ...

ໂຕະຂ່າວ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອເຄື່ອງຈັັກເກັບກູ້ລະເບີດລູກຫວ່ານ ສຳລັບການເກັບກູ້ຢູ່ແຂວງຊຽງຂວາງ

(ຂປລ) ໃນວັນທີ 11 ທັນວາ 2019 ນີ້, ລັດຖະບານຍີ່ປຸ່ນ ໄດ້ອະນຸມັດການຊ່ວຍເຫຼືອລ້າມູນຄ່າ USD 746,128 ໂດລາ ເພື່ອສະໜັບສະໜູນການເກັບກູ້ລະບີດບໍ່ທັນແຕກ (ລບຕ) ໂດຍການນຳໃຊ້ເຄື່ອງຈັກເກັບກູ້ລະເບີດລູກຫວ່ານ ຢູ່ແຂວງຊຽງຂວາງ.ສັນຍາກ່ຽວກັບໂຄງການດັ່ງກ່າວ ໄດ້ມີການລົງນາມ ທີ່ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໃນວັນທີ 11 ທັນວານີ້ ລະຫວ່າງທ່ານ ທາເກວະກະ ເຄໂຊະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ໂດໂກະ ທາກາຮິຊະ ຮອງປະທານອົງການເກັບກູ້ລະເບີດຍີ່ປຸ່ນ (JMAS), ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ ທີ່ເປັນຜູ້ລິເລີ່ມ ແລະ ຄຸ້ມຄອງໂຄງການດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ເກົາຫຼີໃຕ້ ໃຫ້ທຶນເກືອບ US$44 ລ້ານໂດລາສຳລັບໂຄງການນ້ຳປະປາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນການຮ່ວມມືເພື່ອການພັດທະນາເສດຖະກິດຂອງເກົາຫຼີໃຕ້ (EDCF) ຕົກລົງໃຫ້ທຶນກູ້ຢືມດອກເບ້ຍຕ່ຳ ມູນຄ່າເກືອບ US$44 ລ້ານໂດລາ ເພື່ອສະໜັບສະໜູນໂຄງການພັດທະນານ້ຳປະປາ ຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ ທາງພາກໃຕ້ຂອງລາວ.ນີ້ແມ່ນການຕົກລົງໃນກອງປະຊຸມລະຫວ່າງຕົວແທນກອງທຶນ EDCF  ແລະ ລັດຖະບານລາວ ເພື່ອຫາລືຊ່ອງທາງໃນການຈັດຕັ້ງປະຕິບັດໂຄງການເຫຼົ່ານີ້.ອ່ານຕໍ່ ...

ໂຕະຂ່າວ

ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອເພື່ອຍົກລະດັບການສຶກສາຂັ້ນພື້ນຖານ ສຳລັບເດັກນ້ອຍຊົນເຜົ່າຢູ່ແຂວງອຸດົມໄຊ

(ຂປລ) ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ USD 526,999 ໂດລາ ເພື່ອສະໜັບສະໜູນການສຶກສາຂັ້ນພື້ນຖານ ສຳລັບເດັກນ້ອຍຊົນເຜົ່າ ຢູ່ແຂວງອຸດົມໄຊ ສປປ ລາວ.ຂໍ້ສັນຍາກ່ຽວກັບໂຄງການຊ່ວຍເຫຼືອລ້າດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູກຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 3 ທັນວານີ້, ລະຫວ່າງທ່ານ ເກໂຊະ ທາເກວາກະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານນາງ ກຸມິໂກະ ຊູຊຸມຸຣະ ຫົວໜ້າໂຄງການ ອົງການແພຼນນາໆຊາດປະເທດຍີ່ປຸ່ນ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

hxYgX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!