ອົງການສາກົນມີແຜນສະໜັບສະໜູນການພັດທະນາກະສິກຳຄັ້ງໃຫຍ່ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນອະນຸມັດການຊ່ວຍເຫຼືອດ້ານການເງິນຊຸດໃໝ່ ໃນການຈັດຕັ້ງປະຕິບັດໂຄງການໃນຊົນນະບົດ ແນໃສ່ສົ່ງເສີມການຜະລິດເປັນສິນຄ້າ.ໂຄງການດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງສືບຕໍ່ການຊ່ວຍເຫຼືອໃນປະຈຸບັນ ຈະດຳເນີນແຕ່ປີ 2020-2026 ໃນມູນຄ່າລວມ US$30 ລ້ານໂດລາ ເຊິ່ງຄາດວ່າຈະໄດ້ຮັບການອະນຸມັດໃນປີນີ້.ເຈົ້າໜ້າທີ່ໄດ້ເປີດເຜີຍຂໍ້ມູນດັ່ງກ່າວຕໍ່ສື່ມວນຊົນໃນໂອກາດທີ່ທ່ານ ກິວເບີດ ຟ. ຮຸງໂບ ປະທານ IFAD ພ້ອນດ້ວຍຄະນະ ເດີນທາງຢ້ຽມຢາມແຂວງຊຽງຂວາງເພື່ອກວດສອບຄວາມຄືບໜ້າຂອງໂຄງການໃນອາທິດນີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/major-int%E2%80%99l-boost-planned-agricultural-development-laos-100822

ຫົວໜ້າກະສິກຳ ຢູເອັນ ລົງຕິດຕາມຄວາມຄືບໜ້າຂອງໂຄງການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຂອງອົງການສະຫະປະຊາຊາດ ໄດ້ຢ້ຽມຢາມປະເທດລາວເພື່ອຈຸດປະສົງໃນການເພີ່ມທະວີການຮ່ວມມືລະຫວ່າງ ຢູເອັນ-ລາວ ເພື່ອຮັກສາລະດັບຄວາມໝັ້ນຄົງດ້ານສະບຽງອາຫານ, ເພີ່ມທະວີການມີວຽກເຮັດງານທຳໃນຊົນນະບົດ ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງສະພາບອາກາດໃນເຂດຊົນນະບົດ.ເພື່ອປະກອບສ່ວນໃນພາລະກິດດັ່ງກ່າວ, ທ່ານ ກິວເບີດ ຟ. ຮຸງໂບ ປະທານອົງການກອງທຶກສາກົນເພື່ອການພັດທະນາກະສິກຳ (IFAD) ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມແຂວງຊຽງຂວາງໃນອາທິດນີ້ ເພື່ອກວດກາໂຄງການແຊກແຊງຂອງ ຢູເອັນ ແລະ ກຳນົດແນວທາງເພື່ອປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານໃນແຂວງດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/un-agriculture-chief-monitors-project-progress-laos-100732

ຢູເອັນສົ່ງເສີມການເຜີຍແຜ່ຂ່າວສານເພື່ອສະກັດກັ້ນການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງບ້ານຈະເຜີຍແຜ່ຂ່າວສານກ່ຽວກັບການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ໂດຍຫວັງວ່າຈະສາມາດປ່ຽນແປງທັດສະນະຄະຕິ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.ປະຊາຊົນໃນພື້ນທີ່ຊົນນະບົດຍັງມີຄວາມຮູ້ໜ້ອຍກ່ຽວກັບກົດໝາຍວ່າດ້ວຍການພັດທະນາ ແລະ ການປົກປ້ອງແມ່ຍິງ ເຮັດໃຫ້ເຂົາເຈົ້າບໍ່ມີການຈັດຕັ້ງປະຕິບັດໃນຊຸມຊົນເທົ່າທີ່ຄວນ ເຮັດໃຫ້ການນຳໃຊ້ຄວາມຮຸນແຮງພາຍຄົວເຮືອນຍັງຄົງສືບຕໍ່ມີຢູ່.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/un-ramps-message-prevention-violence-against-women-99879

ລັດຖະບານລາວຕອບໂຕ້ຕໍ່ບົດລາຍງານທີ່ບໍ່ເປັນຕາມຄວາມຈິງຂອງຊ່ຽວຊານສະຫະປະຊາຊາດ

(ຂປລ) ຕາມຄວາມເຫັນດີ ແລະ ຄຳເຊີນຂອງລັດຖະບານລາວ, ທ່ານ ຟິລິບ ອາວສ໌ຕັນ ທູດພິເສດຂອງອົງການສະຫະປະຊາຊາດດ້ານຄວາມທຸກຍາກ ແລະ ສິດທິມະນຸດໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 18-28 ມີນາ 2019. ຈຸດປະສົງຂອງການຢ້ຽມຢາມດັ່ງກ່າວແມ່ນເພື່ອປະເມີນ ແລະ ຢືນຢັນລະດັບຄວາມທຸກຍາກທີ່ຍັງມີຢູ່ໃນລາວ, ລວມທັງນຳສະເໜີສາເຫດ ແລະ ທິດທາງການພັດທະນາໃນຕໍ່ໜ້າສຳລັບລັດຖະບານລາວ, ກໍຄືລາຍງານຜົນສຳເລັດ ແລະ ສິ່ງທ້າທາຍໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງປະຊາຊົນລາວທີ່ຍັງຢູ່ພາຍໃຕ້ຄວາມທຸກຍາກ.ອ່ານຕໍ່ ...

ທີມ ຂປລ

ຊ່ຽວຊານສະຫະປະຊາຊາດກ່າວວ່ານະໂຍບາຍຂອງລັດຖະບານ ບໍ່ຊ່ວຍແກ້ໄຂຊີວິດການເປັນຢູ່ໃຫ້ແກ່ຄົນທຸກຍາກ ແລະ ດ້ອຍໂອກາດ

ນະໂຍບານທາງດ້ານເສດຖະກິດຂອງລັດຖະບານເຮັດໃຫ້ສະພາບຊີວິດການເປັນຢູ່ຂອງຄົນທຸກຍາກ ແລະ ດ້ອຍໂອກາດ ຮ້າຍແຮງລົງກວ່າເດີມ, ໃນຂະນະດຽວກັນກໍເພີ່ມຊ່ອງຫວ່າງລະຫວ່າງຄົນທຸກ ແລະ ຄົນຮັ່ງ, ຊ່ຽວຊານດ້ານສິດທິມະນຸດຂອງສະຫະປະຊາຊາດກ່າວໃນວັນພະຫັດຜ່ານມາ ເນື່ອງໃນໂອກາດສິ້ນສຸດການຢ້ຽມຢາມປະເທດລາວໄລຍະ 11​ ວັນ ຢ່າງເປັນທາງການ.ໃນບົດລາຍງານໃນຕອນທ້າຍຂອງການຢ້ຽມຢາມ ແຕ່ວັນທີ 18-28 ມີນານີ້, ທ່ານ ຟິລິບ ອາວສ໌ຕັນ, ທູດພິເສດຂອງສະຫະປະຊາຊາດກ່ຽວກັບຄວາມທຸກຍາກ ແລະ ສິດທິມະນຸດ, ໄດ້ກ່າວວ່າ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວທີ່ທຸກຍາກທີ່ສຸດ ບໍ່ໄປຄຽງຄູ່ກັບການພັດທະນາເສດຖະກິດຂອງປະເທດ.ອ່ານຕໍ່ ...

RFA's services

ທູດພິເສດ UN ຈະຢ້ຽມຢາມລາວເພື່ອກວດກາບັນຫາຄວາມທຸກຍາກ ແລະ ສິດທິມະນຸດ

ລາວມີຄວາມຄືບໜ້າທີ່ດີກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ແຕ່ກໍຍັງຕ້ອງເດີນໜ້າໃນການພັດທະນາ, ເນື່ອງຈາກປະຊາຊົນໜຶ່ງໃນສີ່ຍັງຄົງດຳລົງຊີວິດຢູ່ຫຼຸດຂີດມາດຕະຖານຄວາມທຸກຍາກ, ຕາມເຈົ້າໜ້າທີ່ UN ທີ່ຈະເດີນທາງຢ້ຽມຢາມປະເທດໃນອາຊີຕາເວັນອອກສຽງໃຕ້ໃນເດືອນນີ້.ໃນການສຳພາດຕໍ່ໜ່ວຍຂ່າວ RFA ລາວ ທີ່ບາງກອກໃນວັນອາທິດນີ້, ທ່ານ ຟີລິບ ອາວສ໌ຕັນ ທູດພິເສດສະຫະປະຊາຊາດວ່າດ້ວຍບັນຫາຄວາມທຸກຍາກ ແລະ ສິດທິມະນຸດ ກ່າວວ່າ ໃນການເດີນທາງຢ້ຽມຢາມໄລຍະ 10 ວັນນີ້ ທ່ານຫວັງວ່າຈະໄດ້ຮຽນຮູ້ວ່າດ້ວຍສາເຫດອັນໃດຄົນລາວຈຳນວນໜຶ່ງຈຶ່ງບໍ່ເຂົ້າເຖິງການສຶກສາ, ນ້ຳສະອາດ ຫຼື ການຮັກສາສຸຂະພາບທີ່ດີ ທັງໆທີ່ເສດຖະກິດຂອງປະເທດກໍມີການຂະຫຍາຍຕົວ ແລະ ຄວາມທຸກຍາກກໍໄດ້ຮັບການຫຼຸດຜ່ອນ.ອ່ານຕໍ່  ...

ໜ່ວຍຂ່າວ RFA ລາວ

ສະຫວັນນະເຂດ ແລະ ຢູນີເຊັບສົ່ງເສີມການວາງແຜນ, ການປະສານງານ ແລະ ການຕິດຕາມລະດັບແຂວງ

(ຂປລ) ເພື່ອແນໃສ່ສົ່ງເສີມການວາງແຜນ, ການປະສານງານ ແລະ ການຕິດຕາມລະດັບແຂວງ ເພື່ອປັບປຸງໝາກຜົນສຳລັບວຽກງານກ່ຽວກັບເດັກນ້ອຍ ໄດ້ມີການຈັດກອງປະຊຸມວິຊາການຂຶ້ນໃນວັນສຸກທີ່ຜ່ານມາ ທີ່ແຂວງສະຫວັນນະເຂດ ໂດຍກົມການຮ່ວມມືສາກົນ ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ, ແລະ ພະແນກແຜນການ ແລະ ການຮ່ວມມືແຂວງສະຫວັນນະເຂດ ພາຍໃຕ້ການສະໜັບສະໜູນຂອງອົງການຢູນີເຊັບ ປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ລັດຖະມົນຕີ ສປປ ລາວ ກ່າວ, ຄວາມສາມັກຄີເປັນນ້ຳໜຶ່ງໃນດຽວໃນພາກພື້ນ ແລະ ທົ່ວໂລກເປັນສິ່ງຈຳເປັນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ

ໃນກອງປະຊຸມຫາລືຜູ້ນຳໂລກຂອງສະພາສະຫະປະຊາຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າບູລິມະສິດການພັດທະນາຄວນແມ່ນປະເທດດ້ອຍພັດທະນາ ແລະ ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນອອກສູ່ທະເລ ຍ້ອນວ່າມີຄວາມບອບບາງຫຼາຍກວ່າ.  ປະເທດເຫຼົ່ານີ້ຍັງມີຂໍ້ເສຍປຽບຫຼາຍກວ່າ ທາງດ້ານຜົນກະທົບທີ່ໜັກໜ່ວງຈາກການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...

ບັນນາທິການຢູເອັນນິວສ໌

ລັດຖະບານມອບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການອະນາໄມໂລກທີ່ກຳລັງຈະໝົດວາລະ

ລັດຖະບານມອບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ປອ ຈູລຽດ ເຟລຊ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ເພື່ອລະລຶກເຖິງຜົນງານໃນການປະຕິບັດພາລະກິດໃນລາວ.ອ່ານຕໍ່ ...

ບັນນາລັກວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kKdDV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!