Development Assistance Committee (DAC) members

ການຊ່ວຍເຫຼືອຈາກສາທາລະນະລັດເກົາຫຼີ

ເກົາຫຼີໃຕ້ໃຫ້ທຶນຊ່ວຍເຫຼືອໃນການຄຸ້ມຄອງຂີ້ເຫຍື້ອຢູ່ວຽງຈັນ, ປາກເຊ

ສາທາລະນະລັດເກົາຫຼີຈະໃຫ້ທຶນຊ່ວຍເຫຼືອຈຳນວນ US$6.78 ລ້ານໂດລາສຳລັບໂຄງການສ້າງຄວາມສາມາດດ້ານການບຳບັດຂີ້ເຫຍື້ອ ແລະ ນ້ຳເສຍ ເພື່ອການປັບປຸງການຄຸ້ມຄອງສິ່ງແວດລ້ອມໃນວຽງຈັນ ແລະ ປາກເຊ.ລັດຖະບານເກົາຫຼີຈະສະໜອງທຶນຊ່ວຍເຫຼືອຈຳນວນ US$6.5 ລ້ານໂດລາ, ໃນຂະນະທີ່ທຶນອີກ US$280,000 ໂດລາ ຈະມາຈາກສະຖາບັນການຂະຫຍາຍພື້ນທີ່ສີຂຽວໂລກ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວ, ມູນນິທິເກົາຫຼີໃຕ້ ສືບຕໍ່ການຮ່ວມມືດ້ານສາທາລະນະສຸກ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງທ້ອງຖິ່ນ ຢືນຢັນວ່າຈະສືບຕໍ່ຮ່ວມມືກັບມູນນິທິເກົາຫຼີເພື່ອສຸຂະພາບສາກົນ (KOFIH) ໃນການຍົກລະດັບຄວາມສາມາດຂອງຊ່ຽວຊານສາທາລະນະສຸກຂອງລາວ.ທ່ານ ຮສ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນກອງປະຊຸມພົບປະອະດີດນັກສຶກສາ KOFIH ຂອງ ສປປ ລາວ 2019 ສຳລັບນັກສຶກສາທຶນຝຶກອົບຮົມ ຫວ່າງໝໍ່ໆມານີ້ວ່າ ນີ້ບໍ່ແມ່ນເປັນພຽງແຕ່ສັນຍາລັກຂອງການຮ່ວມມືກັບເກົາຫຼີ ແຕ່ຍັງເປັນຈຸດເລີ່ມຕົ້ນໃນການຂະຫຍາຍການຮ່ວມມືໃນຂະແໜງການອື່ນໆທີ່ຈຳເປັນສຳລັບປະເທດລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-south-korean-foundation-recommit-health-cooperation-98643

ລາວ, ເກົາຫຼີໃຕ້ຕົກລົງກໍ່ສ້າງໂຮງໝໍທັນສະໄໝ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ເກົາຫຼີໃຕ້ມີການຮ່ວມມືໃນການກໍ່ສ້າງໂຮງໝໍທັນສະໄໝຂຶ້ນທີ່ນະຄອນວຽງຈັນ ເພື່ອໃຫ້ການບໍລິການການປິ່ນປົວແບບທັນສະໄໝ ແລະ ຫຼຸດຜ່ອນປະລິມານຄົນເຈັບທີ່ຕ້ອງເດີນທາງໄປປິ່ນປົວຢູ່ບັນດາປະເທດເພື່ອນບ້ານ.ໂຮງໝໍດັ່ງກ່າວມີມູນຄ່າການກໍ່ສ້າງກວ່າ US$80 ລ້ານໂດລາ ເຊິ່ງລວມມີການປະກອບສ່ວນຈາກລັດຖະບານເກົາຫຼີ ພາຍໃຕ້ກອງທຶນການຮ່ວມມືໃນການພັດທະນາເສດຖະກິດ (EDCF) ເປັນມູນຄ່າ US$65 ລ້ານໂດລາ.ອ່ານຕໍ່ ...

ພົນສະຫວັນ ວົງໄຊ
http://annx.asianews.network/content/laos-south-korea-agree-build-state-art-hospital-97917

ລາວ, ເກົາຫຼີໃຕ້ ປະເມີນໂຄງການເພື່ອຈັດການຝຶກອົບຮົມວິຊາຊີບສຳລັບແມ່ຍິງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຄວາມເທົ່າທຽມທາງເພດ ແລະ ຄອບຄົວຂອງເກົາຫຼີໃຕ້ ໃຫ້ການຊ່ວຍເຫຼືອແກ່ສູນຝຶກອົບຮົມແມ່ຍິງລາວ ຂອງສະຫະພັນແມ່ຍິງລາວ ເພື່ອຈັດຫຼັກສູດຝຶກອົບຮົມວິຊາຊີບສຳລັບແມ່ຍິງທີ່ດ້ອຍໂອກາດ.ກອງປະຊຸມຫາລືກ່ຽວກັບໂຄງການໄລຍະສາມປີດັ່ງກ່າວ (ແຕ່ປີ 2016-2018) ໄດ້ມີຂຶ້ນວານນີ້ທີ່ນະຄອນຫຼວງວຽງຈັນ ລະຫວ່າງເຈົ້າໜ້າທີ່ກະຊວງຄວາມເທົ່າທຽມທາງເພດ ແລະ ຄອບຄົວຂອງເກົາຫຼີໃຕ້ ແລະ ສະຫະພັນແມ່ຍິງລາວ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ປະທານອົງການ KOICA ຢ້ຽມຢາມລາວ ແນໃສ່ເສີມຂະຫຍາຍການຮ່ວມມືລາວ-ເກົາຫຼີ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ກຳລັງກະກຽມໂຄງການລວນສູນຟື້ນຟູໄພພິບັດສຳລັບແຂວງອັດຕະປື ແລະ ຈະສືບຕໍ່ຊ່ວຍເຫຼືອລາວໃນຂະແໜງການຕ່າງໆ. ທ່ານນາງ ລີ ມິກຢຸງ ປະທານອົງການ KOICA ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເພື່ອຫາລືກ່ຽວກັບການຊ່ວຍເຫຼືອລາວ ໃນລະຫວ່າງການຢ້ຽມຢາມປະເທດລາວຢ່າງເປັນທາງການ ໃນອາທິດແລ້ວນີ້.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວ, ເກົາຫຼີໃຕ້ຕົກລົງສືບຕໍ່ການພັດທະນາຊົນນະບົດ

ວຽງຈັນ (ວຽງຈັນທາມສ໌/ANN) –– ເກົາຫຼີໃຕ້ ຕົກລົງສືບຕໍ່ສົ່ງເສີມລາວ ໃນກິດຈະກຳການພັດທະນາຊຸມຊົນຊົນນະບົດ ຜ່ານໂຄງການແຊມູ ອຸນດອງ.ອົງການຮ່ວມມືສາກົນເກົາຫຼີ  (KOICA) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ໃນວັນພຸດນີ້ ເພື່ອສືບຕໍ່ເສີມຂະຫຍາຍກິດຈະກຳການພັດທະນາຊຸມຊົນຊົນນະບົດໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ອົງການ KOICA ອະນຸມັດທຶນຊ່ວຍເຫຼືອ US$5.5 ລ້ານໂດລາສຳລັບວຽກງານເກັບກູ້ລະເບີດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນເກົາຫຼີ (KOICA) ໄດ້ອະນຸມັດງົບປະມານກວ່າ 4.7 ຕື້ກີບ (US$5.5 ລ້ານໂດລາ) ເພື່ອດຳເນີນໂຄງການເກັບກູ້ລະເບີດໄລຍະສອງ, ເຊິ່ງເພີ່ມຂຶ້ນຈາກງົບ US$3 ລ້ານໂດລາ ສຳລັບໄລຍະທີໜຶ່ງ.ຂໍ້ຕົກລົງກ່ຽວກັບການໃຫ້ທຶນສຳລັບໂຄງການເກັບກູ້ລະເບີດໄລຍະສອງ ແຕ່ປີ 2019-2022 ດັ່ງກ່າວ ໄດ້ມີການລົງນາມໃນວັນອັງຄານນີ້ ໂດຍຄະນະກຳມະການຄຸ້ມຄອງວຽກງານເກັນກູ້ລະເບີດ ແລະ ມີນແຫ່ງຊາດ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການ KOICA ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP).ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວ, ເກົາຫຼີໃຕ້ ຮັດແໜ້ນສາຍພົວພັນດ້ານການພັດທະນາຊຸມຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ກາຮ່ວມມືກັບສາທາລະນະລັດເກົາຫຼີ ເພື່ອຂະຫຍາຍໂຄງການພັດທະນາແບບ ແຊມູອຸນດອງ ຢູ່ໃນຫ້າແຂວງຂອງລາວ.ທ່ານ (ປອ) ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດເຜີຍຕໍ່ສື່ມວນຊົນເກົາຫຼີວ່າ ໂຄງການແຊມູອຸນດອງ ຈະຂະຫຍາຍການປະຕິບັດການໄປຍັງແຂວງຕ່າງໆເຊັ່ນ ໄຊຍະບູລີ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ສືບສວນສອບສວນນິຕິເວດຮັບການຝຶກອົບຮົມທີ່ປະເທດເກົາຫຼີ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ສົ່ງເສີມ ເຈົ້າໜ້າທີ່ຕຳຫຼວດລາວໃຫ້ເຂົ້າຮ່ວມໂຄງການສ້າງຄວາມສາມາດດ້ານວິທະຍາສາດທາງນິຕິເວດ ແລະ ເທັກໂນໂລຢີດ້ານການສືບສວນສອບສວນຄະດີອາຍາ ທີ່ສາທາລະນະລັດເກົາຫຼີ.ອົງການ KOICA ໄດ້ເຊື້ອເຊີນເຈົ້າໜ້າທີ່ຈາກກະຊວງປ້ອງກັນຄວາມສະຫງົບໃຫ້ເຂົ້າຮ່ວມໃນໂຄງການດັ່ງກ່າວ ເຊິ່ງຈັດຂຶ້ນໃນວັນທີ 9-22 ພຶດສະພານີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ ສະໜັບສະໜູນການສ້າງຄວາມສາມາດສຳລັບຜູ້ກວດກາແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ໄດ້ຈັດຊຸດໂຄງການທຶນການສຶກສາເພື່ອຍົກລະດັບຄວາມສາມາດຂອງຜູ້ກວດກາແຮງງານ ຜ່ານການເສີມຂະຫຍາຍຄວາມຮູ້ພື້ນຖານ ແລະ ກໍລິນີສຶກສາຕົວຈິງ.ການລິເລີ່ມດັ່ງກ່າວມີກຳນົດການປະຕິບັດເປັນໄລຍະສາມປີ ແຕ່ປີ 2018-2020 ເຊິ່ງເປັນສ່ວນໜຶ່ງຂອງໂຄງການປັບປຸງ ແລະ ຍົກລັະດັບຄວາມສາມາດເພື່ອອະນາຄົດ ຂອງອົງການ KOICA.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

SJExB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!